ສຳນັກຂ່າວຊິນຮວາລາຍງານວ່າ ທະນາຄານກາງ ແຫ່ງ ສປ ຈີນ (PBOC) ໄດ້ອອກຖະແຫຼງການລະບຸວ່າ: ທະນາຄານກາງຈີນ ຈະຈັດສັນເງິນກູ້ດອກເບ້ຍຕ່ຳໃຫ້ແກ່ສະຖາບັນການເງິນຕ່າງໆ ແລ້ວໃຫ້ສະຖາບັນການເງິນເຫຼົ່ານັ້ນປ່ອຍກູ້ຕໍ່ໃຫ້ບໍລິສັດຕ່າງໆ ເພື່ອສະໜັບສະໜູນການພັດທະນາໃນການຫຼຸດການປ່ອຍກາກບອນໄດອ໊ອກໄຊ ຫຼື ຫັນມານຳໃຊ້ພະລັງງານທີ່ສະອາດ, ການປະຢັດພະລັງງານ ແລະ ປົກປ້ອງສິ່ງແວດລ້ອມ ຕາມນະໂຍບາຍຫຼຸດການປ່ອຍອາຍພິດເຮືອນແກ້ວລົງ ບົນພື້ນຖານການຕັດສິນໃຈທີ່ເປັນອິດສະຫຼະ ແລະ ການຍອມຮັບຄວາມສ່ຽງ ອີກທັງ ຍັງສາມາດລະດົມທຶນເພື່ອສັງຄົມເພີ່ມຕື່ມອີກ ເພື່ອສົ່ງເສີມໃຫ້ຫຼຸດການປ່ອຍອາຍພິດເຮືອນແກ້ວ.
ຖະແຫຼງລະບຸວ່າ: ສະຖາບັນການເງິນຕ່າງໆ ຄວນປ່ອຍເງິນກູ້ໂດຍຄິດດອກເບ້ຍຕາມອັດຕາດອກເບ້ຍອ້າງອີງ ຫຼື ຄິດອັດຕາດອກເບ້ຍລູກຄ້າຊັ້ນດີ (LPR).
ທັງນີ້ PBOC ຈະກຳນົດໃຫ້ 60% ຂອງເງິນຕົ້ນ ທີ່ສະຖາບັນການເງິນຕ່າງໆປ່ອຍກູ້ນັ້ນ ເພື່ອຫຼຸດການປ່ອຍກາກບອນໄດອ໊ອກໄຊ ໂດຍຄິດອັດຕາດອກເບ້ຍທີ່ 1,75% ຕໍ່ປີ. ນອກຈາກນີ້ ນີ້ PBOC ຍັງກຳນົດໃຫ້ສະຖາບັນການເງິນເຫຼົ່ານັ້ນຕ້ອງເປີດເຜີຍຂໍ້ມູນໃຫ້ສາທາລະນະຮັບຮູ້ກ່ຽວກັບເງິນກູ້ນັ້ນໆ ຕະຫຼອດຮອດຂໍ້ມູນ ຫຼຸດການປ່ອຍອາຍກາກບອນທີ່ມາຈາກເງິນກູ້ດັ່ງກ່າວນຳອີກ.