ພາກລັດຮ່ວມມືສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ ຊ່ວຍເຫຼືອຊາວກະສິກອນ

121

 

ໃນວັນທີ 2 ກຸມພາ 2024 ກົມສົ່ງເສີມກະສິກຳ ແລະ ສະຫະກອນ ຮ່ວມກັບ ສະມາຄົມສົ່ງເສີມກະສິກຳ ຈັດກອງປະຊຸມສຳມະນາລະດົມແນວຄວາມຄິດໂຄງການສົ່ງເສີມການລ້ຽງສັດນໍ້າ, ພືດຜັກແບບມີຕະຫຼາດຮອງຮັບທຶນສົ່ງເສີມ ແລະ ເຕັກນິກວິຊາການ ‘‘ສະໜັບສະໜູນ ພາຍໃຕ້ໂຄງການຂອງສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ’’ ຂຶ້ນ, ທີ່ສູນຝຶກອົບຮົມກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ. ໂດຍການເປັນປະທານຂອງທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ, ທັງເປັນປະທານບໍລິສັດ ບໍລິສັດ ເມືອງລາວຟູດ ຈຳກັດ, ພ້ອມດ້ວຍບັນດາຊາວກະສິກອນ ແລະ ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

No description available.
ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກ່າວບາງຕອນວ່າ: ກອງປະຊຸມສຳມະນາໃນມື້ນີ້ແມ່ນມີຄວາມສຳຄັນຫຼາຍ ເນື່ອງຈາກໄດ້ລວມເອົາຜູ້ສົ່ງເສີມການຜະລິດ, ກຸ່ມຜູ້ຜະລິດ, ສະມາຄົມ ໄດ້ມາປຶກສາຫາລືກັນກ່ຽວກັບວຽກງານສົ່ງເສີມກະສິກຳ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີການພັດທະນາດີຂຶ້ນ. ໃນໄລຍະຜ່ານມາທັງລັດຖະບານລວມເຖິງທ້ອງຖິ່ນໄດ້ເອົາໃຈໃສ່ໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມ ເວົ້າລວມເວົ້າສະເພາະແມ່ນການສົ່ງເສີມການຜະລິດກະສິກຳ, ການສະໜອງແນວພັນພືດ, ຊົນລະປາທານ, ເຕັກນິກວິຊາການ, ການສ້າງເງື່ອນໄຂໃນການສົ່ງເສີມໃຫ້ມີການປຸງແຕ່ງ ເພື່ອນຳເຂົ້າ ແລະ ສົ່ງອອກສິນຄ້າກະສິກຳແມ່ນມີຄົບ ແຕ່ການຈັດຕັ້ງປະຕິບັດຍັງມີບາງອັນທີ່ພວກເຮົາຈະຕ້ອງໄດ້ປຶກສາຫາລືຮ່ວມກັນ.

No description available.

ເຊິ່ງບັນຫາທີ່ຍົກຂຶ້ນມາຫາລືໃນກອງປະຊຸມຄັ້ງນີ້ແມ່ນຕິດພັນກັບການຜະລິດກະສິກຳ ລະຫວ່າງກຸ່ມຜູ້ປູກ-ຜູ້ລ້ຽງ, ກຸ່ມປຸງແຕ່ງ-ຕະຫຼາດ. ຜ່ານມາການຜະລິດກະສິກຳຍັງເປັນແບບກະຈາຍ ບໍ່ທັນເປັນກຸ່ມ ຫຼື ສະຫະກອນຫຼາຍເທົ່າທີຄວນ, ການປູກກໍຍັງບໍ່ມີຄວາມແນ່ນອນ ບໍ່ສາມາດຕອບສະໜອງໃຫ້ກັບຄວາມຕ້ອງການຂອງຕະຫຼາດ ແລະ ອີກຢ່າງການປູກພືດຜັກຂອງຊາວກະສິກຳ ແມ່ນມັກປູກເປັນຂະບວນການເຫັນພືດຜັກຊະນິດໃດໄດ້ກໍ່ພາກັນຫັນໄປປູກຜັກຊະນິດນັ້ນ.

No description available.

ດັ່ງນັ້ນໃນກອງປະຊຸມມື້ນີ້ເຮົາຈະພາກັນມາຫາລືເພື່ອຊ່ວຍໃຫ້ຊາວກະສິກຳປູກພືດຜັກໃຫ້ໄດ້ຄຸນນະພາບ, ຜະລິດມາແລ້ວມີຕະຫຼາດຈຳໜ່າຍ, ຕົ້ນທຶນໃນການຜະລິດ, ພ້ອມຫາວິທີເພື່ອເອົາຜົນຜະລິດກະສິກຳມາປຸງແຕ່ງເປັນສິນຄ້າເຄິ່ງສຳເລັດຮູບ ຫຼື ກ້າວໄປເຖິງປຸງແຕ່ສຳເລັດຮູບທີ່ສາມາດຈຳໄດ້ທັງພາຍໃນ ແລະ ສົ່ງອອກຕ່າງປະເທດໄດ້.

No description available.

ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ ກ່າວບາງຕອນວ່າ: ເພື່ອປະຕິບັດ ແລະ ຜັນຂະຫຍາຍຕາມວາລະແຫ່ງຊາດ ໃນການສົ່ງເສີມການຜະລິດກະສິກຳເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ. ດັ່ງນັ້ນສະມາຄົມປະທານສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ ກໍ່ໄດ້ນຳເອົາເນື້ອໃນຈິດໃຈດັ່ງກ່າວມາຫາລືກັບບັນດາກົມ ແລະ ບັນດາສະມາຊິກຜູ້ຜະລິດ ໄດ້ມາສ້າງແຜນສົ່ງເສີມໃຫ້ຊາວກະສິກອນຍົກສະມັດຕະພາບຂອງການຜະລິດໃຫ້ດີຂຶ້ນ, ດັ່ງນັ້ນໃນມື້ນີ້ເຮົາຈະໄດ້ຮັບຟັງການນຳສະເໜີໂຄງການບູລິມະສິດເປັນຕົ້ນການແມ່ນການຜະລິດສິນຄ້າປະມົງ, ການຜະລິດພືດຜັກເພື່ອທົດແທນການນຳເຂົ້າ, ພ້ອມຮັບຟັງການສາທິດການນຳໃຊ້ເຕັກນິກ ເພື່ອຫຼຸດຜ່ອນຕົ້ນທຶນໃນການຜະລິດກະສິກຳເຊັ່ນ: ການນຳໃຊ້ລະບົບນໍ້າ, ກົນຈັກ, ການນຳໃຊ້ຝຸ່ນ-ປຸ໋ຍ ເຊິ່ງລ້ວນແຕ່ເປັນປັດໄຈປິ່ນອ້ອມໃນການສົ່ງເສີມການຜະລິດເປັນສິນຄ້າ ການຜະລິດສິນຄ້າກະສິກຳໃຫ້ມີຄວາມຍືນຍົງມັນບໍ່ແມ່ນພາກສ່ວນໃດໜຶ່ງ ມັນແມ່ນຄວາມຈຳເປັນທີ່ທຸກພາກສ່ວນທັງຜູ້ປະກອບການ, ຜູ້ສະໜອງອຸປະກອນ, ຜູ້ສະໜອງທຶນຕ້ອງຮ່ວມມື, ຮ່ວມໃຈກັນປະຕິບັດ.

 

No description available.