ສະຫຼຸບແຜນງົບປະມານແຫ່ງລັດ ແຂວງໄຊຍະບູລີຕົວເລກບວກ ລາຍຮັບລື່ນແຜນ 16%

29

ແຂວງໄຊຍະບູລີໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023 ທົ່ວແຂວງ ເມື່ອບໍ່ດົນມານີ້, ທີ່ຫ້ອງປະຊຸມ ພະແນກສືກສາທິການ ແລະ ກິລາແຂວງ, ໂດຍການເຂົ້າຮ່ວມທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງຈາກ 11 ເມືອງເຂົ້າຮ່ວມ ຕົວເລກລວມຕະຫຼອດປີ 2023 ແມ່ນພູດລາຍຮັບປະຕິບັດໄ້ດ້ທັງໝົດ 1.700 ກວ່າຕື້ກີບລື່ນແຜນ 16,83% ຂະນະທີ່ລາຍຈ່າຍມີ 600 ກວ່າຕື້ກີບ ເກີນແຜນ 20%.

May be an image of 3 people, dais and text
ອີງຕາມລາຍງານຂອງ ທ່ານ ນາງ ພອນທີບ ລິນທະວົງ ຮອງຫົວໜ້າ ພະແນກ ການເງິນແຂວງໄຊຍະບູລີ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023 ແລະ ທິດທາງແຜນງົບປະມານ ປະຈໍາປີ 2024 ໃຫ້ຮູ້ວ່າ: ຜ່ານມາພະແນກການເງິນໄດ້ເອົາໃຈໃສ່ຊີ້ນຳໆພາໃນການຈັດຕັ້ງປະຕິບັດວຽກງານຕາມຄວາມຮັບຜິດຊອບຢ່າງໃກ້ຊິດຕິດແທດ ຢູ່ແຕ່ລະຂະແໜງການຮັບຜິດຊອບນັບທັງຂັ້ນແຂວງ ລົງຮອດຂັ້ນເມືອງ ໃນການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງລາຍຮັບງົບປະມານໂດຍຫັນເປັນທັນສະໄໝ ແລະ ປະຕິບັດລາຍຈ່າຍຕາມແຜນທີ່ສະພາຮັບຮອງໃຫ້ບັນລຸຕາມຄາດໝາຍແຜນການຄື:

May be an image of 4 people, table, lighting and dais

ດ້ານລາຍຮັບໃນປີ 2023 ປະຕິບັດໄດ້ທັງໜົດ 1.769,67 ຕື້ກີບ, ເທົ່າກັບ 116,83% ຂອງແຜນການປີ, (ລື່ນແຜນການ 16,83% ເປັນເງິນ 254,93 ຕື້ກີບ), ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 147,74%. ໃນນີ້, ລາຍຮັບພູດສູນກາງ ປະຕິບັດໄດ້ທັງໝົດ 1.101,12 ຕື້ກີບ, ເທົ່າກັບ 109,02% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 119,64%. ລາຍຮັບຂອງແຂວງ ປະຕິບັດໄດ້ທັງໝົດ 668,54 ຕື້ກີບ ເທົ່າກັບ 132,45% ຂອງແຜນການປີ (ລື່ນແຜນ 32,45%, ເປັນເງິນລື່ນ 163,80 ຕື້ກີບ), ທຽບໃສ່ເວລາດຽວກັນເທົ່າກັບ 240,91%. ລາຍຮັບສູນກາງ ຄຸ້ມຄອງມອບໃຫ້ແຂວງ 13 ຫົວໝ່ວຍ ປະຕິບັດໄດ້ 395,31 ຕື້ກີບ ເທົ່າກັບ 145,22% ຂອງແຜນການປີ (ລື່ນແຜນ 45,22 % ເປັນເງິນ 87,09 ຕື້ກີບ). ດ້ານລາຍຈ່າຍ:ປະຕິບັດທັງໝົດ 601,44 ຕື້ກີບ, ເທົ່າກັບ 120,46% ຂອງແຜນເບື້ອງຕົ້ນ, ເທົ່າກັບ 97,59% ຂອງແຜນດັດແກ້, ທຽບໃສ່ເວລາດຽວກັນປີຜ່ານມາເທົ່າກັບ 112,11%.

 

ກອງປະຊຸມດັ່ງກ່າວຍັງໄດ້ເຊື່ອມຊຶມບັນດາເອກະສານ, ນິຕິກຳຕ່າງໆ, ພ້ອມກັນຄົ້ນຄວ້າປະກອບຄຳເຫັນ ເພື່ອຍົກໃຫ້ເຫັນດ້ານດີຜົນສຳເລັດ, ດ້ານອ່ອນຂໍ້ຄົງຄ້າງ ແລະ ວິທີການແກ້ໄຂໃນຕໍ່ໜ້າ, ພ້ອມກັນກຳນົດທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2024 ແລະ ໄດ້ມອບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນໃນປີ 2023 ຕື່ມອີກ.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)