ກາຕາ, ອີຢິບ ດຳເນີນການເຈລະຈາຢຸດຍິງຢູ່ເຂດ ກາຊາ

38

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມລາຍງານວ່າ: ວັນທີ 25 ກຸມພາ ສື່ມວນຊົນ ອີຢິບ ໄດ້ໃຫ້ຂ່າວວ່າ ກາຕາ ແລະ ອີຢິບ ຈະດຳເນີນການເຈລະຈາ ສອງຮອບກ່ຽວກັບຂໍ້ຕົກລົງຢຸດຍິງລະຫວ່າງຂະບວນການອິດສະລາມ ຮາມາດ ແລະ ອິດສະລາແອນ ຢູ່ເຂດ ກາຊາ.

อาจเป็นรูปภาพของ ไฟ

ສຳນັກຂ່າວສານ Al-Qahera News ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ ອີຢິບ ຄົນໜຶ່ງທີ່ບໍ່ເຜີຍຊື່ ໂດຍໃຫ້ຮູ້ວ່າ: ບັນດາການເຈລະຈາຄາດວ່າຈະໄດ້ດຳເນີນໃນອາທິດໜ້າຢູ່ ໂດຮາ ແລະ ໄຄໂຣ ເພື່ອແນໃສ່ຊອກຫາວິທີບັນລຸຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ.

ເນື້ອໃນຂໍ້ຕົກລົງນີ້ໄດ້ຮັບຄວາມຫວັງ ຈະລວມມີການຢຸດຕິການປະທະກັນ, ການປ່ອຍຕົວປະກັນຊາວ ອິດສະລາແອນ, ປ່ອຍຕົວບັນດານັກໂທດ ປາແລັດສະຕິນ ໃຫ້ເປັນອິດສະຫຼະ ແລະ ເພີ່ມທະວີການຊ່ວຍເຫຼືອມະນຸດສະທຳຢູ່ເຂດ ກາຊາ.