ໃຜທີ່ມີເງື່ອນໄຂ ຫາໂອກາດໄປທ່ຽວງານນີ້ ເທດສະການດອກງີ້ວບານ ປີນີ້ຈະອາລັງການຫຼາຍ ເພາະໄດ້ງົດການຈັດງານມາແລ້ວ 3 ປີ ສະນັ້ນ 2023 ນີ້ ຕ້ອງມີຫຍັງພິເສດໃຫ້ແຂກຄົນທີ່ໄປທ່ຽວຢາມໄດ້ຕື່ນເຕັ້ນຢ່າງແນ່ນອນ.
ຕາມລາຍງານຂ່າວໃຫ້ຮູ້ວ່າ ງານດອກງີ້ວບານປີນີ້ ຈະຈັດຍິ່ງໃຫຍ່ ອະລັງການ ພ້ອມມີຫຼາຍກິດຈະກໍາ ໄວ້ຄອຍຕ້ອນຮັບແຂກທີ່ໄປຢ້ຽມຢາມ ພາຍໃນງານ ຈະມີກິດຈະກໍາຫຼາຍຢ່າງເຊັ່ນ: ການປະກວດ ນາງສາວດອກງີ້ວບານ ແລະ ການປະກວດນາງສາວທ່ອງທ່ຽວລາວ.
ນອກຈາກນີ້ ຍັງມີກິດຈະກຳຕ່າງໆທີ່ໜ້າສົນໃຈເຊັ່ນ: ການສະແດງສິລະປະ 4 ປະເທດ, ງານແຂ່ງຂັນຊ່ວງເຮືອ 4 ປະເທດ ລາວ ໄທ ມຽນມາ ຈີນ, ກິດຈະກຳປ່ອຍໂຄມໄຟ 1000 ອັນ, ກິດຈະກຳລອຍກະທົງ, ງານແຂ່ງຂັນຕີມວຍ, ງານເທດສະການດົນຕີ ດອກງິ້ວສີຄຳ.
ເພີ່ມຕື່ມຈາກນີ້ ຍັງຈະມີ ການຈັດກອງປະຊຸມສົ່ງເສີມ ແລະ ດຶງດູດການລົງທຶນໃນເທດສະການດອກງິ້ວບານຄັ້ງທີ 20 ເພື່ອສົ່ງເສີມການທ່ອງທ່ຽວ ແລະ ວັດທະນະທໍານຳ.
ຖືວ່າເປັນການຈັດງານທີ່ຍິ່ງໃຫຍ່ ກວ່າທຸກໆປີ ທີ່ເຄີຍຈັດຜ່ານມາ ຫຼັງຈາກບໍ່ໄດ້ຈັດມາເປັນເວລາ 3 ປີ ເນື່ອງຈາກການລະບາດຂອງພະຍາດໂຄວິດ 19. ງານດັ່ງກ່າວຈະຈັດຂຶ້ນໃນວັນທີ 25-29 ມັງກອນ 2023 ທີ່ເຂດເສດຖະກິດພີເສດສາມຫລ່ຽມຄຳ.
ດັ່ງນັ້ນ, ຈຶ່ງຂໍເຊີນຊວນພໍ່ແມ່ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດ ໄປທ່ຽວຊົມງານດັ່ງກ່າວດ້ວຍ# ຊາວແຂວງບໍ່ແກ້ວ ຍິນດີຕ້ອນຮັບ ທຸກໆທ່ານ!