ໂຮມຊຸມນຸມລະດັບຊາດ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

133

ພິທີໂຮມຊຸມນຸມ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/1/1949-20/1/2024) ຈັດຂຶ້ນ ໃນວັນ 19 ມັງກອນ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ  ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ, ມີສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ມີບັນດາສະຫາຍການນໍາ, ອະດີດການນໍາ ພັກ-ລັດ, ພະນັກງານ-ນັກຮົບ ໃນທົ່ວກອງທັບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

No description available.

ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວໃນພິທີບາງຕອນວ່າ: ຫວນຄືນປະຫວັດສາດຂອງກອງທັບປະຊາຊົນລາວ ກວ່າເຄິ່ງສະຕະວັດທີ່ຜ່ານມາ, ແມ່ນໄລຍະແຫ່ງການກໍ່ສ້າງເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊ ພາຍໃນການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ໃນຂະບວນການວິວັດແຫ່ງການປະຕິວັດຊາດປະຊາທິປະໄຕ, ກຳລັງປະກອບອາວຸດປະຊາຊົນລາວ ຍາມໃດກໍ່ໄດ້ຮັກສາໄດ້ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ເດັດດ່ຽວຕໍ່ສູ້ຢ່າງພິລະອາດຫານ, ທົນທານ, ໜຽວແໜ້ນ, ສາມາດຍາດໄດ້ໄຊຊະນະ ເປັນຂັ້ນມາ, ໃນທີ່ສຸດກໍ່ສາມາດ ປົດປ່ອຍປະເທດຊາດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂື້ນ ໃນວັນທີ 2 ທັນວາ ປີ1975 ຢ່າງສະຫງ່າຜ່າເຜີຍ ຈົນມາເຖິງທຸກວັນນີ້.

No description available.
ກຳລັງປະກອບອາວຸດປະຊາຊົນ ຕ້ອງສືບຕໍ່ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ຖືເອົາການສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ, ພັດທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງຂອງພັກ; ເດັດດ່ຽວຕີຕ້ານ ແລະ ທັບມ້າງທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ກຽມພ້ອມໃນທຸກດ້ານ ເພື່ອສະກັດກັ້ນ ແລະ ທັບມ້າງທຸກກໍລະນີທີ່ສັດຕູ ແລະ ກຸ່ມຄົນບໍ່ດີ ກໍ່ຂື້ນໃຫ້ທັນການ, ເຮັດໃຫ້ສະພາບການທົ່ວປະເທດ ມີຄວາມສະຫງົບໂດຍພື້ນຖານ ແລະ ໜັກແໜ້ນ. ເພື່ອບັນລຸທິດທາງໜ້າທີ່ດັ່ງກ່າວ, ກ່ອນອື່ນໝົດ ພວກເຮົາຕ້ອງປະຕິບັດໃຫ້ໄດ້ບາງວຽກງານຕົ້ນຕໍ ເຊິ່ງນອນຢູ່ໃນ 4 ໜ້າທີ່ໃຫຍ່ ແລະ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດດັ່ງນີ້:

No description available.

1). ຕ້ອງຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ,ສັງຄົມມີຄວາມສະ ຫງົບ ປອດໄພ ແລະ ເປັນລະບຽບຮຽບຮ້ອຍທີ່ໜັກແໜ້ນ, ດ້ວຍມາດຕະການຫັນກຳລັງລົງກໍ່ສ້າງຮາກຖານຢ່າງແຂງແຮງ, ເປັນປະຈໍາ ແລະ ຍາວນານ, ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມທິດ 3 ສ້າງ, ສົມທົບແໜ້ນ ທັງ 3ດ້ານ ( ການເມືອງ, ເສດຖະກິດ, ການທະຫານ ), ປັບປຸງລະບົບການຈັດຕັ້ງຢູ່ຮາກຖານໃຫ້ໜັກແໜ້ນເຂັ້ມແຂງ, ກຽມພ້ອມຊ່ວຍເຫຼືອປະຊາຊົນຈາກໄພພິບັດທີ່ອາດຈະເກີດຂຶ້ນ, ຍົກສູງສະຕິການກຽມພ້ອມສູ້ຮົບ, ປົກປ້ອງເຂດນໍ້າແດນດິນ, ຕອບຕ້ານທຸກການເຄື່ອນໄຫວຂອງກຸ່ມຄົນບໍ່ດີຢ່າງທັນການ, ໃນນີ້ ສຸມໃສ່ຂອບເຂດທີ່ຫຼໍ່ແຫຼມທີ່ຈະພາໃຫ້ເກີດມີຄວາມບໍ່ສະຫງົບ ແລະ ມີມາດຕະການແກ້ໄຂຢ່າງຄ່ອງແຄ້ວເດັດຂາດ;

No description available.

2). ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ, ຮຽນຮູ້ທາດແທ້ມູນເຊື້ອກອງທັບປະຕິວັດ-ກອງທັບປະຊາຊົນໃນເງື່ອນໄຂໃໝ່ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດໃຫ້ປະກົດຜົນເປັນຈິງ; ຍູ້ຂະບວນການດ້ານຕ່າງໆ ເພື່ອຂ່ຳນັບຮັບຕ້ອນວັນບຸນປະຫວັດສາດທີ່ສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງ ທັບໃຫ້ມີຂະບວນການກວ້າງຂວາງ, ມີເນື້ອໃນເລິກເຊິ່ງ ແລະ ມີບັນຍາກາດຟົດຟື້ນ;

No description available.

3). ຕັ້ງໜ້າປັບປຸງກໍ່ສ້າງກອງທັບ ໃຫ້ເຂັ້ມແຂງຮອບດ້ານ, ມີຄຸນນະພາບ ໂດຍຖືເອົາຄຸນນະພາບການເມືອງເປັນກົກ, ເອົາຄວາມສາມາດດ້ານການຈັດຕັ້ງບັນຊາ-ຄວາມຊຳນານດ້ານວິຊາສະເພາະ ແລະ ປະດິດສ້າງ ເປັນສໍາຄັນ, ເພີ່ມທະວີການນຳພາຂອງພັກ ຕໍ່ກຳລັງປະກອບອາວຸດ ຕິດພັນກັບການສ້າງກົມກອງປອດໄສ,ເຂັ້ມແຂງ,ໜັກແໜ້ນ, ສ້າງກົມກອງ-ນັກຮົບວັດທະນະທຳ ໃຫ້ມີຄຸນນະພາບ; ສ້າງພະນັກງານຫຼັກແຫຼ່ງ; ສ້າງພະນັກງານສືບທອດປ່ຽນແທນ ໃຫ້ເປັນລະບົບຕໍ່ເນື່ອງ ຕິດພັນກັບການດໍາເນີນກອງປະຊຸມ 3 ຂັ້ນຂອງພັກ, ເອົາໃຈໃສ່ການອົບຮົມຫັດແອບ, ປັບປຸງລະບຽບແບບແຜນຂອງກອງທັບ ໃຫ້ເຂັ້ມງວດ ແລະ ມີການຫັນປ່ຽນໃໝ່ທີ່ຕັ້ງຂຶ້ນກວ່າເກົ່າ, ມີລະດັບສິລະປະຍຸດ-ຍຸດທະວິທີສູ້ຮົບເກັ່ງ, ສ້າງກອງທັບເປັນກອງທັບປະ ຕິວັດ, ມີແບບແຜນ ແລະ ທັນສະໄໝ. ເອົາໃຈໃສ່ການປ້ອງກັນພາຍໃນ, ປ້ອງກັນພັກ-ພະນັກງານ. ສ້າງໃຫ້ໄດ້ກົມກອງປອດໃສ ປອດໄພ,ປອດຄະດີ, ໃນນີ້ ໃຫ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນກໍາລັງປະກອບອາວຸດໃຫ້ທັນການ ແລະ ຂາດຕົວ;

No description available.

4). ເອົາໃຈໃສ່ສ້າງພະລາທິການກັບທີ່, ຍົກສູງຈິດໃຈເພິ່ງຕົນເອງ-ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ບົນພື້ນຖານຈິດໃຈປະຢັດ. ໝູນໃຊ້ທ່າແຮງຂອງກົມກອງ-ທ້ອງຖິ່ນ ເຂົ້າໃນການເສດຖະກິດ ຜະລິດ, ປັບປຸງກໍ່ສ້າງຄ້າຍຄູ ແລະ ຍູ້ແຮງຂະບວນຜະລິດແກ້ໄຂຊີວິດການເປັນຢູ່ຂອງກົມກອງ, ເອົາໃຈໃສ່ວຽກງານຄຸ້ມຄອງປົກປັກຮັກສາ ແລະ ບົວລະບັດພັດເຊັດພາຫະນະ, ອາວຸດ-ກະສູນ, ປັບປຸງລະບົບສາງຄັງໃຫ້ຮັບປະກັນໄດ້ຄຸນນະພາບ ແລະ ມີຄວາມປອດໄພ.

No description available.

5. ເຊື່ອມຊຶມກຳແໜ້ນແນວທາງການຕ່າງປະເທດຂອງພັກ, ເພີ່ມທະວີການພົວພັນກັບກອງທັບບັນດາປະເທດເພື່ອນມິດຍຸດທະສາດ ສັງຄົມນິຍົມ ແລະ ເພື່ອນມິດສາກົນອື່ນໆ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືກັບນາໆຊາດ, ເອົາໃຈໃສ່ພົວພັນແລກປ່ຽນບົດຮຽນກັບກົມກອງເພື່ອຕະຫຼອດເຖິງອົງການປົກຄອງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າອ້ອມຂ້າງເພື່ອຮັດແໜ້ນຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ.