ສຳນັກຂ່າວຕ່າງປະເທດລາຍງານວ່າ ຈະຫຼວດໂຊຢຸດ MS-18 ຂອງອົງການອາວະກາດຣັດເຊຍ ໄດ້ບັນທຸກນັກບິນ ພ້ອມນັກສະແດງ ແລະ ທີມງານຖ່າຍທຳຮູບເງົາ ໄດ້ເດີນທາງກັບຄືນສູ່ໂລກແລ້ວໃນເວລາປະມານ 11:35 ໂມງຂອງວັນທີ 17 ຕຸລາຜ່ານມາ (ຕາມເວລາໃນປະເທດເຮົາ) ທີ່ເມືອງເຊຊຄາສກັນຂອງຄາຊັກສະຖານ ໂດຍໃຊ້ເວລາປະມານ 3 ຊົ່ວໂມງເຄິ່ງເດີນທາງຈາກສະຖານີອາວະກາດນາໆຊາດ (ISS) ກັບສູ່ໂລກ.
ທັງນີ້ ທີມງານຖ່າຍທຳດັ່ງກ່າວໄດ້ເດີນທາງຂຶ້ນໄປຖ່າຍທຳຮູບເງົາຢູ່ສະຖານີອາວະກາດນານາຊາດໃນວັນທີ 5 ຕຸລາຜ່ານມາ ເພື່ອຖ່າຍທຳສາກໜຶ່ງຂອງຮູບເງົາເລື່ອງ ຊາເລັນ (Challenge) ເປັນເວລາ 12 ວັນ ເຊິ່ງມີ ນາງ ເພເຣຊີລ ຮັບບົດບາດເປັນແພດ ທີ່ຕ້ອງເດີນທາງຂຶ້ນສູ່ສະຖານີອາວະກາດນານາຊາດຢ່າງຮີບດ່ວນ ເພື່ອຜ່າຕັດຫົວໃຈຂອງນັກບິນອາວະກາດຢ່າງເລັ່ງດ່ວນ ເຊິ່ງກ່ອນຈະຂຶ້ນໄປຖ່າຍທຳ, ທີມງານນັກສະແດງ ໄດ້ເຂົ້າຝຶກອົບຮົມສະມັດທະພາບຂັ້ນພື້ນຖານຂອງຮ່າງກາຍຢ່າງເຂັ້ມງວດ ກ່ອນຈະຂຶ້ນໄປສູ່ ສະຖານີອາວະກາດນານາຊາດ ແລະ ໃຊ້ຊີວິດຢູ່ທີ່ນັ້ນເປັນເວລາ 12 ວັນ.