“ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນປະກອບສ່ວນສໍາຄັນຕໍ່ການພັດທະນາແບບຍືນຍົງຂອງລາວ

117

ສປປ ລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ, ເປັນປະເທດໜຶ່ງ ທີ່ຕັ້ງຢູ່ໃຈກາງຂອງດິນແດນອາຊີຕາເວັນອອກສ່ຽງໃຕ້, ມີພູມສັນຖານອັນເປັນຍຸດທະສາດ ແລະ ຊັບພະຍາກອນທີ່ອຸດົມຮັ່ງມີ ຊຶ່ງໄດ້ກາຍມາເປັນເງື່ອນໄຂສໍາຄັນທີ່ສອດຄ່ອງ ແລະ ແທດເໝາະກັບການຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາຍາວນານ ໂດຍສະເພາະແມ່ນການເຊື່ອມຕໍ່ຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ສປ ຈີນ, ອີກທັງຍັງສາມາດເຊື່ອມໂຍງເຊື່ອມຈອດພາກພື້ນນີ້ ໄປສູ່ພາກພື້ນອື່ນ ລວມທັງອະນຸພາກພື້ນຕ່າງໆ ໃນທົ່ວທຸກມຸມໂລກ (Landlocked to land-linked country). ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຈຶ່ງໄດ້ປະກອບສ່ວນສໍາຄັນ ເພື່ອຕອບສະໜອງທັງຈຸດປະສົງ ແລະ ເປົ້າໝາຍໃນການເປີດກວ້າງວິວັດທະນາການໃໝ່ຂອງ ສປປ ລາວ ຕໍ່ການເຊື່ອມຈອດພາກພື້ນ ເພື່ອການພັດທະນາເສດຖະກິດ-ສັງຄົມ ໃນຮູບແບບຍືນຍົງຂອງຕົນ.

May be an image of map, road and text that says 'Europe Europe Russia Central Asia Mediterranean Sea Persian Gulf West Asia South Asia Southeast Asia Indian Ocean Sout China Sea South Pacific'
ນັບແຕ່ປີ 2013 ທີ່ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ ໄດ້ນໍາສະເໜີຂໍ້ລິເລີ່ມ “ແລວເສດຖະກິດເສັ້ນທາງສາຍໄໝ” ແລະ “ເສັ້ນທາງສາຍໄໝທາງທະເລແຫ່ງສັດຕະວັດທີ 21” (The Silk Road Economic Belt and the 21st-Century Maritime Silk Road) ຫຼື ເອີ້ນກວມລວມວ່າ ຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” (BRI).

ຂໍ້ລິເລີ່ມດັ່ງກ່າວ ເປັນຂໍ້ລິເລີ່ມໜຶ່ງໃນໂຄງການແຫ່ງສັດຕະວັດ (Project of the Century) ເຊິ່ງນອນໃນເປົ້າໝາຍຄວາມໄຝ່ຝັນຂອງຈີນ (China’s Dream) ເພື່ອຕ້ອງການທີ່ຈະມີສ່ວນຮ່ວມໃນການແບ່ງປັນຄວາມຮັ່ງມີໃຫ້ກັບປະເທດອື່ນໆໃນໂລກ. ຂໍ້ລິເລີ່ມ “ໜຶ່ງ ແລວ, ໜຶ່ງເສັ້ນທາງ” ຍັງໄດ້ກາຍເປັນສັນຍາລັກແຫ່ງການພົວພັນຮ່ວມມື ລະຫວ່າງ ສປ ຈີນ ແລະ ບັນດາປະເທດທົ່ວໂລກ ກໍຄື ການພົວພັນຢ່າງໃກ້ຊິດ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ບົນພື້ນຖານຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ມາຮອດປັດຈຸບັນມີຫຼາຍກວ່າ 150 ປະເທດ ແລະ 45 ອົງການຈັດຕັ້ງສາກົນ ໄດ້ລົງນາມສະໜັບສະໜູນໃນ 11 ກົນໄກຂອງການຮ່ວມມື.

