ການທູດເສດຖະກິດ ເຮັດໜ້າທີ່ຫຍັງແດ່ຢູ່ຕ່າງປະເທດໄປເບິ່ງກັນ

58

ກົມເສດຖະກິດ, ກະຊວງການຕ່າງປະເທດ ຈັດເຜີຍແຜ່ກ່ຽວກັບວຽກງານການທູດເສດຖະກິດ ໃຫ້ແກ່ບັນດາ 6 ແຂວງພາກເໜືອ ໃນວັນທີ 16 ກຸມພາ 2024 ຜ່ານມາ, ຢູ່ແຂວງຫລວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າ ຈາກບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ 6 ແຂວງພາກເໜືອ ຂອງລາວ ເຂົ້າຮ່ວມ.

May be an image of 1 person, dais and text

ການຈັດເຜີຍແຜ່ຄັ້ງນີ້ແມ່ນແນໃສ່ການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ພະນັກງານ-ລັດຖະກອນຂັ້ນທ້ອງຖິ່ນ ກ່ຽວກັບບົດບາດຄວາມສຳຄັນຂອງວຽກງານການທູດເສດຖະກິດ ແລະ ແລກປ່ຽນຄຳຄິດເຫັນ ເພື່ອປັບປຸງກົນໄກການປະສານງານລະຫວ່າງ ພາກລັດດ້ວຍກັນ ແລະ ພາກລັດ ກັບເອກະຊົນ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານທູດເສດຖະກິດ ເປັນລະບົບ ແລະ ມີຄວາມໂລ່ງລ່ຽນເຊັ່ນ: ການສະໜອງຂໍ້ມູນຂ່າວສານດ້ານນະໂຍບາຍ, ນິຕິກຳ ແລະ ຂໍ້ມູນຕ່າງໆ ໃນຂົງເຂດເສດຖະກິດ; ຊຸກຍູ້ສ້າງ ແລະ ຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆ ໂດຍສະເພາະ ດໍາລັດວ່າດ້ວຍ ການເຄື່ອນໄຫວຂອງສໍານັກງານຜູ້ຕາງໜ້າ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນ ໄຫວການທູດເສດຖະກິດ.

May be an image of 4 people, table, lighting and text
ໃນກອງປະຊຸມ, ໄດ້ຍົກໃຫ້ເຫັນເຖິງບົດບາດຂອງວຽກງານການທູດ, ການເຄື່ອນໄຫວທາງການທູດ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະ ການເປັນນັກການຕະຫລາດ ເພື່ອຂົນຂວຍ-ໂຄສະນາ ດຶງດູດດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ ໃນປະເທດທີ່ມີສຳນັກງານຂອງ ສປປ ລາວ ຕັ້ງຢູ່ ເຊິ່ງໄລຍະຜ່ານມາ ວຽກງານການທູດ ກໍໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ສາກົນ ເພື່ອສ້າງເງື່ອນໄຂຕ່າງໆໃນການດຶງດູດເອົາທ່າແຮງບົ່ມຊ້ອນຂອງຕ່າງປະເທດ ມາປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ເປັນຕົ້ນ ໃນໄລຍະທີ່ມີການແພ່ລະບາດຂອງພະຍາດ ໂຄວິດ-19 ສປປ ລາວ ກໍໄດ້ມີການຍາດແຍ່ງເອົາການຊ່ວຍເຫລືອດ້ານສາທາລະນະສຸກ ເຊັ່ນ: ຊ່ຽວຊານສະເພາະດ້ານ, ອຸປະກອນການແພດ, ຢາປິ່ນປົວ ແລະ ວັກຊີນ.

May be an image of 6 people and text

ນອກຈາກນີ້, ກອງປະຊຸມ ຍັງໄດ້ນຳສະເໜີເອກະສານສຳຄັນ ກໍຄື ດໍາລັດ ວ່າດ້ວຍ ການເຄື່ອນໄຫວຂອງສໍານັກງານຜູ້ຕາງໜ້າ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວການທູດເສດຖະກິດ; ສ້າງແຜນຍຸດທະສາດການທູດເສດຖະກິດໃນໄລຍະໃໝ່ ໃຫ້ສອດຄ່ອງກັບນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ.
ພ້ອມນີ້, ຜູ້ເຂົ້າຮ່ວມຈາກ 6 ແຂວງພາກເໜືອ ກໍໄດ້ສະເໜີໃຫ້ມີການຊຸກຍູ້ຈາກສູນກາງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຕົນ ໂດຍສະເພາະແມ່ນການຫັນເປັນຜະລິດສິນຄ້າ ເພື່ອສົ່ງອອກ ໃຫ້ເປັນຂະບວນຟົດຟື້ນຢ່າງເປັນລະບົບ ລວມທັງການຊອກຕະຫລາດ ໃໝ່, ອີກດ້ານໜຶ່ງ ກໍຄື ການດຶງດູດການຄ້າ-ການລົງທຶນ ຈາກຕ່າງປະເທດ. ນອກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບຄວາມເປັນໄປໄດ້ໃນການສ້າງຕັ້ງກົນໄກປະສານງານ ລະຫວ່າງ ກອງເລຂາການທູດເສດຖະກິດ ກໍຄື ກະຊວງການຕ່າງປະເທດ ແລະ ທ້ອງຖິ່ນ ແນໃສ່ສ້າງລະບົບກົນໄກປະສານງານ ກໍຄື ການສະໜອງຂໍ້ມູນທີ່ເປັນເອກະພາບ ເພື່ອສົ່ງຕໍ່ໃຫ້ສຳນັກງານຜູ້ຕາງໜ້າການທູດລາວ ຢູ່ຕ່າງປະເທດ.

ການທູດເສດຖະກິດ ຖືເປັນວຽກງານໜຶ່ງທີ່ມີຄວາມສຳຄັນຢູ່ໃນໄລຍະທີ່ໂລກກຳລັງກ້າວເຂົ້າສູ່ການປະຕິວັດຍຸກ 4.0 ຫລາຍປະເທດກໍໄດ້ສຸມໃສ່ການເຊື່ອມໂຍງ, ເຊື່ອມຈອດເປັນຈຸດໃຈກາງ ເພື່ອສົ່ງເສີມໃຫ້ແກ່ການຄ້າ-ການລົງທຶນ ລະຫວ່າງພາກພື້ນກັບພາກພື້ນ ແລະ ອະນຸພາກພື້ນ, ລະຫວ່າງ ປະ ເທດກັບປະເທດ. ປັດຈຸບັນ ສປປ ລາວ ກໍມີທ່າແຮງບົ່ມຊ້ອນຫລາຍດ້ານ ທີ່ຈະໝູນໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ຕາມທິດທາງຂອງພັກ-ລັດ ໃນການຫັນປະເທດໄປສູ່ການພັດທະນາເສດຖະກິດສີຂຽວ.
ຂ່າວ-ພາບ: ກະຊວງການຕ່າງປະເທດ