ນະຄອນຫຼວງ ສອບເສັງວັດລະດັບຄວາມຮູ້ພະນັກງານ-ລັດຖະກອນພາສີ

222

ເພື່ອຮັບປະກັນວຽກງານພາສີອາກອນໃຫ້ມີຄຸນນະພາບ ອັນສຳຄັນເຮັດໃຫ້ການຈັດສັນໜ້າວຽກເປັນໄປຕາມຄວາມຮູ້ຄວາມສາມາດຕົວຈີງຂອງບຸກຄະລາກອນ ແລະຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ດັ່ງນັ້ນ, ໃນວັນທີ 10 ກຸມພາ 2024 ຜ່ານມານີ້, ທີ່ສະຖາບັນການເງິນ-ການບັນຊີ, ຄະນະຮັບຜິດຊອບສອບເສັງວັດລະດັບຄວາມຮູ້ກໍ່ຄືກົມຈັດຕັ້ງ ແລະ ພະນັກງານ, ກົມພາສີ, ກົມກວດກາ ກະຊວງການເງິນ, ໄດ້ດຳເນີນການສອບເສັງວັດລະດັບຄວາມຮູ້ພະນັກງານ-ລັດຖະກອນພາສີປະຈໍານະຄອນ ຫຼວງວຽງຈັນ ໃນຂັ້ນຕໍາແໜ່ງບໍລິຫານປະເພດ 6, 7, 8 ແລະ ພະນັກງານວິຊາການ. ໂດຍປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 4295/ກງ, ລົງວັນທີ 08 ກັນຍາ 2021 ວ່າດ້ວຍມາດຕະຖານສະເພາະບາງຕໍາແໜ່ງງານຂອງພະນັກງານ-ລັດຖະກອນພາສີ.

May be an image of 7 people, people studying and text
ການເສັງຄັ້ງນີ້ເປັນປະທານໂດຍທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ແລະ ທ່ານ ອຸບັນ ສຸພິດາ ຫົວໜ້າກົມກວດກາ ກະຊວງການເງິນ. ນອກນັ້ນມີ ຄະນະກົມ, ຄະນະພະແນກການເງິນນະຄອນຫຼວງວຽງຈັນ, ຄະນະຮັບຜິດຊອບການສອບເສັງ, ພ້ອມດ້ວຍພະນັກ ງານ-ລັດຖະກອນພາສີ ປະຈໍານະຄອນຫຼວງວຽງຈັນເຂົ້າຮ່ວມ.

May be an image of 6 people, people studying and text
ການສອບເສັງວັດລະດັບຄວາມຮູ້ພະນັກງານ-ລັດຖະກອນພາສີ ປະຈໍານະຄອນຫຼວງວຽງຈັນໃນຄັ້ງນີ້, ເພື່ອເປັນການປັບປຸງແກ້ໄຂ, ກວດກາຄືນຄວາມຮັບຜິດຊອບຂອງສະມາຊິກພັກ-ພະນັກງານຫຼັກແຫຼ່ງຂອງຂະແໜງການພາສີ ປະຈຳຢູ່ນະຄອນຫຼວງວຽງຈັນ, ທັງເປັນການປະເມີນຄືນການສັບຊ້ອນ, ຈັດວາງພະນັກງານທີ່ພວມດຳລົງຕຳແໜ່ງບໍລິຫານໃນປັດຈຸບັນໃຫ້ຖືກຕ້ອງສອດຄ່ອງກັບການປະຕິບັດວຽກງານຕົວຈິງ, ໂດຍສະເພາະຜົນສຳເລັດໃນການປະຕິບັດວຽກງານ, ຕ້ອງສົມຄູ່ກັບຄວາມຮູ້ຄວາມສາມາດໃນການນຳພາ-ຊີ້ນຳໃນຕຳແໜ່ງບໍລິຫານທີ່ໄດ້ຮັບມອບໝາຍ.

May be an image of 11 people and people studying

ຄຽງຄູ່ກັນນີ້, ຍັງເປັນການສັງເກດຕີລາຄາໃຫ້ເຫັນໄດ້ດ້ານດີທີ່ຕັ້ງໜ້າ, ດ້ານອ່ອນ, ຂໍ້ຄົງຄ້າງຂອງແຕ່ລະຄົນເພື່ອສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ມີປະສິດທິພາບສອດຄ່ອງກັບຄວາມຮູ້ຄວາມສາມາດຂອງພະນັກງານ, ແນ່ໃສ່ເຮັດໃຫ້ການດໍາເນີນຖືກຕ້ອງຕາມຂັ້ນຕອນ ແລະ ມີຄວາມສະດວກໃນການຈັດຕັ້ງປະຕິບັດໃຫ້ຄະນະຮັບຜິດຊອບປະເມີນຜົນສະເພາະ ແລະ ຜູ້ທີ່ຖືກປະເມີນຜົນເຂົ້າໃຈຂັ້ນຕອນການຈັດຕັ້ງປະຕິບັດ.

May be an image of 5 people and text

ໂອກາດນີ້, ທ່ານ ກົງຄຳ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ມີຄໍາເຫັນວ່າ: ການສອບເສັງຄັ້ງນີ້ເພື່ອເປັນພື້ນຖານໃນການກຳນົດແຜນຊ່ວຍເຫຼືອບຳລຸງຍົກລະດັບວ່າບັນດາທ່ານຄວນເສີມສ້າງດ້ານໃດຕື່ມ ແລະ ເປັນບ່ອນອີງໃນການກໍ່ສ້າງ, ບໍາລູງ, ຍົກລະດັບ, ບັນຈຸສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ, ຕີລາຄາປະເມີນຜົນ, ເລືອກເຟັ້ນໃຫ້ໄດ້ພະນັກງານທີ່ເຮັດແທ້ທຳຈິງ, ແນ່ໃສ່ເຮັດໃຫ້ພະນັກງານລັດຖະກອນພາສີຕ້ອງບຸກບືນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ໄດ້ມາດຕະຖານທີ່ກຳນົດ.

May be an image of 4 people, dais and text
ກ່ອນການສອບເສັງຄັ້ງນີ້ໄດ້ຮັບຟັງການຜ່ານລະບຽບ ແລະ ຂໍ້ຫ້າມຕໍ່ຄະນະຮັບຜິດຊອບຄວບຄຸມຫ້ອງສອບ ເສັງ ແລະ ຜູ້ເຂົ້າຮ່ວມການສອບເສັງວັດລະດັບຄວາມຮູ້ພະນັກງານ-ລັດຖະກອນ ຕາມມາດຕະຖານສະເພາະບາງຕໍາ ແໜ່ງງານພາສີ ສະບັບເລກທີ 3442/ກງ, ລົງວັນທີ 31 ຕຸລາ 2023 ຈາກທ່ານ ຫອມຮັກ ສຸນະວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຜ່ານຂໍ້ສອບເສັງສ່ວນໃຫຍ່ແມ່ນພາກທິດສະດີທີ່ຕິດພັນກັບວຽກງານພາສີ, ໂດຍມີພະ ນັກງານ-ລັດຖະກອນພາສີ ປະຈໍານະຄອນຫຼວງວຽງຈັນເຂົ້າຮ່ວມສອບເສັງທັງໝົດ 102 ທ່ານ ແລະ ໄດ້ແບ່ງການສອບເສັງເປັນສອງພາກ, ສຳລັບພາກເຊົ້າ ຈໍານວນ 51 ທ່ານ ແລະ ພາກບ່າຍ ຈໍານວນ 51 ທ່ານ.

May be an image of 10 people, people studying, table and text

ພາບ/ຂ່າວ: