ເອີຣົບ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍ AI

48

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ລາຍງານວ່າ: ວັນທີ 13 ມີນາ ລັດຖະສະພາເອີຣົບ ( EP ) ໄດ້ໃຫ້ສັດຕະຍາບັນກົດໝາຍສະບັບທຳອິດກ່ຽວກັບປັນຍາປະດິດ ( AI ) ລວມມີບັນດາລະບົບ AI ທີ່ເຂັ້ມແຂງຄື ChatGPT ຂອງ OpenAI.

ທີ່ວາລະປະຊຸມຄົບຄະນະ ທີ່ດຳເນີນຢູ່ Strasbourg ປະເທດຝຣັ່ງ, ຮ່າງກົດໝາຍວ່າດ້ວຍ AI ໄດ້ຮັບການສະໜັບສະໜູນຈາກສະມາຊິກລັດຖະສະພາເອີຣົບ 523 ທ່ານ, ໃນຂະນະທີ່ມີສະມາຊິກລັດຖະສະພາ 46 ທ່ານໄດ້ປ່ອນບັດຄ້ານ. ຮ່າງກົດໝາຍສະບັບດັ່ງກ່າວ ຕ້ອງໄດ້ຮັບການຮັບຮອງເອົາຈາກອົງການນິຕິບັນຍັດຂອງ 27 ປະເທດສະມາຊິກສະຫະພາບເອີຣົບ ( EU ) ໃນເດືອນເມສາຈະມາເຖິງ ກ່ອນທີ່ຈະໄດ້ປະກາດໃນຈົດໝາຍເຫດທາງການຂອງ EU ໃນເດືອນພຶດສະພາ ຫຼື ເດືອນມິຖຸນາ ປີ 2024 ນີ້.

ບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງບັນດາຮູບແບບ AI  ຄື ChatGPT ນັ້ນ ຈະມີຜົນບັງຄັບໃຊ້ 12 ເດືອນ ພາຍຫຼັງຮ່າງກົດໝາຍໄດ້ຮັບການປະກາດໃຊ້ຢ່າງເປັນທາງການ, ໃນຂະນະທີ່ບັນດາບໍລິສັດອື່ນຕ້ອງປະຕິບັດຂໍ້ກຳນົດສ່ວນຫຼາຍພາຍໃນ 2 ປີ.

ເມື່ອຕົ້ນເດືອນກຸມພາຜ່ານມາ, ບັນດາປະເທດສະມາຊິກ EU ໄດ້ຮັບຮອງເອົາຮ່າງກົດໝາຍ AI ສະບັບດັ່ງກ່າວ ພາຍຫຼັງການຕົກລົງເຫັນດີກ່ຽວກັບຂໍ້ຕົກລົງທາງການເມືອງໃນເດືອນທັນວາ 2023.