ສຳນັກຂ່າວຊິນຮວາລາຍງານວ່າ ນະຄອນຊຽງໄຮ ເຊິ່ງເປັນສູນກາງທາງດ້ານເສດຖະກິດທາງຕາເວັນອອກຂອງຈີນ ກຽມເປີດບໍລິການລົດໄຟຂົນສົ່ງສິນຄ້າສູ່ນະຄອນ ຮຳບວກຂອງເຢຍລະມັນ (ຊຽງໄຮ ເອັກຊ໌ເພຣສ) ໃນວັນທີ 28 ກັນຍາຈະເຖິງນີ້ ເຊິ່ງຖືວ່າ ເປັນການບໍລິການລົດໄຟຂ້າມແດນລະຫວ່າງຊຽງໄຮ ຫາ ເອີຣົບເປັນສາຍທຳອິດຂອງໂລກ.
ທັງນີ້ ພາສີ ນະຄອນຊຽງໄຮ ເປີດເຜີຍວ່າ: ການບໍລິການລົດໄຟຂົນສົ່ງສິນຄ້າ (ຊຽງໄຮ ເອັກຊ໌ເພຣສ) Shanghai Express ຈະບັນທຸກເສື້ອຜ້າ, ຊິ້ນສ່ວນລົດຍົນ, ເຟີນີເຈີ, ເຄື່ອງໃຊ້ທີ່ຈຳເປັນໃນຊີວິດປະຈຳວັນ ແລະ ສິນຄ້າປະເພດອື່ນໆ, ຂະບວນລົດໄຟດັ່ງກ່າວ ຈະອອກເດີນທາງຈາກຈີນ ທາງດ່ານອາລາຊານ ໃນເຂດປົກຄອງຕົນເອງຊິນຈຽງອຸຍກູ ທາງທິດຕາເວັນຕົກສຽງເໜືອຂອງປະເທດ ໂດຍຈະໃຊ້ເວລາປະມານ 2 ອາທິດຈະເຖິງນະຄອນຮຳບວກຂອງເຢຍລະມັນ ໂດຍຈະຜ່ານຄາຊັກສະຖານ, ຣັດເຊຍ, ເບລາຣຸສ ແລະ ໂປໂລຍ ກ່ອນຈະເຂົ້າສູ່ເຢຍລະມັນ.
ຂະບວນງລົດໄຟຂົນສົ່ງສິນຄ້າເສັ້ນທາງນີ້ ຈະເປັນທາງເລືອກໃໝ່ດ້ານໂລຈິສຕິກໃຫ້ແກ່ຜູ້ປະກອບການທັງພາຍໃນຈີນ ແລະ ຕ່າງປະເທດ.