ສຳນັກຂ່າວຕ່າງປະເທດລາຍງານວ່າ ສຳນັກງານນາຍົກລັດຖະມົນຕີຂອງອັງກິດໄດ້ອອກຖະແຫຼງການເມື່ອວັນທີ 21 ພະຈິກຜ່ານມາວ່າ ນັບແຕ່ຕົ້ນປີ 2022 ເປັນຕົ້ນໄປ ທຸກອາຄານທີ່ສ້າງຂຶ້ນໃໝ່ໃນອັງກິດຕ້ອງມີຈຸດສາກແບັດເຕີຣີລົດໄຟຟ້າ ຕາມກົດໝາຍໃໝ່ ທີ່ກຳລັງຈະປະກາດໃຊ້ໃນໄວໆນີ້.
ລາຍງານລະບຸວ່າ: ການປະກາດໃຊ້ກົດໝາຍດັ່ງກ່າວນັ້ນ ຈະເຮັດໃຫ້ອັງກິດມີຈຸດສາກລົດໄຟຟ້າເພີ່ມຂຶ້ນປີລະປະມານ 1450.000 ຈຸດຕໍ່ປີ ຈົນຮອດປີ 2030 ເຊິ່ງເປັນປີທີ່ອັງກິດປະກາດຍົກເລີກການຈຳໜ່າຍລົດຍົນລຸ້ນໃໝ່ທີ່ນຳໃຊ້ນ້ຳມັນທັງແອັດຊັງ ແລະ ກາຊວນ.
ກົດໝາຍດັ່ງກ່າວ ຈະນຳໃຊ້ກັບບ້ານເຮືອນທີ່ສ້າງຂຶ້ນໃໝ່ ລວມທັງອາຄານທີ່ບໍ່ແມ່ນທີ່ຢູ່ອາໄສ ເຊັ່ນ: ອາຄານສຳນັກງານ ແລະ ຊູເປີມາເກັດ, ນອກຈາກນີ້ ຍັງບັງຂັບໃຊ້ກັບອາຄານເກົ່າທີ່ມີການປັບປຸງຕໍ່ເຕີມໃໝ່ກໍໃຫ້ມີບ່ອນຈອດ ແລະ ສາກລົດໄຟຟ້າໄດ້ 10 ຄັນຂຶ້ນໄປ.
ການເລັ່ງລົງທຶນໃນໂຄງສ້າງພື້ນຖານ ເພື່ອໃຫ້ປະຊາຊົນປ່ຽນໄປນຳໃຊ້ຍານພາຫະນະພະລັງງານໄຟຟ້າ ໄດ້ງ່າຍຂຶ້ນ, ສະດວກຂຶ້ນ ຄືໜຶ່ງໃນອົງປະກອບພື້ນຖານຂອງກົນລະຍຸດເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຕາມນະໂຍບາຍຂອງລັດຖະບານອັງກິດ.