ໜາວນີ້ຢາກໄປໃສ ຖ້າຍັງຄິດບໍອອກແອັດແນະນຳໃຫ້ໄປແຂວງຫົວພັນເດີ້ ສົ່ງເສີມເສດຖະກິດພາຍໃນ ແລະທ່ອງທ່ຽວເມືອງປະຫວັດສາດເຂດທີ່ໝັ້ນການປະຕິວັດ ກັບຊົມຄວາມງາມຂອງດອກຊາກຸຣະ, ດອກຄາຍປ່າເດືອນທັນວາຈະເບັ່ງບານງາມເປັນພິເສດ.
ພິເສດປີນີ້ແຂວງຫົວພັນຈະຈັດງານໃຫຍ່ສົ່ງເສີມການທ່ອງທ່ຽວ ໃນຮູບນິທັດສະການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸຣະ???????? ລະຫວ່າງ 23-26 ທັນວາ 2022 ທີ່ ແຂວງຫົວພັນ.
ໃນນັ້ນຈະມີກິດຈະກຳສຳຄັນຄື ພິທີປະກາດຮັບຮອງດອກຄາຍປ່າ ເປັນດອກໄມ້ເອກະລັກຂອງແຂວງຫົວພັນ, ປະກວດນາງສາວດອກຄາຍປ່າ, ປະກວດນັກຮ້ອງສຽງດີ.
ນອກຈາກນີ້ຍັງໄດ້ສ້າງຈຸດຖ່າຍຮູບຕ່າງໆ ຢູ່ຈຸດສວນດອກຊາກຸຣະເມືອງວຽງໄຊ
ສຳລັບດອກຊາກຸຣະຈະເລີມບານໃນຊ່ວງກາງເດືອນທັນວາ ????????
ດອກຄາຍປ່າຈະອອກດອກໃນທ້າຍເດືອນທັນວາ ເຖິງ ຕົ້ນເດືອນ ມັງກອນ
ໃນປັດຈຸບັນນີ້ດອກຊາກຸຣະກຳລັງອອກດອກໃນບາງຕົ້ນແລ້ວ????????????
ງານປິນີ້ຈະຈັດຢູ່ສວນ ມິດຕະພາບ ລາວ-ຍີ່ປຸນ ????????-????????( ສວນດອກຊາກຸຣະ ເມືອງວຽງໄຊ)