ທ່ານນາຍົກລົງຕິດຕາມການບໍລິການສິນຄ້າຜ່ານແດນ ທີ່ດ່ານສາກົນທ່າບົກ-ທ່ານາແລ້ງ

151

ໃນຕອນເຊົ້າ ວັນທີ 24 ກຸມພາ ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວເຮັດວຽກ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາທ່ານ ຮອງລັດຖະມົນຕີ, ຜູ້ຕາງໜ້າຂະແໜງການຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງ, ອຳນວຍຄວາມສະດວກ ແລະ ບໍລິການຂົນສົ່ງສິນຄ້າ ຜ່ານດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ, ເສັ້ນທາງລົດໄຟ ລາວ-ຈີນ ແລະ ລົດ ໄຟລາວ-ໄທ ເຂົ້າຮ່ວມ.

May be an image of 11 people
ຈຸດປະສົງ ເພື່ອເປັນການຕິດຕາມກວດກາ ສະພາບຄວາມເປັນຈິງ ກ່ຽວກັບການບໍລິການ ແລະ ອຳນວຍຄວາມສະດວກ ໃນການຂົນສົ່ງສິນຄ້າ ຜ່ານດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ເປັນຕົ້ນການແຈ້ງພາສີ, ການກວດກາສິນຄ້າ, ການຄ່ຽນຖ່າຍສິນຄ້າ, ລະບົບ ແລະ ເຄື່ອງມືທີ່ນຳໃຊ້, ການຈັດພະນັກງານຮັບຜິດຊອບວຽກງານດ້ານຕ່າງໆ, ລວມທັງຂອດຂັ້ນຕ່າງໆ ທີ່ຕິດພັນການບໍລິການຢູ່ເຂດດັ່ງ ກ່າວ ໂດຍສະເພາະການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ແລະ ລາວ-ໄທ. ອັນສຳຄັນ ເພື່ອຮັບຟັງບັນດາຂໍ້ສະເໜີ ທີ່ຍັງຄົງຄ້າງ ກໍຄືສິ່ງທີ່ຍັງເປັນອຸປະສັກອຸດຕັນຕ່າງໆທີ່ຕິດພັນ ທັງເພື່ອເປັນຂໍ້ມູນ ສະເໜີ ແລະ ຊີ້ນຳ ໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ນຳໄປແກ້ໄຂຈັດຕັ້ງປະຕິບັດ, ແນໃສ່ເຮັດໃຫ້ການບໍລິການຂົນສົ່ງສິນຄ້າ ຜ່ານດ່ານດັ່ງກ່າວມີປະສິດທິພາບ, ມີຄວາມສະດວກວ່ອງໄວ, ໂລ່ງ ລ່ຽນ, ໂປ່ງໃສ, ຮັບປະກັນຄວາມປອດໄພ ແລະ ຫຼຸດຜ່ອນຕົ້ນທຶນການຂົນສົ່ງ, ທັງສາມາດດຶງດູດການໃຊ້ບໍລິການ ໃຫ້ຫຼາຍຂຶ້ນກວ່າເກົ່າ.

