ສຳນັກຂ່າວຊິນຫົວລາຍງານວ່າ ສປ ຈີນ ໄດ້ປະສົບຜົນສຳເລັດໃນການສົ່ງດາວທຽມສຳຫຼວດດວງອາທິດຈາກສູນປ່ອຍດາວທຽມ “ ຈິວຊຽນ ” ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງຈີນ ເຊິ່ງສະແດງໃຫ້ເຫັນວ່າ ຄວາມພະຍາຍາມໃນການຄົ້ນຄວ້າທາງວິທະຍາສາດຂອງຈີນ ເພື່ອໄຂປິດສະໜາຫຼາຍບັນຫາທີ່ກ່ຽວຂ້ອງກັບດວງອາທິດ.
ທັງນີ້, ຫໍສັງເກດດວງອາທິດໃນອະວະກາດຂັ້ນສູງ ( ASO – S ) ເຊິ່ງເປັນດາວທຽມສຳຫຼວດດວງອາທິດແບບຄວບຄຸມດວງທຳອິດຂອງຈີນ ອອກເດີນທາງດ້ວຍຈະຫຼວດຂົນສົ່ງ Long March-2D ໃນເວລາ 7:43 ໂມງ ຂອງວັນທີ 9 ຕຸລາຜ່ານມາ ( ຕາມເວລາທ້ອງຖິ່ນ ) ກ່ອນຈະເຂົ້າສູ່ວົງໂຄຈອນຕາມແຜນກຳນົດໄວ້.