ເປີດປະຫວັດເສັ້ນທາງນາງງາມ ຮອງອັນດັບ 1 Miss Grand Laos 2022 ຂອງ ສຸກັນຍາ ສຸລິວົງ

76

ການປະກວດເພື່ອຄົ້ນຫາສາວງາມທີ່ມີຄວາມພ້ອມທີ່ສຸດຢ່າງເວທີ Miss Grand Laos 2022 ກໍໄດ້ສິ້ນສຸດລົງໄປຢ່າງຈົບງາມ ແລະ ກໍໄດ້ສາວງາມຜູ້ມີຄວາມພ້ອມທີ່ສຸດເຖິງ 5 ໝາຍເລກ ແລະ ໜຶ່ງໃນນັ້ນຜູ້ທີ່ໄດ້ຮັບຕໍາແໜ່ງຮອງອັນດັບ 1 ຈາກເວທີປະກວດໃນຄັ້ງນີ້ ເຊິ່ງເປັນສາວງາມບໍ່ເຄີຍຢຸດທີ່ຈະຕາມຫາ ຄວາມຝັນຂອງຕົນເອງ ແລະ ຈົນປະສົບຄວາມສໍາເລັດໃນເສັ້ນທາງນາງງາມນັ້ນກໍຄື ສຸກັນຍາ ສຸລິວົງ ຫຼື ອີ້ງ MGL16 ຮອງອັນດັບໜຶ່ງ Miss Grand Laos 2022 ນັ້ນເອງ.

ການປະກວດໃນເວທີ Miss Grand Laos 2022 ປີນີ້ ອີ້ງໄດ້ຄວ້າຫຼາຍລາງວັນ  ໃຫຍ່ທັງສາມລາງວັນ ນັ້ນກໍຄື: ລາງວັນ Miss Face Of Beauty, Miss Charming In Dancham pa ແລະ Best Evening Gown. ພ້ອມນີ້, ກໍຄືຕໍາແໜ່ງ ຮອງອັນດັບ 1 Miss Grand Laos 2022 ເອີ້ນໄດ້ວ່າກວດລາງວັນໄປໄດ້ຢ່າງໜ້າຊື່ນຊົມທີ່ສຸດເລີຍ.

ມື້ນີ້ທີມຂ່າວບັນເທີງ ພາມາເປີດປະຫວັດສາວງາມຄົນນີ້ ເພື່ອໃຫ້ແຟນນາງງາມໄດ້ຮູ້ຈັກກັນຫຼາຍຂຶ້ນ ສໍາລັບອີ້ງ ປັດຈຸບັນອາຍຸ 24 ປີ, ສ່ວນສູງ 166 ຊັງຕີແມັດ, ຈົບການສຶກສາລະດັບປະລິນຍາຕີ ຈາກມະຫາວິທະໄລ yunnan Minzu university. ການປະກວດທີ່ເປັນຜົນງານຜ່ານມາ ແມ່ນເຄີຍປະກວດມາແລ້ວຫຼາຍເວທີເຊັ່ນ ເຄີຍປະກວດ Miss Laos 2020 ແມ່ນເຂົ້າຮອບ top40, Miss world 2021 ກໍເຂົ້າຮອບ top10, ແລະ Miss supranational 2021 ກໍໄດ້ເຂົ້າຮອບ top5 ນັ້ນເອງ.

ອີ້ງບອກວ່າ: ເຫດຜົນທີ່ຕົນເອງເລືອກລົງປະກວດໃນເວທີ Miss Grand Laos ນີ້ ແມ່ນກ່ອນອື່ນເລີຍ ເປັນເວທີປະກວດນາງງາມລະດັບນານາຊາດໃໝ່ ຕົນເອງໄດ້ສຶກສາ ແລະ ຕິດຕາມການປະກວດ Miss grand ມາເລື້ອຍໆ ຈົນເຖິງມາປະກວດໃນປີນີ້ ຄິດວ່າເວທີນີ້ແລະ ທີ່ຕອບໂຈດ ແລະ ເຂົ້າກັບບຸກຄະລິກຂອງຕົນເອງດີເລີຍ ຈຶ່ງເຮັດໃຫ້ຕັດສິນໃຈລົງປະກວດອີກຄັ້ງ.

