ທ່ານ ວົງສະກຸນ ຍິ່ງຍົງ ຮັບການແຕ່ງຕັ້ງເປັນຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວຄົນໃໝ່

912

ໃນພິທີປະກາດການຈັດຕັ້ງ, ການຍົກຍ້າຍ-ແຕ່ງຕັ້ງພະນັກງານການນຳ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ທີ່ຈັດຂຶ້ນໃນວັນທີ 14 ກຸມພາ 2024 ນີ້  ທີ່ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ນອກຈາກການປະກາດແຕ່ງຕັ້ງຮອງລັດຖະມົນຕີສອງທ່ານຕາມທີ່ທີມຂ່າວເສດຖະກິດ-ການຄ້າໄດ້ລາຍງານໄປກ່ອນໜ້ານີ້ແລ້ວຍັງໄດ້ປະກາດຕຳແໜ່ງຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວຜູ້ໃໝ່.

May be an image of 1 person, studying, table, dais and text

 

ໂດຍໄດ້ແຕ່ງຕັ້ງທ່ານ ວົງສະກຸນ ຍິ່ງຍົງ ຜູ້ອຳນວຍການໃຫຍ່ ບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ ມາເປັນຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຜູ້ໃໝ່), ສ່ວນທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ (ຜູ້ເກົ່າ) ແມ່ນໄປຮັບໜ້າທີ່ໃໝ່ເປັນຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່.

May be an image of one or more people, dais and text

ທັ້ງນີ້ແມ່ນອີງຕາມ ຄຳສັ່ງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 10/ຄລສພ ລົງວັນທີ 5 ມັງກອນ 2024; ອີງຕາມ ຄຳສັ່ງ ນາຍົກລັດຖະມົນຕີ ເລກທີ 01/ນຍ ລົງວັນທີ 5 ມັງກອນ 2024; ອີງຕາມ ມະຕິ ຄະນະນະປະຈຳສະພາແຫ່ງຊາດ ສະບັບເລກທີ 07/ຄປຈ ລົງວັນທີ 19 ມັງກອນ 2024; ອີງຕາມ ລັດຖະດຳລັດ ປະທານປະເທດ ເລກທີ 021/ປປທ ລົງວັນທີ 29 ມັງກອນ 2024.

May be an image of 6 people, dais and text

 

 

ພິທີປະກາດການຈັດຕັ້ງດັ່ງກ່າວ ໂດຍການເປັນປະທານຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ທອງຈັນ ໂຂງພູມຄໍາ ຮອງຫົວໜ້າຄະນະຈັດຕັ້ງສູນກາງ, ພ້ອມມີບັນດາຮອງລັດຖະມົນຕີ, ບັນດາຫົວໜ້າກົມ ແລະ ຜູ້ອໍານວຍການລັດວິສາຫະກິດ ແລະ ພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ.

May be an image of 4 people, dais and text