ດີໄຊເນີຕົວພໍ່ຂອງເມືອງລາວ ສົ່ງສານຈາກໃຈອວຍພອນປີໃໝ່ສາກົນ 2024

47

ງານນີ້ພາດບໍ່ໄດ້ ທີມຂ່າວບັນເທີງເອງກໍເຫັນໄດ້ເຖິງ ຄວາມສໍາຄັນເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2024 ທີ່ຈະມາເຖິງນີ້, ສະນັ້ນຈຶ່ງໄດ້ມີໂອກາດສໍາພາດດີໄຊເນີຕົວພໍ່ແຫ່ງເມືອງລາວ ອ້າຍຄໍາເພົ້າ ບົວພັນ ເຈົ້າຂອງຫ້ອງເສື້ອ ຄໍາເພົ້າສັ່ງ ໄດ້ ທັງເປັນບຸກຄົນທີ່ມີຊື່ສຽງໃນວົງການບັນເທີງ ແລະ ມີຜົນງານໃນວົງການມາຢ່າງຫຼາກຫຼາຍ ໂດຍສະເພາະກໍແມ່ນການສະໜັບສະໜູນໂຄງການປະກວດຊາຍງາມ ແລະ ສາວງາມເວທີຕ່າງໆ.

อาจเป็นรูปภาพของ 2 คน, เสื้อโอเวอร์โค้ท, แว่นตาและคอนแทคเลนส์, รองเท้าวิงทิป, เสื้อโค้ททรงดัฟเฟิล และ ชุดสูท

ເມື່ອເວົ້າເຖິງອ້າຍຄໍາເພົ້າ ບໍ່ວ່າຈະຮ່ວມງານໃດ ເທສະການໃດ ກໍເລີດ ແລະ ປັງສຸດໆດ້ວຍແຟຊັນທີ່ສະດຸດຕາຜູ້ຄົນ ແບບຕ້ອງຫຼຽວຫຼັງໄປຕາມໆກັນ.

อาจเป็นรูปภาพของ 2 คน, กระเป๋าเดินทาง และ ข้อความ

ເນື່ອງໃນໂອກາດສໍາຄັນນີ້ ອ້າຍຄໍາເພົ້າ ກໍຍັງໄດ້ຝາກ ອວຍພອນປີໃໝ່ສາກົນນໍາອີກ ບໍ່ວ່າຈະເປັນທາງດ້ານການນໍາພັກ – ລັດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າອີກດ້ວຍ ລວມໄປເຖິງບັນດາທຸລະກິດຕ່າງໆ.

อาจเป็นรูปภาพของ 9 คน และ ข้อความ

ໂດຍອ້າຍຄໍາເພົ້າ ບອກວ່າ: ຂ້າພະເຈົ້າເອງໃນນາມເຈົ້າຂອງຫ້ອງເສື້ອຄໍາເພົ້າ ສັ່ງໄດ້ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2023 ຕ້ອນຮັບປີໃໝ່ 2024 ນີ້, ຂໍອວຍພອນໄຊອັນປະເສີດ ແລະ ສະແດງຄວາມຂອບໃຈຢ່າງສູງມາຍັງບັນດາການນໍາພັກ – ລັດ, ບັນດາທ່ານທີ່ເປັນລູກຄ້າ, ຄູ່ຮ່ວມທຸລະກິດ ແລະ ພາກສ່ວນອື່ນໆທັງໃນ ແລະ ນອກວົງການບັນເທີງ

อาจเป็นรูปภาพของ 8 คน และ ข้อความ

ທີ່ໃຫ້ການສະໜັບສະໜູນແກ່ຫ້ອງເສື້ອຄໍາເພົ້າສັ່ງໄດ້ ແລະ ຕິດຕາມຜົນງານການອອກແບບຂອງຫ້ອງເສື້ອໂດຍດີຕະຫຼອດມາ ຂໍໃຫ້ທ່ານຈົ່ງມີແຕ່ຄວາມຈະເລີນກ້າວໜ້າ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສຸຂະພານເຂັ້ມແຂງ ພາວະນາໄມສົມບູນ ແລະ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວດ້ວຍ.

อาจเป็นรูปภาพของ 7 คน และ ข้อความ

ທ້າຍນີ້, ທີມຂ່າວບັນເທີງເອງ ກໍຂໍຝາກທຸກໆຄົນຕິດຕາມຜົນງານ ແລະ ການເຄື່ອນໄຫວດີໄຊເນີຄົນເກັ່ງຄົນນີ້ດ້ວຍ ແລະ ຝາກສະໜັບສະໜູນຫ້ອງເສື້ອຂອງອ້າຍເພິ່ນນໍາບໍລິການເຖິງທີ່ ດ້ວຍຄວາມປະທັບໃຈຢ່າງແນ່ນອນ

อาจเป็นรูปภาพของ 2 คน, เซกเวย์ และ ถนน

ແລະ ຕອນນີ້ກໍມີຫຼາຍສາຂາແລ້ວໃນທົ່ວປະເທດ ແລະ ເມື່ອບໍ່ດົນມານີ້ກໍໄດ້ໄປເປີດສາຂາທີ່ສິງກະໂປກັນເລີຍ ໝັ້ນໃຈໄດ້ໃນຄຸນນະພາບ, ຄວາມລະອຽດ ແລະ ຄວາມເປັນແຟຊັນແບບນໍາໜ້າແນ່ນອນ ຕິດຕາມຜົນງານໄດ້ທີ່ເຟສບຸ໊ກ ຄໍາເພົ້າ ສັ່ງໄດ້ ນັ້ນເອງ.