ມອບນາມມະຍົດ ສາດສະດາຈານ ແລະ ຮອງສາດສະດາຈານ ໃຫ້ນາຍທະຫາກະຊວງປ້ອງກັນປະເທດ

390

ໃນວັນທີ 7 ກຸມພາ 2024 ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ມອບນາມມະຍົດ ສາດສະດາຈານ ແລະ ຮອງສາດ ສະດາຈານ ໃຫ້ນາຍທະຫານກະຊວງປ້ອງປ້ອງກັນປະເທດ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະ ເທດ ມີສະຫາຍ ຮອງສາດສະດາຈານ ປະລີນຍາເອກ ພຸດ ສິມມາລາວົງ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກີລາ ມີບັນດາຄະນະກະຊວງປ້ອງກັນ ປະເທດ ພ້ອມ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 3 people and text
ສະຫາຍ ຮອງສາດສະດາຈານ ປະລີນຍາເອກ ຫຼ້າວັນ ວົງຄຳສານ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາ ແລະ ກີລາ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງສາດສະດາຈານຈຳນວນ 2 ສະຫາຍ ຄື: ສະຫາຍ ພົນໂທ ປອ ທອງລອຍ ສີລະວົງ ດຳລົງຕຳແໜ່ງ ສາດສະດາຈານກຽດຕິຄຸນ ສາຂາຍຸດທະສາດປ້ອງກັນຊາດ ສະຫາຍ ພົນໂທ ປອ ວົງຄຳ ພົມມະກອນ ດຳລົງຕຳແໜ່ງ ສາດສະດາຈານກຽດຕິຄຸນ ສາຂາ ຍຸດທະສາດປ້ອງກັນຊາດ.

May be an image of 3 people and text

ແລະໄດ້ອ່ານດຳລັດ ວ່າດ້ວຍການແຕ່ງຕັ້ງຮອງສາດສະດາ ຈານ ຈໍານວນ 7 ສະຫາຍ ຄື: ສະຫາຍ ພົນຈັດຕະວາ ປອ ຄຳຜາຍ ສະພັງເໜືອ ດຳລົງຕຳແໜ່ງ ຮອງສາດສະດາຈານ ສາຂາ ຍຸດທະສາດປ້ອງກັນຊາດ ສະຫາຍ ພົນຈັດຕະວາ ປອ ສົມພອນ ສີສຸວັນນະ ດຳລົງຕຳແໜ່ງ ຮອງສາດສະດາ ຈານ ສາຂາ ຍຸດທະສາດປ້ອງກັນຊາດ ສະຫາຍ ພົນຈັດຕະ ວາ ປອ ຈັນສະໝອນ ມະຫາວົງ ດຳລົງຕຳແໜ່ງ ຮອງສາດ ສະດາຈານ ສາຂາ ພະຍາດຊຶມເຊື້ອເຂດຮ້ອນ-ແມ່ກາຝາກ ແລະ ຕິດແປດ ສະຫາຍ ພັນເອກ ປອ ກິ່ງແກ້ວ ແສງຄຳຢອງ ດຳລົງຕຳແໜ່ງ ຮອງສາດສະດາຈານ ສາຂາ ຜ່າຕັດສະໝອງ-ເສົາສັນຫຼັງ ສະຫາຍ ພັນເອກ ປອ ສະແຫວງໄຊ ດາລາສາດ ດຳລົງຕຳແໜ່ງ ຮອງສາດສະດາຈານ ຜ່າຕັດຜົ້ງເອິກ ສະຫາຍ ພັນໂທ ປອ ຄຳມູນ ສົມຕະກຸນ ດຳລົງຕຳແໜ່ງ ຮອງສາດສະດາຈານ ສາຂາ ກະທົບຜ່າຕັດກະ ດູກ ສະຫາຍ ພັນໂທ ຄຳຫຼ້າ ສາລີວົງຄໍາໃສ ດຳລົງຕຳແໜ່ງ ຮອງສາດສະດາຈານ ສາຂາ ພະຍາດລະບົບລະລາຍ.

May be an image of 6 people, dais and text

ຈາກ ນັ້ນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ຂຶ້ນມອບຕໍາແໜ່ງສາດສະດາຈານ ແລະ ຮອງສາດສະດາຈານ ຢ່າງສົມກຽດ ໃນພິທີ ຍັງໄດ້ຜ່ານຂໍໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍປະດັບຫຼຽນໄຊພິລະອາດຫານຊັ້ນ I ລວມໝູ່ ໃຫ້ກະຊວງສຶກສາທິການ ແລະ ກີລາ ຫຼຽນໄຊພິລະອາດຫານຊັ້ນ II ໃຫ້ ສະຫາຍ ຮອງສາດສະດາຈານ ປອ ພຸດ ສິມມາ ລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ ສະຫາຍ ຮອງສາດສະດາຈານ ປອ ຫຼ້າວັນ ວົງຄໍາສານ ຫົວໜ້າກົມສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ ສະຫາຍ ວິໄຈ ຈັນທະສອນ ຫົວໜ້າຫ້ອງການສະພາການສຶກສາຊັ້ນສູງ ແລະ ສະຫາຍ ຄຳລຽງ ນາມບຸດ ຮອງຫົວໜ້າຫ້ອງການສະພາການສຶກສາຊັ້ນສູງ.

……………………………………………..