ທ່ານນາຍົກ ຊີ້ນຳຂະແໜງທະນາຄານ ການສ້າງຄັງແຮສຳຮອງເງິນຕາຕ່າງປະ ເທດໃຫ້ມີຄວາມໝັ້ນຄົງໄດ້ຕາມມາດຕະຖານສາກົນ

183

ໃນນໂອກາດທີ່ທ່ານ ສອນໄຊ ສີພັນດອນ  ນາຍົກລັດຖະມົນຕີແຫ່ງ ສປປ ລາວເຂົ້າຮ່ວມປະຊຸມເປີດກວ້າງວຽກງານທະນາຄານປະຈຳປີ 2023 ໃນວັນທີ 9 ກຸມພາ ນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ບຸນເຫຼືອ ສິນໄຊວໍຣະວົງ ເລຂາຄະນະບໍລິຫານງານພັກ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີບັນດາລັດຖະມົນຕີ-ຮອງລັດຖະມົນຕີ, ກະຊວງ-ຮອງຫົວໜ້າອົງການລັດ ທຽບເທົ່າກະຊວງອ້ອມຂ້າງສູນກາງ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວຂະແໜງການທະນາຄານເຂົ້າຮ່ວມ  ທ່ານນາຍົກໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາ.

ທ່ານນາຍົກກ່າວວ່າ: ໃນໄລຍະ 1 ປີຜ່ານມາ ສະພາບເສດຖະກິດ-ການເງິນສາກົນ, ຄ່າເງິນສະກຸນຫຼັກຍັງມີທ່າອ່ຽງຜັນຜວນ; ປັດໄຈດ້ານລາຄາພະລັງງານ, ສະບຽງອາຫານ ແລະ ອື່ນໆມີທ່າອ່ຽງເພີ່ມຂຶ້ນ. ສະນັ້ນ, ເຫັນວ່າຍັງມີສິ່ງທ້າທາຍທົດສອບຫຼາຍດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ບຸກບືນສູ້ຊົນເພີ່ມຂຶ້ນເປັນເທົ່າຕົວ, ຕ້ອງຕັດສິນໃຈ ແລະ ເປັນເອກະພາບສູງ ເພື່ອສຸມໃສ່ແກ້ໄຂບັນຫາຕ່າງໆໃຫ້ສໍາເລັດ.

May be an image of 1 person and dais
ສໍາລັບວຽກງານຂະແໜງທະນາຄານ ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ໃນສະພາບເງື່ອນໄຂທີ່ມີທັງຄວາມຫຍຸ້ງຍາກ, ມີທັງສິ່ງທ້າທາຍຄືໃນປັດຈຸບັນ ຄະນະນໍາຂອງທະນາຄານແຫ່ງ ສປປ ລາວ ຍິ່ງຕ້ອງເອົາໃຈໃສ່ຢ່າງໃກ້ຊິດຕິດແທດ ນໍາພາສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວພະນັກງານຂອງຕົນໃຫ້ເປັນປົກກະຕິຕໍ່ເນື່ອງ, ກໍາແໜ້ນແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງຕ່າງໆຂອງຂັ້ນເທິງ ກໍຄືລະບຽບການພາຍໃນ ແລະ ຫຼັກການວິຊາສະເພາະຂອງທະນາຄານບົນພື້ນຖານເຫັນໄດ້ບັນຫາ, ເຫັນໄດ້ທີ່ຕັ້ງພາລະບົດບາດ ແລະ ຄວາມຮັບຜິດຊອບການເມືອງອັນສູງສົ່ງຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ມີຄວາມທຸ່ນທ່ຽງຜ່ານຜ່າອຸປະສັກຕ່າງໆໃຫ້ໄດ້, ຮັບປະກັນຄຸນທາດການເມືອງໜັກແໜ້ນ, ນໍ້າໃຈຮັກຊາດ, ເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມເປັນທີ່ຕັ້ງ, ມີທັດສະນະຮັບໃຊ້ປະຊາຊົນຢ່າງຖືກຕ້ອງ, ຕີຖອຍ ແລະ ແກ້ໄຂບັນຫາການເສື່ອມຖອຍດ້ານແນວຄິດ, ປະກົດການຫຍໍ້ທໍ້, ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງໃນຖັນແຖວພະນັກ ງານໃຫ້ເຂັ້ມງວດ; ສືບຕໍ່ເອົາໃຈໃສ່ແກ້ໄຂຄວາມບໍ່ໂປ່ງໃສ, ຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍ, ລະບຽບການຂອງລັດໃນຖັນແຖວພະນັກງານການນໍາ, ພະນັກງານຢູ່ແຕ່ລະຂັ້ນ.

