ນາຍົກລັດຖະມົນຕີ ແນະນະຫຼາຍບັນຫາໃຫ້ພະນັກງານຫລັກແຫລ່ງ ແຂວງບໍ່ແກ້ວ

32

ໃນໂອກາດເຄື່ອນໄຫວວຽກງານຢູ່ແຂວງບໍ່ແກ້ວ, ໃນວັນທີ 6 ກຸມພາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມພະນັກງານການນຳຫລັກແຫລ່ງແຂວງບໍ່ແກ້ວ ໃນນັ້ນທ່ານໄດ້ເນັ້ນໜັກຫຼາຍບັນຫາ ແລະໜ້າວຽກໃຫ້ແຂວງບໍ່ແກ້ວນຳໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນໃນການສ້າງສາພັດທະນາແຂວງເເປັນຕົ້ນໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ຂອງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ຕໍ່ສະ ພາບຄວາມເປັນຈິງ ກ່ຽວກັບບັນຫາຄວາມຫຍຸ້ງຍາກດ້ານຕ່າງໆ ແລະ ຄວາມພະຍາຍາມເອົາໃຈໃສ່ ໃນການແກ້ໄຂຂອງພັກ ແລະ ລັດຖະບານ ກໍຄື ອົງການປົກຄອງຂັ້ນຕ່າງໆ ເຊິ່ງເຫັນວ່າ ມີທ່າອ່ຽງດີຂຶ້ນເປັນກ້າວໆ.

May be an image of dais and text

ທ່ານເນັ້ນວ່າ ໃຫ້ແຂວງບໍ່ແກ້ວເອົາໃຈໃສ່ຊຸກຍູ້ສົ່ງເສີມການຂະຫຍາຍລະບົບຊຳລະສະສາງ ຜ່ານບັນຊີທະນາຄານ ໃຫ້ສັງຄົມໄດ້ຊົມໃຊ້ກວ້າງຂວາງ ແລະ ສະດວກສະບາຍ, ທັງເປັນການດຶງດູດເງິນຕາ ເຂົ້າສູ່ລະບົບການຄຸ້ມຄອງຂອງທະນາຄານໃຫ້ຫລາຍຂຶ້ນ; ເອົາໃຈໃສ່ຄຸ້ມຄອງເງິນຕາ, ລວມທັງ ເງິນທີ່ນຳເຂົ້າມາລົງທຶນພາຍໃນແຂວງ ໃຫ້ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການທີ່ກຳ ນົດໄວ້; ຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນສິນຄ້າພາຍໃນໃຫ້ຫລາຍຂຶ້ນ, ສົ່ງເສີມການຜະລິດເປັນສິນຄ້າຂອງທ້ອງຖິ່ນຕົນ ໃຫ້ກຸ້ມຕົນເອງ ແລະ ສາມາດຈຳໜ່າຍສົ່ງອອກຕ່າງປະເທດ ເພື່ອຫລີກລ້ຽງການນຳເຂົ້າປະເພດສິນຄ້າຟູມເຟືອຍ ນັບມື້ໃຫ້ຫລຸດລົງ.

May be an image of 1 person and dais

ສົ່ງເສີມການທ່ອງທ່ຽວ ດ້ວຍການໂຄສະນາເຜີຍແຜ່ດຶງດູດເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວໃຫ້ນັບມື້ຫລາຍຂຶ້ນ; ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ສ້າງອາຊີບຄົງທີ່ ແລະ ວຽກເຮັດງານທຳໃຫ້ເຂົາເຈົ້າໄດ້ຮັບການພັດທະນານັບມື້ດີຂຶ້ນເປັນກ້າວໆ ໂດຍອີງໃສ່ບັນດາມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາ ທີ່ໄດ້ກຳນົດໃນດຳລັດສະບັບເລກທີ 348/ລບ; ພ້ອມກັນສືບຕໍ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ສໍາເລັດຕາມຄາດໝາຍທີ່ກໍານົດໄວ້ ໄປຄຽງຄູ່ກັບປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆ ຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິຜົນ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.