ຕອນນີ້ ສປ ຈີນ ນັ້ນແມ່ນກຳລັງປະເຊີນກັບຫິມະທຳອິດຂອງປີ ເຊິ່ງຖືວ່າປີນີ້ແມ່ນມາໄວກວ່າປົກກະຕິ ຖ້າທຽບໃສ່ກັບຫຼາຍປີທີ່ຜ່ານມາ ດັ່ງນັ້ນ, ທາງການຂອງຈີນຈຶ່ງໄດ້ປະກາດແຈ້ງເຕືອນໃຫ້ປະຊາຊົນເພີ່ມຄວາມລະມັດລະວັງໃນການໃຊ້ຊີວິດ ໃນທ່າມກາງທີ່ອາກາດໜາວເຍັນມາເຍືອນ ທີ່ໄວກວ່າປົກກະຕິ.
ແນ່ນອນເມື່ອ ສປ ຈີນ ຕ້ອງຜະເຊີນກັບອາກາດໜາວ ບ້ານເຮົາກໍ່ຫຼີກບໍໄດ້ເນື່ອງຈາກສະພາບດິນຟ້າອາກາດ ແມ່ນປະເທດເຮົາຈະໄດ້ຮັບອິດທິພົນມາຈາກຈີນເປັນສ່ວນໃຫຍ່ ສະນັ້ນຢ່າລືມກຽມເຄື່ອງອຸ່ນໆໄວ້ໃຫ້ລູກຫຼານ ແລະຜູ້ສູງອາຍຸ ເພື່ອໃຫ້ຮ່າງກາຍອົບອຸ່ນບໍເຈັບໄຂ້ໄດ້ປ່ວຍງ່າຍໆ.
ຕາມຂ່າວຈາກ ນະຄອນຫລວງ ປັກກິ່ງ, ວັນທີ7ພະຈິກ, ສໍານັກງານ ອຸຕຸນິຍົມ ວິທະຍາແຫ່ງຊາດຈີນ ອອກປະກາດ ເຕືອນໄພສະພາບອາກາດປ່ຽນແປງໃນລະດັບສີສົ້ມ ເຊິ່ງເປັນລະດັບຮອງຈາກສູງສຸດ ເນື່ອງຈາກຫິມະທຳອິດຂອງລະດູໜາວປີນີ້ມາໄວ ແລະ ຫລາຍກວ່າປົກກະຕິ ໂດຍປະລິມານ ຫິມະຕົກ ສະສົມ ໃນບາງພື້ນທີ່ ທາງພາກເໜືອຂອງຈີນສູງເຖິງ 45 ມີລິແມັດ ພາຍໃນໄລຍະເວລາ 24 ຊົ່ວໂມງ ເຊິ່ງຖືວ່າມາໄວກວ່າປົກກະຕິ ເຖິງ 23 ວັນ.
ດັ່ງນັ້ນ ເຈົ້າໜ້າທີ່ທາງການ ໄດ້ມີຄຳເຕືອນ ໃຫ້ປະຊາຊົນຫລີກລ້ຽງ ອອກນອກເຄຫາສະຖານ ຖ້າບໍ່ຈຳເປັນ ເນື່ອງຈາກອຸນຫະພູມມີແນວໂນ້ມຫລຸດລົງຕ່ຳສຸດ ໃນຮອບໜຶ່ງທົດສະວັດ ລວມທັງພາກຕາເວັນອອກ ລົງໄປຈົນເຖິງພາກໃຕ້ນັບແຕ່ນະຄອນຊຽງໄຮ້ໄປຈົນເຖິງ ເມືອງກວ່າງໂຈວໄດ້ຮັບຄຳເຕືອນ ໃຫ້ລະມັດລະວັງສະພາບອາກາດໜາວແຮງເຊັ່ນກັນ.