May be an image of map and text that says 'Rotterdam Moscow Duisburg Bishkek Venice Istanbul Urumi Samarkand Lanzhou Athens Huoerguosi Xi'an Tehran Beijing Beijing Kolkata Kunming Guangzhou Fuzhou Hanoi Quanzh Kyaukpyu Zhanjiang Haikou Nairobi Bangkok Phnom Penh Colombo Singapore Kuala Lumpur Jakarta arta'

ໃນນັ້ນ, ສປປ ລາວ ກໍໄດ້ເຂົ້າຮ່ວມຢູ່ໃນ 8 ກົນໄກການຮ່ວມມືກັນລະຫວ່າງຂະແໜງການຕ່າງໆ ເພື່ອເນັ້ນໜັກໃສ່ກໍ່ສ້າງເຄືອຂ່າຍເຊື່ອມໂຍງເຊື່ອມຈອດ, ການສ້າງເສດຖະກິດໂລກແບບເປີດກວ້າງ, ສົ່ງເສີມຊຸກຍູ້ການພັດທະນາສີຂຽວ, ປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ, ການໄປມາຫາສູ່ກັນລະຫວ່າງປະຊາຊົນເຖິງປະຊາຊົນ ແລະ ອື່ນໆ ຊຶ່ງເຮັດໃຫ້ພາກພື້ນມີການພັດທະນາເສດຖະກິດທີ່ເຂັ້ມແຂງ, ຍຸຕິທໍາ ແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດສູງສຸດ.
ສປປ ລາວ ໂດຍເຫັນໄດ້ເຖິງຄວາມສຳຄັນຂອງແຜນແມ່ບົດອາຊຽນ ວ່າດ້ວຍ ການເຊື່ອມໂຍງ-ເຊື່ອມຈອດ ຮອດປີ 2025 ແລະ ຄວາມພະຍາຍາມທີ່ຈະມີສ່ວນຮ່ວມໃນການສ້າງພາກພື້ນ ໃຫ້ກາຍເປັນປະຊາຄົມເສດຖະກິດທີ່ບໍ່ມີພົມແດນ (borderless economic community) ໃນປີ 2030, ທັງຍັງຕິດພັນຕໍ່ກັບບົດບາດສໍາຄັນ ໃນການປະກອບສ່ວນເຂົ້າຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ, ເພື່ອເປົ້າໝາຍນໍາພາເອົາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ພ້ອມທັງຍັງສາມາດຫຼຸດຜ່ອນຄວາມແຕກໂຕນທາງເສດຖະກິດຮອບດ້ານຂອງພາກພື້ນ.

May be an image of train

ນອກຈາກນີ້, ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນ ສປປ ລາວ ຍັງສາມາດປະກອບສ່ວນສໍາຄັນເຂົ້າໃນແຜນພັດທະນາເສດຖະກິດແຫ່ງຊາດຢ່າງຕັ້ງໜ້າ ຜ່ານໂຄງການເສັ້ນທາງລົດໄຟ ລາວ-ຈີນ ໃຫ້ມີການຮ່ວມມືແບບສອງຝ່າຍ (ລາວ-ຈີນ) ແລະ ຫຼາຍຝ່າຍ (ອາຊຽນ-ຈີນ) ກໍຄື ການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ສະນັ້ນ, ສປປ ລາວ ໃນນາມປະທານໝູນວຽນ ອາຊຽນ ປະຈໍາປີ 2024 ມີຄວາມປາຖະໜາພັດທະນາເສດຖະກິດໃຫ້ມີຄວາມຍືນຍົງ ແລະ ຫັນເປັນອຸດສາຫະກໍາທັນສະໄໝ, ມີຄວາມສອດຄ່ອງກັບນະໂຍບາຍສົ່ງເສີມການບໍລິການ ແລະ ຜະລິດຕະພັນພາຍໃນ ໃຫ້ເປັນສິນຄ້າປາຍແຫຼມຂອງຊາດ ເພື່ອສ້າງລາຍຮັບໃຫ້ແກ່ປະເທດຊາດ ກໍຄືປະຊາຊົນລາວທົ່ວປະເທດ. ພ້ອມດຽວກັນນີ້, ລັດຖະບານລາວ ຍັງໄດ້ສົ່ງເສີມພ້ອມທັງກະຕຸກຊຸກຍູ້ການປະຕິບັດຍຸດທະສາດ ຜ່ານການພັດທະນາຂະແໜງທ່ອງທ່ຽວທໍາມະຊາດ ກໍຄືການທ່ອງທ່ຽວສີຂຽວ ໃຫ້ກາຍເປັນອຸດສາຫະກໍາທີ່ທັນສະໄໝ ແລະ ຍືນຍົງ; ເປີດກວ້າງການມີສ່ວນຮ່ວມຂອງຂະແໜງການກ່ຽວຂ້ອງ ແລະ ປະຊາຊົນ ໃຫ້ນັບມື້ນັບຫຼາຍຂຶ້ນ, ເພື່ອໃຫ້ກາຍເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດ – ສັງຄົມ ຂອງປະເທດ.

ໂດຍ: ໜ່ວຍງານຄົ້ນຄວ້າຮ່ວມ ລາວ-ຈີນ ສະຖາບັນການຕ່າງປະເທດ