ກຽມໄປທ່ຽວຊົມຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດລາວໃຕ້ໃນອີກ 2 ເດືອນຂ້າງໜ້າ

33

ກຽມພ້ອມໃສ່ປີທ່ອງທ່ຽວລາວ ແລະການສະເຫຼີມສະຫຼອງ 40 ປີວັນສ້າງຕັ້ງແຂວງເຊກອງ ທາງແຂວງເຊກອງຈຶ່ງໄດ້ກະກຽມຫຼາຍກິດຈະກຳ ເພື່ອຕ້ອນຮັບແຂກບ້ານແຂກເມືອງຈາກທຸກເຂດແຂວງໄປຢ້ຽມຢາມເຊກອງ ໃນນັ້ນລວມທັງຖານທີ່ໝັ້ນຈຸດເລີ່ມຕົ້ນການປະຕິວັດພາກໃຕ້ລາວ.

May be an image of 11 people

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ວັນທີ 10 ກຸມພາ 2024 ຜ່ານມາ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະນໍາຂອງແຂວງ, ຄະນະນໍາເມືອງດາກຈຶງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມຄວາມຄືບໜ້າ ການບູລະນະຖານທີ່ໝັ້ນ ຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ຢູ່ເຂດບ້ານດາກປໍາ ເມືອງດາກຈຶງ.

ການບູລະນະຖານທີ່ໝັ້ນ ຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ໂດຍມີ ປະທານ ຄໍາໄຕ ສີພັນດອນ ອະດີດປະທານພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ເປັນຜູ້ນໍາພາ-ບັນຊາ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນເດືອນທັນວາ 2023 ເປັນຕົ້ນມາ ຕາມໜ້າວຽກບູລະນະທີ່ໄດ້ຮັບການອະນຸມັດ, ມາຮອດປັດຈຸບັນສໍາເລັດຫລາຍກວ່າ 50% ຄາດວ່າຈະໃຫ້ສໍາເລັດ ແລະ ເປີດບໍລິການໃຫ້ແຂກ ກໍຄື ນັກທ່ອງທ່ຽວໄດ້ເຂົ້າໄປທ່ຽວຊົມໃນຕົ້ນເດືອນເມສາ 2024 ພ້ອມກັບການສະເຫລີມສະຫລອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ.

May be an image of 7 people and motorcycle
ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ໄດ້ໃຫ້ຮູ້ວ່າ: ການບູລະນະຖານທີ່ໝັ້ນ ຈຸດເລີ່ມຕົ້ນການປະຕິວັດລາວໃຕ້ ແມ່ນມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເພື່ອຈາລຶກຄຸນງາມຄວາມດີ, ຮັກສາໄວ້ເປັນສະຖານທີ່ທ່ອງທ່ຽວ, ເປັນບ່ອນສຶກສາອົບຮົມມູນເຊື້ອປະຕິວັດ, ບ່ອນສຶກສາຮໍ່າຮຽນ ແລະ ຮຽນຮູ້ກ່ຽວກັບປະຫວັດສາດ ຂອງການປະຕິວັດລາວໃຕ້ ແລະ ເປັນການສະເຫລີມສະຫລອງວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024). ສະນັ້ນ, ຮຽກ ຮ້ອງໃຫ້ບັນດາຂະແໜງການກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນ ຈົ່ງອໍານວຍຄວາມສະດວກ ແລະ ຮ່ວມມືກັນປະຕິບັດໜ້າວຽກຕ່າງໆ ໂດຍສະເພາະແມ່ນ ການປັບປຸງ-ສ້ອມແປງເສັ້ນທາງເຂົ້າຫາຖານທີ່ໝັ້ນ; ການປຸກສ້າງເຮືອນຈໍາລອງ; ການຕິດຕັ້ງປ້າຍບອກທາງ ແລະ ວຽກບູລະນະຟື້ນຟູອື່ນໆ ໃຫ້ສໍາເລັດທັນ ຕາມກໍານົດເວລາທີ່ວາງໄວ້.

May be an image of 5 people, people standing and plant
ຂ່າວ-ພາບ: ເຊກອງ