ອຸດົມໄຊ ກຳນົດ 7 ວຽກຈຸດສຸມ ພັດທະນາເສດຖະກິດ – ສັງຄົມ ປີ 2024

40

ອົງການປົກຄອງແຂວງອຸດົມໄຊ ກຳນົດ 7 ວຽກຈຸດສຸມ ເພື່ອເຮັດໃຫ້ການປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປີ 2024 ຂອງແຂວງ ບັນລຸຕາມຄາດໝາຍທີ່ກຳນົດໄວ້.


ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ຜ່ານມາວ່າ: ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ຕາມທ່າແຮງ ແລະ ເງື່ອນໄຂຕົວຈິງ ຂໍສັງລວມບາງວຽກຈຸດສຸມໂດຍຫຍໍ້ດັ່ງນີ້:

1). ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຮັບປະກັນເຮັດໃຫ້ແຂວງອຸດົມໄຊ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

2). ສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດເສດຖະກິດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ ແລະ ບັນຫາເຄັ່ງຮ້ອນຂອງເສດຖະກິດ – ການເງິນ ແນໃສ່ເຮັດໃຫ້ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 4,73%, ລວມຍອດຜະລິດຕະພັນພາຍໃນ GDP ໃຫ້ບັນລຸໄດ້ 9.422,24 ຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນໃຫ້ບັນລຸໄດ້ 1.378 ໂດລາສະຫະລັດ.

3). ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍຂົງເຂດວັດທະນະທຳ – ສັງຄົມ ໃຫ້ບັນລຸເທື່ອລະກ້າວ; ໃນນີ້ ສືບຕໍ່ແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ; ສຸມໃສ່ຕ້ານ ແລະ ປ້ອງກັນການແຜ່ລະບາດພະຍາດຕາມລະດູການ, ແກ້ໄຂການຂາດແຄນຢາ ແລະ ອຸປະກອນການແພດ; ສ້າງ ແລະ ພັດທະນາສີມືແຮງງານໃຫ້ໄດ້ຫຼາຍຂຶ້ນ ເພື່ອຕອບສະໜອງແຮງງານໃນການພັດທະນາ.


4). ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການກຳນົດຕຳແໜ່ງງານໃຫ້ສຳເລັດໃນທົ່ວແຂວງ ແລະ ສ້າງຕັ້ງໜ່ວຍງານບໍລິການຂອງລັດຜ່ານປະຕູດຽວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢູ່ຂັ້ນເມືອງຈຳນວນໜຶ່ງ; ສືບຕໍ່ສ້າງນິຕິກໍາລຸ່ມກົດໝາຍ ໃຫ້ບັນລຸໄດ້ຕາມແຜນ.

5). ສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ໃຫ້ເປັນຂະບວນການ, ແຂງແຮງກວ່າເກົ່າ, ໃນນີ້ ສູ້ຊົນສ້າງຄອບຄົວ ແລະ ບ້ານພົ້ນທຸກ, ຄອບຄົວ ແລະ ບ້ານພັດທະນາ, ຄອບຄົວ ແລະ ບ້ານວັດທະນະທຳໃຫ້ບັນລຸໄດ້ຕາມແຜນ, ສູ້ຊົນສ້າງ ແລະ ປະກາດບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ ຈຳນວນ 2 ບ້ານ ຄື: ບ້ານຫຼັກ 32, ເມືອງໄຊ ແລະ ບ້ານສີບຸນເຮືອງ, ເມືອງຮຸນ.

6). ສຸມໃສ່ຈັດຕັ້ງປະຕິບັດ ສ້າງແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ( 2025 – 2030 ), ຍຸດທະສາດ 10 ປີ ( 2025 – 2035 ) ແລະ ວິໄສທັດ 15 ປີ ( 2025 – 2040 ) ຂອງຂັ້ນເມືອງ, ຂັ້ນແຂວງ ຕິດພັນກັບຂະບວນການຮັບໃຊ້ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ແລະ ເມືອງ ທີ່ຈະມາເຖິງ ຮັບປະກັນໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ແລະ ທັນເວລາ.

7). ສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະກັບບັນດາແຂວງແຮກສ່ຽວ ແລະ ແຂວງມິດຕະພາບ ສສ ຫວຽດນາມ, ສປ ຈີນ, ຣາຊະອານາຈັກໄທ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອເພີ່ມທະວີສາຍພົວພັນຮ່ວມມື ເພື່ອຍາດແຍ່ງການຊ່ວຍເຫຼືອຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ ໃຫ້ແຂງແຮງກວ່າເກົ່າ.