ສະຫວັນນະເຂດ ຈັດສົ່ງທະຫານໃໝ່ໄປຝຶກອົບຮົມ

35
ໃນວັນທີ 1 ກຸມພາ ຜ່ານມາ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ໄດ້ຈັດພິທີສົ່ງທະຫານໃໝ່ ປະຈໍາປີ 2023 ນັບທັງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ຈໍານວນ 356 ສະຫາຍ,ຍິງ 56 ສະຫາຍ ທີ່ໄດ້ຜ່ານການຄັດເລືອກ ແລະ ຜ່ານການກວດກາທາງດ້ານມາດຖານເງື່ນໄຂ, ເພື່ອໄປອົບຮົມ-ຫັດແອບການທະຫານ,ການເມືອງ,ພາລາທິການ – ເຕັກນິກຂອງກອງທັບ ໄລຍະ 3 ເດືອນ ຢູ່ກອງພັນທະຫານຮາບທີ 4 ແລະ ທີ 5 ທີ່ຂື້ນກັບກອງບັນຊາການທະຫານແຂວງ.
May be an image of 10 people
ໂດຍມີ ສະຫາຍ ພັນເອກ ພັນວິໄລ ລາດສະຍົນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງ,ສະຫາຍ ພັນໂທ ຄູນສະໄໝ ລິນສັນຍາ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງ,ຕະຫຼອດຮອດບັນດາຄະນະພັກອົງການ5ຫ້ອງ ກອງບັນຊາການທະຫານແຂວງ,ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງ,ອ້າຍນ້ອງທະຫານໃໝ່ ແລະ ພໍ່ແມ່ປະຊາຊົນ,ຍາດຕິພີ່ນ້ອງຂອງອ້າຍນ້ອງທະຫານໃໝ່ເຂົ້າຮ່ວມ.
No photo description available.
ໂອກາດນີ້ ສະຫາຍ ພັນເອກ ພັນວິໄລ ລາດສະຍົນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງ ໄດ້ມີຄຳເຫັນໂອ້ລົມ ເຊິ່ງສະຫາຍກ່າວສະແດງຄວາມຍິນດີຕ້ອນຮັບບັນດາຊາວໜຸ່ມ ຍິງ-ຊາຍ ທີ່ສະໝັກໃຈກ້າວເຂົ້າສູ່ຖັນແຖວກອງທັບ ກໍ່ຄືກໍາລັງປະກອບອາວຸດ ກອງທັບປະຊາຊົນລາວ ເພື່ອກຽມພ້ອມເຮັດໜ້າທີ່ພັນທະປ້ອງກັນຊາດ. ພ້ອມດຽວກັນຍັງໄດ້ເນັ້ນໜັກໃຫ້ອ້າຍນ້ອງທະຫານໃໝ່ ຈົ່ງພ້ອມກັນຕັ້ງໃຈສຶກສາຮໍ່າຮຽນ,ຝຶກຝົນຫຼໍ່ຫຼອມຕົນເອງ, ເອົາໃຈໃສ່ຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບວາງອອກ ດ້ວຍຄວາມອົດທົນ ເພື່ອກາຍເປັນນັກຮົບທີ່ດີເດັນຂອງກອງທັບ. ຈາກນັ້ນບັນດາຄະນະ-ພັກຄະນະນໍາ,ອົງການຈັດຕັ້ງຕ່າງໆ ຕະຫຼອດຮອດພໍ່ແມ່ປະຊາຊົນ,ຍາດຕິພີ່ນ້ອງຂອງອ້າຍນ້ອງທະຫານໃໝ່ ກໍ່ໄດ້ສໍາຜັດມືໃຫ້ກໍາລັງໃຈຕໍ່ທະຫານໃໝ່ ກໍ່ຄືລູກຫຼານຂອງຕົນ ເພື່ອກ້າວເຂົ້າສູ່ການສຶືກສາຮໍ່າຮຽນ,ອົບຮົມຫັດແອບຕໍ່ໄປ.
May be an image of 4 people and text that says 'N Mart'
ຕໍ່ມາໃນຕອນບ່າຍຂອງວັນດຽວກັນນັ້ນ ກໍ່ໄດ້ມີການມອບ-ຮັບອ້າຍນ້ອງທະຫານໃຫມ່ໃຫ້ກອງພັນທີ4 ແລະ ທີ 5 ຢ່າງເປັນທາງການໂດຍການກ່າວມອບຂອງສະຫາຍ ພັນໂທ ສຸກກັນຍາ ດວງປັນຍາ ຮອງຫົວໜ້າພະແນກກໍາລັງພົນຫ້ອງເສນາທິການທະຫານແຂວງ ແລະ ກ່າວຮັບໂດຍ ຄະນະພັກຄະນະບັນຊາກອງພັນທະຫານຮາບທີ 4 ແລະ ທີ5. ເຊິ່ງຈະໄດ້ຮັບການອົບຮົມ-ຫັດແອບໃຫ້ກັບກໍາລັງຫຼວງ ແລະ ກຳລັງທ້ອງຖິ່ນຂອງແຂວງ ທັງນີ້ກໍ່ເພື່ອເຮັດໃຫ້ທະຫານໃໝ່ ໄດ້ຮັບການສຶກສາຮຽນຮູ້ ແລະ ມີຄວາມຮູ້,ຄວາມເຂົ້າໃຈຕໍ່ກັບລະບຽບ,ສີລະປະຍຸດ,ຍຸດທະວິທີຕ່າງໆຂອງກອງທັບ ເພື່ອເຮັດໜ້າທີ່ພັນທະປ້ອງກັນຊາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງເຮົາໃນຕໍ່ໜ້າ.
May be an image of 13 people and text