“ ໄດ້ຮັບໄຊຊະນະຢ່າງພາກພູມໃຈ ທີ່ເອົາຊະນະໃຈຕົວເອງໄດ້ ” ນູ້ເລົ່າ ຫວາເມັ່ງລໍ່

147

ດັ່ງທີ່ທີມຂ່າວບັນເທີງໄດ້ມີການນໍາສະເໜີ ແລະ ອັບເດດຜົນງານການເຄື່ອນໄຫວຂອງນ້ອງມາໂດຍຕະຫຼອດ ສໍາລັບ ນູ່ເລົ່າ ຫວາເມັ່ງລໍ່ Miss Earth Laos 2023 ທີ່ໄດ້ເດີນທາງໄປຮ່ວມປະກວດຊີງມົງກຸດທີ່ປະເທດຫວຽດນາມ ເມື່ອາທິດຜ່ານມາ ແລະ ຕອນນີ້ການປະກວດໄດ້ສິ້ນສຸດລົງ ໂດຍມົງໄດ້ລົງທີ່ Miss Albania Drita Ziri wins Miss Earth 2023!

อาจเป็นรูปภาพของ 1 คน และ ข้อความ

ແຕ່ເຖິງນ້ອງຈະບໍ່ໄດ້ມົງກັບມາສິ່ງທີ່ພູມໃຈສຸດໆກໍຄືນ້ອງໄດ້ເຮັດເຕັມທີ່ທີ່ສຸດໃນທຸກໆຮອບ ແລະ ແຟນໆກໍເຫັນໄດ້ເຖິງ ຄວາມພະຍາຍາມຂອງນ້ອງແລ້ວ ແລະ ນ້ອງກໍໄດ້ໄດ້ເດີນທາງກັບບ້ານກັບສູ່ອ້ອມກອດອັນອົບອຸ່ນຈາກແຟນໆຊາວລາວ.

อาจเป็นรูปภาพของ 1 คน และ ข้อความ

ຈາກນັ້ນ, ນ້ອງນູ້ເລົ່າ ກໍໄດ້ມີການໂພສຜ່ານເຟສບຸ໊ກສ່ວນຕົວດ້ວຍຂໍ້ຄວາມທີ່ວ່າ: “ທຸກຄົນຮູ້ບໍວ່າ ນູ້ເປັນເດັກນ້ອຍຄົນໜຶ່ງທີ່ມີຄວາມຝັນທະເຍີທະຍານມາແຕ່ຍັງນ້ອຍ ຝັນຢາກເຮັດສິ່ງທີ່ຍິ່ງໃຫຍ່ເກີນຕົວມາຕະຫຼອດ ແຕ່ພໍມາຮອດຈຸດໜຶ່ງທີ່ເຮົາຕ້ອງເຕີບໃຫຍ່ຢູ່ໃນໂລກຄວາມເປັນຈິງ ນູ້ ຕ້ອງໄດ້ຢຸດ ຄວາມຝັນນັ້ນໄວ້ ຈົນໄດ້ມີໂອກາດໄດ້ຮັບໜ້າທີ່ອັນຊົງກຽດໜຶ່ງທີ່ມີຊື່ວ່າ Miss Earth Laos 2023 ມັນເປັນຄືກັບການຈຸດປະກາຍໄຟຄວາມຝັນໃນໄວເດັກກັບຄືນມາ ແລະ ການເດີນທາງຄັ້ງນີ້ໄດ້ສິ້ນສຸດລົງໄດ້ຮັບໄຊຊະນະຢ່າງພາກພູມໃຈທີ່ເອົາຊະນະໃຈຕົວເອງໄດ້ ”.

อาจเป็นรูปภาพของ 1 คน และ ข้อความ

ນ້ອງຍັງບອກອີກວ່າ: ນູ້ ຈະບໍ່ມີໂອກາດນີ້ໄດ້ເລີຍຖ້າບໍ່ມີປະທານກອງປະກວດຜູ້ໃຫຍ່ທີ່ຊ່ວຍເຫຼືອນູ້ທຸກຢ່າງໃນການເດີນທາງຄັ້ງນີ້ Tim Bouapheng  ແລະ ຜູ້ໃຫຍ່ໃຈດີອີກສອງທ່ານຄື ຄຳເພົ້າ ສັ່ງໄດ້ Malaythong Sirisak ຂອບໃຈຮູບ Art work ງາມມທຸກໂພສຈາກແມ່ຜູ້ນີ້ Khiemmany Souttavong ທຸກການເກັບຕົວທຸກກິດຈະກຳທີ່ເຮັດໃຫ້ນູ້ສູ້ໄດ້ຢ່າງໝັ້ນໃຈຍ້ອນມີຊຸດງາມໆໃສ່ ມີອ້າຍໆເອື້ອຍໆທີ່ຮັກເຫັນຄວາມສາມາດແລ້ວຊັບພອດເຮົາ

อาจเป็นรูปภาพของ 1 คน และ ข้อความพูดว่า "Productio Produ MISS EARTH 2023 IN VIETNAM TNÂ ENTERTAINMENT RTH LAOS"

ທີ່ສຳຄັນກຳລັງໃຈທີ່ດີທີ່ສຸດຄືຈາກຄອບຄົວພໍ່ແມ່ ແລະ ຄົນທີ່ຮັກນູ້ ຂອບໃຈເອື້ອຍນ້ອຍNoy Bee ທີ່ໃຫ້ຂໍ້ຄິດດີໆຕະຫຼອດ ເຖິງຈະຫາກໍມາຮູ້ຈັກນ້ອງຄົນນີ້ບໍ່ດົນແຕ່ກໍເຫັນເຖິງຄວາມຮັກຈິງໃຈທີ່ມີໃຫ້ນ້ອງ ແລະ ພ້ອມນີ້ນ້ອງກໍໄດ້ກ່າວຂອບໃຈທຸກຄົນທີ່ຊັບພອດນູ້ຕະຫຼອດມາ ທີ່ເຫັນ ຄວາມສາມາດນ້ອງສາວຄົນນີ້ ແລະ ຊັບພອດນ້ອງທຸກບາດກ້າວ ແລະ ອ້າຍເອື້ອຍທີມງານທຸກໆຄົນທີ່ຢູ່ເບື້ອງຫຼັງ ພ້ອມທັງສະປອນເຊີທຸກໆທ່ານ.

อาจเป็นรูปภาพของ 1 คน และ ข้อความ

ຂ່າວບັນເທີງເອງກໍຝາກແຟນໆສະໜັບສະໜູນຜົນງານນ້ອງຕໍ່ໄປດ້ວຍ ເຊື່ອແນ່ວ່ານ້ອງຈະບໍ່ຢຸດຈະພັດທະນາແນ່ນອນ ນ້ອງຕ້ອງໄປໄດ້ໄກກວ່າເກົ່າ ຝາກເປັນກຳລັງໃຈໃຫ້ນ້ອງໃນບາດກ້າວຕໍ່ໄປດ້ວຍ.

อาจเป็นรูปภาพของ 1 คน, ชุดออกงาน และ ข้อความ

ສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງນ້ອງໄດ້ທີ່ NouLao wamenglor.