ສະຖານະການໃນທະເລແດງ ມີຄວາມສ່ຽງສູງ ເຮັດໃຫ້ການຄ້າໂລກຕ້ອງຢຸດສະງັກ

47

ເວບໄຊ https://vtv.vn/ ລາຍງານວ່າ: ໃນໄລຍະເດືອນທີ່ຜ່ານມາ, ມີການໂຈມຕີດ້ວຍຂີປະນາວຸດ ແລະ ໂດຣນຫຼາຍກວ່າ 100 ຄັ້ງ ໂດຍກຸ່ມຕິດອາວຸດຮູຕີໃນເຢເມນ ຕໍ່ກັບເຮືອບັນທຸກສິນຄ້າໃນທະເລແດງ ທີ່ແລ່ນໃນເສັ້ນທາງສຳຄັນຂອງການຂົນສົ່ງສິນຄ້າທົ່ວໂລກ ມູນຄ່າປະມານ 1.000 ຕື້ໂດລາ ເຊິ່ງນີ້ໄດ້ເຮັດໃຫ້ບໍລິສັດເດີນເຮືອລາຍໃຫຍ່ຫຼາຍແຫ່ງ ໄດ້ລະງັບກຳນົດການເດີນເຮືອຜ່ານທະເລແດງຊົ່ວຄາວ.

ວິກິດທີ່ເກີດຂຶ້ນກຳລັງດຳເນີນຢູ່ໃນທະເລແດງ ທີ່ເຮັດໃຫ້ສັກກະຍະພາບໃນການຫຼຸດພະລັງງານການຂົນສົ່ງທົ່ວໂລກລົງ 20% ນີ້ອາດເປັນ “ ການວາງລະເບີດ” ຄັ້ງໃໝ່ຕໍ່ກັບຕ່ອງໂສ້ການສະໜອງສິນຄ້າໂລກ ເຊິ່ງເພີ່ມຄວາມກົດດັນດ້ານເງິນເຟີ້ ທີ່ສູງຢູ່ແລ້ວໃນທົ່ວໂລກໃຫ້ສູງຂຶ້ນອີກ. ຂະນະທີ່ເຮືອຂົນສົ່ງທີ່ມີຕູ້ຄອນເທນເນີນ້ອຍ 121 ລໍາ ໄດ້ປ່ຽນເສັ້ນທາງ ໄປໃຊ້ທາງທີ່ຍາວກວ່າ ເພື່ອຄວາມປອດໄພ ໂດຍແລ່ນຜ່ານແຫຼມ ກູ໊ດໂຮບ ທາງຕອນໃຕ້ຂອງອາຟຣິກາ ເພື່ອຫຼີກລ່ຽງຄອງຊູເອຊ ແລະ ທະເລແດງ.

ຕາມຂໍ້ມູນໂດຍລວມຂອງວາລະສານນິເຄອິ ຂອງຍີ່ປຸ່ນລະບຸວ່າ: ເຮືອປະມານ 300 ລໍາ ໄດ້ໄປ ຈອດຢູ່ທ່າເຮືອນະຄອນນິວຢອກ ແລະ ຊາວານາ ເມືອງທ່າສອງແຫ່ງໃນລັດຈໍເຈຍຂອງອາເມຣິກາ; ເຮືອເຫຼົ່ານີ້, ສ່ວນໃຫຍ່ເປັນເຮືອບັນທຸກຕູ້ຄອນເທນເນີ ທີ່ແລ່ນຈາກສິງກະໂປ ແລະ ທ່າເຮືອຫຼາຍແຫ່ງໃນອາຊີຕາເວັນອອກ ເຊິ່ງຜູ້ຊ່ຽວຊານຂອງ S&P Global ກ່າວວ່າ: ຄ່າຂົນສົ່ງໃນເສັ້ນທາງເຊື່ອມຕໍ່ ອາຊີ-ເອີຣົບ ມີທ່າອ່ຽງເພີ່ມຂຶ້ນປະມານ 15%, ເມື່ອຄໍານວນດ້ານເຊື້ອເພີງໂດຍບໍ່ລວມຄ່າທໍານຽມຄອງຊູ ເອຊ ແລະ ຈະມີຄ່າປະກັນເພີ່ມຕື່ມ ຈາກອັນຕະລາຍທີ່ເພີ່ມຂຶ້ນ.

ຄ່າຈັດສົ່ງທີ່ສູງຂຶ້ນ ແລະ ຄວາມຊັກຊ້າໃນການຈັດສົ່ງ ຈະສົ່ງຜົນກະທົບຕໍ່ລາຄາເຄື່ອງຫຼິ້ນ ປະມານ 47% ແລະ ປະມານ 40% ຂອງລາຄາເຄື່ອງໃຊ້ໃນຄົວເຮືອນ, ສຳລັບລາຄາເສື້ອຜ້າທີ່ຈັດສົ່ງ ກໍກະທົບປະມານ 40% ເຊິ່ງກະທົບລະຫວ່າງເສດຖະກິດອາຊີ ແລະ ຕາເວັນຕົກ. ຢ່າງໃດກໍຕາມ, ກໍມີນັກວິເຄາະລະບຸວ່າ ລະດັບຂອງຜົນກະທົບຈະຂຶ້ນຢູ່ກັບວ່າວິກິດການຈະສືບຕໍ່ມີຢູ່ດົນປານໃດ.

ຂະນະດຽວກັນ, ສໍານັກຂ່າວ CNBC ກໍໄດ້ລາຍງານເມື່ອວັນທີ 21 ທັນວາວ່າ: ຕົ້ນທຶນການຂົນສົ່ງຕູ້ຄອນເທນເນີຂະໜາດ 40 ຟຸດ ຈາກຈີນໄປຍັງອັງກິດ ເພີ່ມສູງຂຶ້ນໃນເວລາພຽງບໍ່ເທົ່າໃດຊົ່ວໂມງ ມາເປັນ 10.000 ໂດລາ ເຊິ່ງສູງກວ່າອາທິດທີ່ຜ່ານມາ 4 ເທົ່າ ແລະ ຕົ້ນທຶນການຂົນສົ່ງທາງອາກາດເພີ່ມຂຶ້ນ 13% ໃນອາທິດນີ້. ສ່ວນຕົ້ນທຶນການຂົນສົ່ງທາງລົດບັນທຸກ ໃນຕາເວັນອອກກາງ ເພີ່ມຂຶ້ນ 2 ເທົ່າ.