ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ທັນວາ2021 ວ່າ ສະຖາບັນວິໄຈສັນຕິພາບນານາຊາດສະຕ໊ອກໂຮມ ໄດ້ເຜີຍແຜ່ບົດລາຍງານການເຄື່ອນໄຫວຂອງຕະຫຼາດອາວຸດປະຈຳປີ 2021 ວ່າ ເຖິງແມ່ນວ່າການແຜ່ລະບາດຂອງພະຍາດໂຄວິດ-19 ຈະຍັງສືບຕໍ່ສົ່ງຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກ ເປັນປີທີ 2 ຕິດຕໍ່ກັນ ແຕ່ບໍລິສັດຜູ້ຜະລິດ ແລະ ຂາຍອາວຸດຂະໜາດໃຫຍ່ 100 ແຫ່ງຂອງໂລກ ຍັງມີຜົນກຳໄລເພີ່ມຂຶ້ນເກືອບ 1,3% ເມື່ອທຽບໃສ່ປີ 2019 ໂດຍລາຍໄດ້ໃນປີ 2021 ຢູທີ່ລະດັບ 531.000 ລ້ານໂດລາສະຫະລັດ ເຊິ່ງສວນທາງກັບເສດຖະກິດໂລກ ທີ່ກຳລັງຟື້ນຕົວຢ່າງຊ້າໆ ເນື່ອງຈາກລັດຖະບານຂອງຫຼາຍປະເທດ ຍັງຕ້ອງການອາວຸດຍຸດໂທປະກອນ ແລະ ບໍລິການກ່ຽວຂ້ອງ.
ສຳລັບບໍລິສັດຜະລິດ ແລະ ຂາຍອາວຸດຂະໜາດໃຫຍ່ທີ່ສຸດ 5 ອັນດັບທຳອິດຂອງໂລກ ຍັງເປັນບໍລິສັດຈາກສະຫະລັດອາເມຣິກາ ນຳໂດຍບໍລິສັດ ຣິກຮີດ ມາຣ໌ຕິນ ດ້ວຍຍອດຂາຍ ແລະ ບໍລິການກ່ຽວຂ້ອງ 58.200 ລ້ານໂດລາ, ຂະນະທີ່ບໍລິສັດ ບີເອເອີ ຊິສເຕັມ ຂອງສະຫະຣາຊະອານາຈັກເປັນອັນດັບ 6 ແລະ ເປັນອັນດັບສູງສຸດຂອງຜູຜະລິດອາວຸດໃນທະວີບເອີຣົບ. ແຕ່ທີ່ໜ້າຕິດຕາມກໍຄືບໍລິສັດຜູ້ຜະລິດອາວຸດຈາກ ຈີນ ທີ່ຕິດ 100 ອັນດັບທຳອິດຂອງໂລກເຖິງ 5 ແຫ່ງ ໂດຍມີຍອດຂາຍລວມກັນຢູ່ທີ່ 66.800 ລ້ານໂດລາ ເພີ່ມຂຶ້ນ 1,5% ເມື່ອທຽບໃສ່ປີ 2019.
ສ່ວນບໍລິສັດຈາກຣັດເຊຍ ເຊິ່ງເປັນປະເທດທີ່ມີຊື່ສຽງດ້ານການພັດທະນາອາວຸດ ມີບໍລິສັດ 9 ແຫ່ງທີ່ຕິດ 100 ອັນດັບທຳອິດ ໂດຍມີຍອດຂາຍລວມກັນປະມານ 26.400 ລ້ານໂດລາ, ຫຼຸດລົງ 6,5% ເມື່ອທຽບກັບປີຜ່ານມາ.