May be an image of 17 people
ໃນໂອກາດນີ້, ຄະນະຄຸ້ມຄອງ ແລະ ພັດທະນາດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບລວມຂອງດ່ານ, ບັນດາກິດຈະກຳຢູ່ໃນທ່າບົກ ກໍຄືສະພາບການດຳເນີນ ແລະ ບໍລິການວຽກງານແຕ່ລະດ້ານ ເຊັ່ນ: ລົດຂົນສົ່ງຜ່ານທ່າບົກ, ລົດຂົນສົ່ງສະຫຼັບຫົວ, ລົດຂົນສົ່ງສິນຄ້າລົງສາງ ຫຼື ຄ່ຽນຖ່າຍ, ລົດຂົນສົ່ງຍົກຕູ້ຂຶ້ນລົງ, ລວມທັງ ຂັ້ນຕອນ ແລະ ວິທີການທາງດ້ານການເສຍພາສີ, ອັດຕາຄ່າບໍລິການຕ່າງໆ, ຕະຫຼອດຮອດ ການນຳສະເໜີບາງວຽກງານ ທີ່ຍັງຄົງຄ້າງ, ວຽກທີ່ຍັງບໍ່ທັນເປັນເອກະພາບ ຊຶ່ງຈະຕ້ອງໄດ້ພ້ອມກັນສືບຕໍ່ປຶກສາຫາລືແກ້ໄຂ. ນອກນັ້ນ, ຍັງໄດ້ຮັບຟັງການນຳສະເໜີຂໍ້ມູນ ຈາກຜູ້ປະກອບການ ບໍລິການທາງດ້ານເອກະສານ ນຳເຂົ້າ ແລະ ສົ່ງອອກສິນຄ້າ; ການລາຍງານຈາກເຈົ້າໜ້າທີ່ພາສີປະຈຳດ່ານ, ຜູ້ຕາງໜ້າບໍລິສັດ ລົດໄຟ ລາວ-ຈີນ ທັງຝ່າຍລາວ ແລະ ຈີນ ໂດຍສະເພາະການເຊື່ອມຕໍ່ການຂົນສົ່ງ ລະຫວ່າງ ສະຖານີລົດໄຟວຽງຈັນໃຕ້ ກັບຈຸດຄ່ຽນຖ່າຍສິນຄ້າ ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ.

May be an image of 5 people and dais
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນເຈາະຈີ້ມຕື່ມບາງດ້ານ ເພື່ອສະເໜີພາກສ່ວນກ່ຽວຂ້ອງໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ມີຄວາມສົນໃຈ ແລະ ຕັ້ງຂຶ້ນ ພ້ອມທັງຍົກໃຫ້ເຫັນ ເຫດຜົນ ແລະ ຄວາມຈຳເປັນ ໃນການເກັບຄ່າບໍລິການຕ່າງໆ ດັ່ງທີ່ໄດ້ກຳນົດໄວ້ໃນນະໂຍບາຍ ກໍຄື ນິຕິກຳທີ່ກ່ຽວຂ້ອງ; ເຫດຜົນ ໃນການຈັດວາງເຈົ້າໜ້າທີ່ກ່ຽວຂ້ອງ ຮັບຜິດຊອບວຽກງານດ້ານຕ່າງໆ ຢູ່ແຕ່ລະເຂດ; ຄຽງຄູ່ກັນນັ້ນ, ກໍໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນໃຫ້ເອົາໃຈໃສ່ກວດກາລົດຂົນສົ່ງສິນຄ້າຜ່ານດ່ານຢ່າງຄົບຖ້ວນ ເປັນມາດຕະຖານດຽວ ທີ່ເອກະພາບ (ບໍ່ເລືອກປະຕິບັດ), ປັບປຸງວິທີການກວດໃຫ້ສອດຄ່ອງກວ່າເກົ່າ ບົນພື້ນຖານນໍາໃຊ້ເຄື່ອງມືທີ່ທັນສະໄໝ; ໃນຕໍ່ໜ້າ ຈະໄດ້ມອບໝາຍ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ໃນການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ທີ່ເຊື່ອມຕໍ່ລະຫວ່າງ ສະຖານີລົດໄຟວຽງຈັນໃຕ້ ກັບດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ, ທັງຊອກຫາສາເຫດ ແລະ ຄົ້ນຄວ້າວິທີແກ້ໄຂບັນຫາ ທີ່ຕິດພັນກັບຄ່າບໍລິການຂົນສົ່ງ ໃນລະດັບທີ່ສົມເຫດສົມຜົນ, ສາມາດດຶງດູດການໃຊ້ບໍລິການ ຜ່ານເສັ້ນທາງລົດໄຟ ໃຫ້ຫຼາຍຂຶ້ນ ແລະ ມີປະສິດທິຜົນ.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)