ກ່ຳປັ່ນຂົນສົ່ງເຄື່ອງຊ່ວຍເຫຼືອຖ້ຽວທຳອິດ ໄດ້ອອກຈາກໄຊປັດ ເດີນທາງໄປເຂດກາຊາ

1840

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ລາຍງານວ່າ: ວັນທີ 12 ມີນາກ່ຳປັ່ນຂົນສົ່ງເຄື່ອງຊ່ວຍເຫຼືອ ຈຳນວນ 200 ໂຕນ ໄປກາຊາ ໄດ້ອອກຈາກທ່າກ່ຳປັ່ນຂອງປະເທດໄຊປັດ. ນີ້ແມ່ນໂຄງການທົດລອງການຂົນສົ່ງເຄື່ອງຊ່ວຍເຫຼືອທາງທະເລໃຫ້ແກ່ປະຊາຊົນ ປາແລັສຕິນ ທີ່ກຳລັງອຶດຫິວ.

ກ່ຳປັ່ນ Open Arms ເລີ່ມເດີນທາງຈາກທ່າກ່ຳປັ່ນ Larnaca ຂອງໄຊປັດ ພ້ອມທັງໄດ້ແກ່ເຮືອທ້ອງແບນທີ່ຂົນສົ່ງແປ້ງເຂົ້າຈີ່, ເຂົ້າສານ… ໂຄງການນີ້ ສ່ວນໃຫຍ່ແມ່ນສະຫະລັດອາຣັບ ເອເມເລດ ( UAE ) ແລະ ອົງການກຸສົນ World Central Kitchen ທີ່ມີສຳນັກງານຕັ້ງຢູ່ອາເມຣິກາ ອຸປະຖຳ.

ປັດຈຸບັນ ຢູ່ເຂດ ກາຊາ ບໍ່ມີທ່າກ່ຳປັ່ນແຫ່ງໃດເຄື່ອນໄຫວ ແລະ ບັນດາເຈົ້າໜ້າທີ່ບໍ່ໄດ້ເຜີຍໃຫ້ຮູ້ວ່າ ຈຳນວນເຄື່ອງຊ່ວຍເຫຼືອດັ່ງກ່າວຈະເຂົ້າທຽບທ່າກ່ຳປັ່ນແຫ່ງໃດ, ຈະຖືກກວດກາຈາກອິດສະຣາແອນ ຫຼື ບໍ່ ແລະ ໃຜຈະເປັນຜູ້ແຈກຢາຍເຄື່ອງຊ່ວຍເຫຼືອດັ່ງກ່າວ.