ສຶກສາປະຫວັດທ່ານ ຄຳໄຕ ສີພັນດອນ ທີ່ງານວາງສະແດງຮູບພາບ-ເອກະສານ-ປຶ້ມ ແລະ ວັດຖຸພັນ

44

ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດຄົບຮອບ 100 ປີ (ວັນທີ 8 ກຸມພາ 1924-8 ກຸມພາ 2024) ຂອງທ່ານ ຄຳໄຕ ສີພັນດອນ ໄດ້ຈັດງານງານວາງສະແດງຮູບພາບ, ເອກະສານ, ປຶ້ມ ແລະ ວັດຖຸພັນ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ” ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ.

ພິທີເປີດເປັນທາງການຈັດຂຶ້ນໃນວັນທີ 7 ກຸມພາ 2024 ນີ້ ໂດຍການເຂົ້າຮ່ວມເປີດງານຂອງ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີການນໍາຂັ້ນສູງ ພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດ, ພັນລະຍາຂອງ ປະທານ ຄໍາໄຕ ສີພັນດອນ ພ້ອມດ້ວຍລູກຫລານ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 12 people, dais and text
ງານວາງສະແດງໄດ້ແບ່ງອອກເປັນ 5 ພາກ ຄື: ພາກທີ 1 ບ້ານເກີດເມືອງນອນ, ໄລຍະເຍົາໄວ ແລະ ໄລຍະໄວໜຸ່ມຂອງປະທານ ຄໍາໄຕ ສີພັນດອນ(1924- 1946); ພາກທີ 2 ເຂົ້າຮ່ວມຂະບວນການຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ອິດສະຫລະພາບ ຕ້ານກັບການຮຸກຮານ ຢຶດຄອງຂອງລ່າເມືອງຂຶ້ນແບບເກົ່າ ແລະ ພວກຂຸນເສິກ(1947-1954); ພາກທີ 3 ປະທານ ຄໍາໄຕ ສີພັນດອນ ປະກອບສ່ວນນໍາພາການປະຕິວັດຊາດ ປະຊາທິປະໄຕ ໃນພາລະກິດຕໍ່ສູ້ ຕ້ານການຮຸກຮານຂອງຈັກກະ ພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກມື (1955-1975), ພາກທີ 4 ປະທານ ຄໍາໄຕ ສີພັນດອນ ພ້ອມກັບສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາ-ຊີ້ນໍາ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສືບຕໍ່ນໍາພາ ພາລະກິດປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ ຢ່າງມີໄຊຕະຫລອດມາ (1976-ປັດຈຸບັນ) ແລະ ພາກທີ 5 ປະທານ ຄໍາໄຕ ສີພັນດອນ ກັບວຽກງານການຕ່າງປະເທດ.

May be an image of 1 person and dais

ໃນຈໍານວນ 5 ພາກ ດັ່ງກ່າວ, ປະກອບມີຮູບພາບວາງສະແດງ 275 ແຜ່ນ, ເອກະສານ 30 ສະບັບ ແລະ ວັດຖຸພັນ 20 ລາຍການ ແລະ ໄດ້ເລີ່ມເປີດໃຫ້ຜູ້ທີ່ມີຈຸດປະສົງເຂົ້າຊົນ ແມ່ນສາມາດເຂົ້າມາໄດ້ໃນວັນ ແລະ ເວລາ ລັດຖະການ ເຊິ່ງງານຄັ້ງນີ້ຈັດຂຶ້ນເປັນເວລາ 3 ເດືອນ ນັບແຕ່ມື້ເປີດງານເປັນຕົ້ນໄປ. ສໍາລັບຄົນລາວ ແມ່ນສາມາດເຂົ້າຊົມແບບບໍ່ເສຍຄ່າ, ສ່ວນຄົນຕ່າງປະເທດ ແມ່ນໄດ້ຊື້ປີ້ເຂົ້າຊົມ ໃນລາຄາ 5.000 ກີບ.

ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ກ່າວວ່າ: ເພື່ອສ້າງຂະບວນການອັນຄຶກຄື້ນ ເນື່ອງໃນວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ, ພວກເຮົາພ້ອມກັນ ຈັດງານວາງສະແດງຮູບພາບ, ເອກະສານ, ປຶ້ມ ແລະ ວັດຖຸພັນ ພາຍໃຕ້ຫົວຂໍ້ “ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄໍາໄຕ ສີພັນດອນ” ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງ ຂອງເພິ່ນທີ່ມີຕໍ່ປະເທດຊາດ ແນໃສ່ຮຽນຮູ້ ແລະ ນໍາເອົາແບບຢ່າງທີ່ດີຂອງເພິ່ນ ມາໝູນໃຊ້ເຂົ້າໃນການຈັດຕັ້ງ, ເຄື່ອນໄຫວ ແລະ ການດໍາລົງຊີວິດຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເພື່ອສືບຕໍ່ພັດທະນາປະເທດຊາດ ກ້າວຂຶ້ນຕາມອຸດົມການຂອງພັກ ຢ່າງມີໄຊ.

May be an image of 8 people
ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມ ພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ, ຫ້ອງວ່າການສູນກາງພັກ ໄດ້ກ່າວວ່າ: ການຈັດງານດັ່ງກ່າວ ກໍເພື່ອໂຄສະນາເຜີຍແຜ່ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ຄໍາໄຕ ສີພັນດອນ ທີ່ໄດ້ອຸທິດສະຕິປັນຍາ, ກໍາລັງວັງຊາປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ພາລະກິດປະຕິວັດຂອງພັກ, ຂອງປະຊາຊົນລາວບັນດາເຜົ່າໃນໄລຍະຜ່ານມາ, ເພື່ອໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດຮັບຮູ້ເຂົ້າ ໃຈຢ່າງກວ້າງຂວາງເລິກເຊິ່ງ. ພ້ອມທັງສ້າງເງື່ອນໄຂໃຫ້ພະນັກງານ-ສະມາຊິກພັກ, ນັກຮົບ ແລະ ປະຊາຊົນ ໄດ້ສຶກສາຮໍ່າຮຽນແບບຢ່າງອັນໃສແຈ້ງ, ຄຸນສົມບັດສິນທໍາປະຕິວັດ ແລະ ຄຸນງາມ ຄວາມດີຜົນງານອັນໃຫຍ່ຫລວງ ແລະ ແບບຢ່າງທີ່ດີເລີດ ຂອງປະທານ ຄໍາໄຕ ສີພັນດອນ.

ຂ່າວຈາກ: ຂປລ