ກອງປະຊຸມ ສະຫຼຸບວຽກງານແຜນການ-ການລົງທຶນ (ຜທ) ທົ່ວປະເທດ ປະຈຳປີ 2022 ພາຍໃຕ້ຄຳຂວັນ: (ສ້າງການຫັນປ່ຽນ ຢ່າງແຂງແຮງ ວຽກງານແຜນການ ແລະ ການລົງທຶນ ໃນເງື່ອນໄຂໃໝ່).ທີ່ໄດ້ຈັດຂຶ້ນໃນວັນທີ 17 ມັງກອນ ແລະ ໄດ້ສຳເລັດໃນວັນທີ 18 ມັງກອນ 2023, ໂດຍການເຂົ້າຮ່ວມໂອ້ລົມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໂດຍການເປັນປະທານກອງປະຊຸມຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງ ຜທ, ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີຈາກບັນດາກະຊວງ ແລະ ອົງການທຽບເທ່ົາກະຊວງ, ເຈົ້າແຂວງ-ຮອງເຈົ້າແຂວງ, ບັນດາຫົວໜ້າກົມ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໃນຂອບເຂດທົ່ວປະເທດເຂດຮ່ວມ. ທີ່ຫໍປະຊຸມແຫ່ງຊາດ (ຫຼັກ 6).
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເນັ້ນບາງຕອນວ່າ: ປີ 2023 ນີ້ປະເທດພວກເຮົາຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານ ທັງສະພາບພາຍໃນ ແລະ ພາກພື້ນ-ສາກົນ, ສະນັ້ນ ພວກເຮົາຈະຕ້ອງຮູ້ຄາດຄະເນ-ວິເຄາະວິໄຈຕໍ່ຜົນກະທົບ, ໂອກາດ ແລະ ສິ່ງທ້າທາຍຈາກການປ່ຽນແປງສະພາບການຂອງພາກພື້ນ ແລະ ສາກົນ ເພື່ອມີມາດຕະການປ້ອງກັນ ແລະ ຮັບມືຢ່າງເໝາະສົມ ແລະ ທັນການ ບໍ່ໃຫ້ຕົກຢູ່ໃນທ່າຮັບເກີນໄປ. ດັ່ງນັ້ນຈຶ່ງຂໍເນັ້ນໜັກ ແລະ ສະເໜີໃຫ້ບັນດາສະຫາຍໃນຂະແໜງແຜນການ-ການລົງທຶນ ຕ້ອງເອົາໃຈໃສ່ 12 ວຽກງານທີ່ສຳຄັນດັ່ງນີ້:
1). ບັນດາສະຫາຍສະມາຊິກພັກ ແລະ ພະນັກງານເພີ່ມຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ດັ່ງພາຍໃຕ້ຄໍາຂວັນ” ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງວຽກງານແຜນການ ແລະ ການລົງ ທຶນໃນເງື່ອນໄຂໃໝ່” ເຊິ່ງຕ້ອງມີການບຸກທະລຸທາງດ້ານຈິນຕະນາການ ຄິດໃໝ່ ລຸກໃໝ່ ສ້າງການຫັນ ປ່ຽນໃນການເຮັດວຽກໃຫ້ວ່ອງໄວຂຶ້ນ, ມີປະສິດທິພາບຂື້ນ, ເຂົ້າໃຈເຖິງສະພາບການປ່ຽນແປງທີ່ເກີດຂື້ນໃນແຕ່ລະໄລຍະຢ່າງພາວະວິໄສ ແລະ ແກ້ໄຂໃຫ້ທັນ ໂດຍໃຫ້ເຍືອງໃສ່ 3 ຫຼັກການທີ່ກໍານົດໃນວາລະແຫ່ງຊາດ ຄື: ເດັດດ່ຽວ-ເຂັ້ມງວດ, ໂປ່ງໃສ ແລະ ເປັນມືອາຊີບ ຄືການສ້າງຄວາມເປັນນັກວິຊາການ, ສ້າງຄວາມເປັນຊ່ຽວຊານໃຫ້ແກ່ອົງກອນ ແລະ ຕົນເອງ;
2). ຂະແໜງແຜນການ ແລະ ການລົງທຶນ ເປັນຂະແໜງການມະຫາພາກທີ່ຕີຈັງຫວະ ແລະ ຕິດຕາມການປະຕິບັດນະໂຍບາຍ, ມາດຕະການຕ່າງໆໃຫ້ລັດຖະບານຮ່ວມກັບຂະແໜງການຕ່າງໆທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ດັ່ງນັ້ນ ຕ້ອງເຮັດໃຫ້ດ້ານເສດ ຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງແລະມີຄຸນນະພາບ ໃນນັ້ນໜຶ່ງບັນຫາຕັດສິນແມ່ນການມີລະບົບສະຖິຕິທີ່ເຂັ້ມແຂງ ແລະ ລົງເຖິງຮາກຖານ, ມີການຄົ້ນຄວ້າ, ວິໄຈຢ່າງໜັກແໜ້ນ ສາມາດສະເໜີແນະນະໂຍບາຍຕ່າງໆໄດ້ແກ່ການນໍາຢ່າງທັນການ, ຕ້ອງສ້າງກົນໄກການປະສານງານໃຫ້ໂລ່ງລ່ຽນ, ສະດວກ, ໄວ ແລະມີປະສິດທິຜົນສູງ;
3). ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຢູ່ໃນຂົງເຂດແຜນການ-ການລົງ ທຶນໃຫ້ມີຄວາມເປັນເຈົ້າການ, ມີຈັນຍາບັນ, ຮັກວິຊາຊີບ, ອົດທົນເສຍສະຫຼະ ແລະປະຕິບັດວິໄນທາງດ້ານແຜນການ-ການເງິນຢ່າງເຄັ່ງຄັດ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ ເພື່ອລົບລ້າງປະກົດການຫຍໍ້ທໍ້ໃຫ້ຂາດໂຕ, ຕ້ອງປັບປຸງ ແລະ ເຮັດໃຫ້ກົງຈັກກະທັດຮັດ, ບຸກຄົນໜື່ງເຮັດໄດ້ຫຼາຍໜ້າວຽກ. ສ້າງກົງຈັກໃຫ້ມີລັກສະນະສົ່ງເສີມໃຫ້ພະນັກງານມີຫົວຄິດປະດິດສ້າງ, ມີແນວຄິດກ້າວໜ້າ, ແຂ່ງຂັນໃນການສ້າງຜົນງານຢ່າງຖືກຕ້ອງປະກອບສ່ວນເຂົ້າໃນຂະບວນການຮັກຊາດ ແລະ ການພັດທະນາຢ່າງຟົດຟື້ນ;
4). ເປັນເຈົ້າການປະສານສົມທົບໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທຳ, ນໍາໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ແລະ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະເຖຍລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານເສດຖະກິດໃຫ້ຜ່ອນເບົາລົງເທື່ອລະກ້າວ;
5). ເອົາໃຈໃສ່ປັບປຸງວຽກງານສະຖິຕິ, ວຽກງານຄົ້ນຄວ້າ ແລະ ການຝຶກອົບຮົມທາງດ້ານເສດຖະກິດ-ແຜນການໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບ
6). ການສ້າງແຜນໃນໄລຍະໃໝ່ (ເລີ່ມຈາກແຜນປີ 2023 ແລະ ປີຕໍ່ໆໄປ) ຕ້ອງຕິດແທດກັບຕົວຈິງ ແລະ ມີວິທະຍາສາດຫຼາຍຂຶ້ນ, ຕ້ອງໄດ້ຄົ້ນຄວ້າ-ວິໄຈສະພາບການຕົວຈິງ, ວາງວິໄສທັດ, ວາງແຜນແມ່ບົດວາງຍຸດທະສາດ ແລະສ້າງໃຫ້ໄດ້ໂຄງການບູລິມະສິດທີ່ເປັນແມ່ແຮງແທ້ຈິງ ເພື່ອເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມເປັນແຜນທີ່ສາມາດຈັດຕັ້ງປະຕິບັດໄດ້ແທ້, ແກ້ໃຫ້ໄດ້ບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ຜ່ານມາ, ສ້າງການວາງແຜນໃຫ້ຕິດພັນກັບວຽກງານການຄົ້ນຄວ້າ-ວິທະຍາສາດແລະວຽກງານສະຖິຕິແຫ່ງຊາດຕັ້ງແຕ່ຫົວທີ ລວມທັງສ້າງກົນໄກການຕີລາຄາປະເມີນຜົນໃຫ້ໄດ້;
7). ປະຕິຮູບລະບົບການລົງທຶນຂອງລັດ ໃຫ້ມີການຫັນປ່ຽນໃໝ່ຢ່າງແທ້ຈິງ, ຈັດບູລິມະສິດໂຄງການລົງທຶນຂອງລັດ ແລະ ສຸມໃສ່ໂຄງການທີ່ຈຳເປັນຮີບດ່ວນ ໂດຍຕ້ອງໄລ່ລຽງທຸກການລົງທຶນຕ້ອງໃຫ້ມີປະສິດທິຜົນ, ມີຜົນຕອບແທນສູງ ແລະ ເຫັນຜົນໄວດ້ານເສດຖະກິດ.
8). ປັບປຸງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດຢ່າງແຂງແຮງ ແລະ ເປັນເຈົ້າການສູງໂດຍການບຸກທະລຸ ແກ້ໄຂຂອດຂັ້ນການບໍລິການປະຕູດຽວໃຫ້ໄດ້ໄວ, ຮັດກຸມ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການ
9). ສືບຕໍ່ຄຸ້ມຄອງ ແລະ ສົ່ງເສີມເຂດເສດຖະກິດພິເສດ ໃຫ້ກາຍເປັນກໍາລັງແຮງແທ້ຈິງໃຫ້ການພັດທະນາເສດຖະກິດ-ສັງຄົມ: ພັດທະນາເຂດເສດຖະກິດພິເສດຕ້ອງໃຫ້ມີຈຸດສຸມ, ມີການບໍລິຫານ ແລະ ຄຸ້ມຄອງເຂດໃຫ້ຮັດກຸມຕາມສັນຍາ, ລະບຽບ ແລະກົດໝາຍຢ່າງເຄັ່ງຄັດ.
10). ວຽກຮ່ວມມືກັບສາກົນ, ຮ່ວມມືລາວ-ຫວຽດນາມ ແລະ ຮ່ວມມືລາວ-ຈີນ ເປັນວຽກທີ່ສໍາຄັນຫຼາຍໃນການຊຸກຍູ້ການຂະຫຍາຍຕົວ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສະນັ້ນ ການຂົນຂວາຍການຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນຮອນ ເຂົ້າມາໃນຂະບວນການພັດທະນາ ຕ້ອງມີຈຸດສຸມ, ມີການເລືອກເຟັ້ນ ແລະ ເປັນລະບົບ; ຫັນເອົາທຶນຈາກການຊ່ວຍເຫຼືອທາງການເພື່ອການພັດທະນາໄປສູ່ການພັດທະນາຄົນ, ສ້າງຂີດຄວາມສາມາດໃຫ້ພະນັກງານກາຍເປັນຊ່ຽວຊານ, ນໍາໃຊ້ການຊ່ວຍເຫຼືອເຂົ້າໃນການພັດທະນາໂຄ່ງລ່າງພື້ນຖານທີ່ຈໍາເປັນແທ້ໆ ເປັນຕົ້ນຢູ່ເຂດຊົນນະບົດເພື່ອ ແກ້ໄຂຄວາມທຸກຍາກ ແລະ ຫັນບັນດາແຜນງານຕ່າງໆໃຫ້ເປັນໂຄງການ, ກິດຈະກຳ ທີ່ສະໜັບສະໜູນໃຫ້ແກ່ການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ;
11). ໃຫ້ເອົາໃຈໃສ່ແຕ່ຫົວທີວຽກງານປະເມີນຜົນໂຄງການໃນແຕ່ລະໄລຍະ (ເຊິ່ງມີ 4 ໄລຍະຂອງການປະເມີນ) ຕ້ອງປະຕິບັດໃຫ້ໄດ້, ເລ່ັງໃສ່ວຽກງານຕິດຕາມ-ກວດກາເປັນປົກກະຕິ ເມື່ອເຫັນແລ້ວກໍ່ຕ້ອງມີການວາງມາດຕະການແກ້ໄຂ ຖ້າເກີດບັນຫາ, ຖ້າປະຕິບັດໄດ້ດີກໍ່ຕ້ອງມີການຍ້ອງຍໍຊົມເຊີຍ;
12). ວຽກບໍລິການ, ການປະສານງານໃຫ້ມີຄວາມໂລ່ງລ່ຽນ, ວ່ອງໄວ ແມ່ນບູລິມະສິດຫຼັກໃນທຸກໜ້າວຽກ ລວມທັງການຫັນກົງຈັກໃຫ້ກະທັດຮັດ ແຕ່ມີຄຸນນະພາບນັ້ນແມ່ນວຽກທີ່ຕັດສິນທຸກການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດ, ການເລືອກເຟັ້ນບຸກຄົນທີ່ໂດດເດັ່ນທາງດ້ານຄວາມຮູ້-ຄວາມສາມາດ ແລະ ມີຄຸນສົມບັດສິນທໍາປະຕິວັດທີ່ໜັກແໜ້ນແມ່ນໜ້າທີ່ຂອງຄະນະນໍາຂະແໜງ ແຜນການ ແລະ ການລົງທຶນຕ້ອງໄດ້ລົງເລິກຄົ້ນຄວ້າແທ້ໆ.