ບຣູໄນ ເດີນໜ້າປາບ ຜູ້ນໍາທ່ຽວເຖື່ອນ ຊີ້ທໍາລາຍພາບລັກການທ່ອງທ່ຽວ

18

ສຳນັກພັດທະນາການທ່ອງທ່ຽວ ກະຊວງຊັບພະຍາກອນຫຼັກ ແລະ ການທ່ອງທ່ຽວຂອງບຣູໄນ ໄດ້ລະບຸວ່າ ບຣູໄນດາຣູຊາລາມ ກຳລັງແກ້ໄຂບັນຫາ ຄວາມເສຍຫາຍທີ່ເພີ່ມຂຶ້ນ ໃນທຸລະກິດການທ່ອງທ່ຽວ ເຊິ່ງມີຕົ້ນຕໍມາຈາກຜູ້ນໍາທ່ຽວເຖື່ອນ ທີ່ບໍ່ໄດ້ຮັບອະນຸຍາດຕາມກົດໝາຍ ແລະ ບຸກຄົນທີ່ບໍ່ມີໃບອະນຸຍາດ ນຳໃຊ້ບໍລິການຂົນສົ່ງຕ່າງປະເທດ.

ລາຍງານລະບຸວ່າ: ບຣູໄນ ໃນຖານະເປັນຈຸດໝາຍປາຍທາງການທ່ອງທ່ຽວ ທີ່ໄດ້ຮັບ ຄວາມນິຍົມເພີ່ມຂຶ້ນ ກັບດຶງດູດບັນດາບຸກຄົນທີ່ໃຫ້ບໍລິການນໍາທ່ຽວ ໂດຍບໍ່ໄດ້ຮັບອະນຸຍາດອັນຖືກຕ້ອງຕາມກົດໝາຍ ອັນໄດ້ສ້າງຄວາມເສຍຫາຍຕໍ່ພາບລວມອັນດີຂອງອຸດສາຫະກໍາການທ່ອງທ່ຽວ ແລະ ເພີ່ມ ຄວາມກັງວົນກ່ຽວກັບຄຸນນະພາບຂອງປະສົບການການທ່ອງທ່ຽວ.

ສຳນັກພັດທະນາການທ່ອງທ່ຽວ ຈຶ່ງໄດ້ກະຕຸ້ນ ການເຕືອນໃຫ້ນັກທ່ອງທ່ຽວ ແລະ ບໍລິສັດນໍາທ່ຽວ ວ່າຈ້າງສະເພາະຜູ້ນໍາທ່ຽວທີ່ມີໃບອະນຸຍາດ ເຊິ່ງມີ ຄວາມຮູ້ເລິກເຊິ່ງ ແລະ ໃບອະນຸຍາດທາງການທີ່ອອກໂດຍສຳນັກພັດທະນາການທ່ອງທ່ຽວ ເພື່ອຮັບຮອງຄວາມປອດໄພ ແລະ ປະສົບການຂອງການເດີນທາງທ່ອງທ່ຽວ ທີ່ສົມບູນຍິ່ງຂຶ້ນຂອງນັກທ່ອງທ່ຽວ.

ທັງນີ້, ສຳນັກພັດທະນາການທ່ອງທ່ຽວ ໄດ້ແນະນໍາໃຫ້ນັກທ່ອງທ່ຽວ ຄວນເລືອກຫາບໍລິສັດນໍາທ່ຽວທີ່ມີໃບອະນຸຍາດຂອງບູໄນ ເຊິ່ງໃຫ້ບໍລິການນໍາທ່ຽວທີ່ໄດ້ຮັບອະນຸຍາດ ແລະ ຕິດສັນຍາລັກທາງການທີ່ອອກໂດຍສໍານັກດັ່ງກ່າວນີ້ ໂດຍສັນຍາລັກເຫຼົ່ານັ້ນ ຕິດສະແດງເຖິງຊື່, ຮູບຖ່າຍ ແລະ ໝາຍເລກໃບອະນຸຍາດ ພ້ອມວັນໝົດອາຍຸຂອງຜູ້ນໍາທ່ຽວ.