ໃຫ້ຂະແໜງທະນາຄານສືບຕໍ່ເອົາໃຈໃສ່ປັບປຸງແບບແຜນນໍາພາ-ວິທີເຮັດວຽກໃຫ້ຄ່ອງຕົວກວ່າເກົ່າ; ປັບປຸງການບໍລິຫານລັດໄປຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ມີການຕິດຕາມ, ກວດກາ, ຊຸກຍູ້ຊີ້ນໍາການຈັດຕັ້ງປະຕິບັດ ແລະ ປະເມີນຜົນເປັນປະຈໍາ, ປະຕິບັດລະບອບສ່ອງແສງລາຍງານໃນການເຄື່ອນໄຫວວຽກງານ ກໍຄືການແກ້ໄຂບັນຫາທີ່ເກີດຂຶ້ນຢູ່ແຕ່ລະກົມກອງ ແລະ ໃນສັງຄົມໃຫ້ແທດເຖິງຕົວຈິງ ແລະ ທັນກັບສະພາບການ.

May be an image of 1 person, dais and text

ພ້ອມດຽວກັນນີ້ໃຫ້ເພີ່ມທະວີຄວາມເປັນເຈົ້າການຕິດຕາມ, ກວດກາ ແລະ ຊຸກຍູ້ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດຢ່າງໃກ້ຊິດ ແລະ ເປັນປະຈໍາ; ສືບຕໍ່ເອົາໃຈໃສ່ວຽກງານກວດກາພັກ, ວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢ່າງແຂງແຮງ, ການແກ້ໄຂຜົນຂອງການກວດສອບ, ຜົນຂອງການກວດກາໃຫ້ທັນກັບສະພາບການ, ເຂັ້ມງວດ ແລະ ຂາດຕົວເທື່ອລະກ້າວ;

ເອົາໃຈໃສ່ຢ່າງແຂງແຮງການແກ້ໄຂບັນຫາ-ຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດແຜນເງິນຕາປີ 2024 ທີ່ໄດ້ຕີລາຄາ ແລະ ຄົ້ນຄວ້າຢ່າງເລິກເຊິ່ງແລ້ວໃນກອງປະຊຸມຄັ້ງນີ້ ເພາະຖືວ່າແມ່ນປີມ້ວນທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເປັນຕົ້ນ ວຽກງານນະໂຍບາຍເງິນຕາ, ການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ, ວຽກຄຸ້ມຄອງຄວາມໝັ້ນຄົງສະຖາບັນການເງິນ, ວຽກຄຸ້ມຄອງ ແລະ ພັດທະນາລະບົບການຊໍາລະ, ວຽກພັດທະນາຕະຫຼາດທຶນ, ວຽກວິຊາສະເພາະອື່ນໆ;

No photo description available.

ບັນຫາທີ່ສຳຄັນອັນໜຶ່ງອີກຄືການຈັດຕັ້ງຜັນຂະຫຍາຍແນວຄິດຊີ້ນຳຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງ ສປປ ລາວ ໃນການຫັນໄປສູ່ລະບອບເສດຖະ ກິດເອກະລາດເປັນເຈົ້າຕົນເອງ (ສອຈ) ໃຫ້ເຂົ້າສູ່ລວງເລິກໃນວຽກງານຂອງຂະແໜງການທະນາຄານໃຫ້ມີປະສິດທິຜົນ ຮຽກຮ້ອງໃຫ້ມີການກຳນົດຊັດເຈນບັນດາຄາດໝາຍ, ວິທີຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເປັນໂຄງການ ແລະ ແຜນວຽກລະອຽດ ເພື່ອກ້າວສູ່ລະບອບເສດຖະກິດເອກະລາດເປັນເຈົ້າຕົນເອງ ເປັນຕົ້ນ ການສ້າງຄັງແຮສຳຮອງເງິນຕາຕ່າງປະ ເທດໃຫ້ມີຄວາມໝັ້ນຄົງໄດ້ຕາມມາດຕະຖານສາກົນ; ລະບົບການຄຸ້ມຄອງນະໂຍບາຍເງິນຕາທີ່ມີປະສິດທິຜົນ ໂດຍສະເພາະອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນໃຫ້ມີສະຖຽນລະພາບ; ຄວາມໝັ້ນຄົງຂອງສະຖາບັນການເງິນທີ່ແມ່ນທະນາຄານ ແລະ ບໍ່ແມ່ນທະນາຄານ ຮັບປະກັນໄດ້ຄວາມສ່ຽງຈາກວິກິດການໆເງິນພາຍໃນ ແລະ ພາຍນອກ ເພື່ອຮັບປະກັນເຮັດໃຫ້ລະບົບການເງິນ-ເງິນຕາປຽບສະເໝືອນດັ່ງໝາກຫົວໃຈ ຫຼືສາຍເລືອດຂອງເສດຖະກິດ.
ຂ່າວ-ພາບ: ປະຊາຊົນ