ກ່ອນຮອບຕັດສິນ ອີ້ງຍັງໃຫ້ຮູ້ອີກວ່າ: ຄວາມຄາດຫວັງຂອງຕົນເອງທຸກເວທີທຸກປີທີ່ປະກວດ ຕົນເອງຫວັງຢາກຕິດ top1 ໃນ 3 ຢູ່ແລ້ວ ແຕ່ບົດຮຽນ ແລະ ປະສົບການທີ່ຜ່ານມາເຮົາອາດຈະບໍ່ເໝາະກັບເວທີນັ້ນກໍເປັນໄດ້ ແຕ່ວ່າການປະກວດ Miss Grand Laos 2022 ປີນີ້ ຕ້ອງເຮັດໃຫ້ຕົວເອງມີຄວາມສຸກ ແລະ ເຕັມທີ່ໄປກັບກອງປະກວດທຸກມື້ ທີ່ສຳຄັນຄືສຸຂະພາບ ອີ້ງ ໃຫ້ຄວາມສຳຄັນຫຼາຍກັບເລື່ອງນີ້ ແລະ ອີ້ງ ກໍຍັງຫວັງວ່າປີນີ້ຂໍໃຫ້ໄດ້ຈັບໄມ ເປັນຜູ້ເຂົ້າປະກວດທີ່ຕິດ 1 ໃນສາມຄົນ ແລະ ໃນທີ່ສຸດສາວງາມຄົນນີ້ກໍສາມາດເຮັດຕາມ ຄວາມຝັນຂອງຕົນເອງໄດ້ສໍາເລັດ.

ພ້ອມນີ້, ອີ້ງຍັງມີຄະຕິປະຈໍາໃຈຂອງຕົນເອງວ່າ “ ຄວາມ ດີຈະຊະນະທຸກຢ່າງ ແຕ່ຕ້ອງດີໃຫ້ຖືກທີ່ ຖືກເວລາ ”.

ພາຍຫຼັງຈົບການປະກວດ ອີ້ງກໍຍັງໄດ້ໂພສຂໍ້ຄວາມພ້ອມຮູບພາບຂອງຕົນເອງຜ່ານໂລກອອນລາຍ ວ່າ: “ ຜູ້ຍິງທຳມະດາທີ່ຕັ້ງໃຈເຮັດໃນສິ່ງທີ່ຕົວເອງຮັກມາຕະຫຼອດ ປີນີ້ຕັ້ງເປົ້າໄວ້ແຕ່ຕົ້ນປີແລ້ວວ່າ ຕ້ອງເຮັດຢ່າງໃດຢ່າງໜຶ່ງໃຫ້ສຳເລັດໃຫ້ໄດ້ ຍ້ອນ ຄວາມມັກຢ່າງດຽວທີ່ເຮັດໃຫ້ອີ້ງບໍ່ເຄີຍທໍ້ຖອຍ ເປັນອີກບາດກ້າວໜຶ່ງໃນຊີວິດທີ່ໄດ້ຮັບຕຳແໜ່ງອັນຊົງກຽດ ຮອງອັນດັບ 1 ມີສແກຣນລາວ 2022 ”, ພ້ອມນັ້ນກໍຍັງໄດ້ກ່າວຂອບໃຈທຸກໆການສະໜັບສະໜູນຈາກທຸກພາກສ່ວນດ້ວຍ.

ສຸດທ້າຍນີ້, ທີມຂ່າວບັນເທີງກໍຕ້ອງຂໍສະແດງຄວາມ ຍິນທີ່ເປັນທີ່ສຸດ ສໍາລັບລາງວັນ ແລະ ຕໍາແໜ່ງທີ່ສາວງາມຄົນນີ້ຄວ້າມາໄດ້ ແລະ ຂໍຝາກແຟນຂ່າວບັນເທີງເປັນກຳລັງໃຈ ແລະ ຕິດຕາມທຸກໆຜົນງານຂອງສາວຄົນນີ້ດ້ວຍ ທາງ FB: Soulivong Soukanya ນັ້ນເອງ.

[ ຮູບ: Soulivong Soukanya ]