Orsted Group ປະກາດສ້າງຟາມກັງຫັນລົມ ນອກຊາຍຝັ່ງໃຫຍ່ສຸດໃນໂລກ

34

ເວບໄຊ https://bnews.vn/ ລາຍງານໃຫ້ຮູ້ວ່າ: ເມື່ອວັນທີ 20 ທັນວາຜ່ານມາ, ກຸ່ມພະລັງງານທົດແທນຂອງປະເທດດານມາກ ຄື Orsted Group ໄດ້ປະກາດວ່າ ຈະສ້າງຟາມກັງຫັນລົມນອກຊາຍຝັ່ງ ທີ່ໃຫຍ່ທີ່ສຸດໃນໂລກ ທາງຕາເວັນອອກຂອງປະເທດອັງກິດ.

Orsted Group ຕັດສິນໃຈລົງທຶນຂັ້ນສຸດທ້າຍເພື່ອປັບປຸງການກໍ່ສ້າງໂຄງການໄຟຟ້າພະລັງງານລົມ Hornsea 3 ທີ່ມີກຳລັງການຜະລິດ 2,9 ກິກາວັດ ເພື່ອສະຫນອງພະລັງງານໃຫ້ກັບບ້ານເຮືອນຫຼາຍກວ່າ 3,3 ລ້ານຫຼັງຄາເຮືອນໃນສະຫະຣາຊະອານາຈັກອັງກິດ. ຄາດວ່າໂຄງການນີ້ຈະສໍາເລັດປະມານປີ 2027 ຈະສ້າງວຽກເຮັດງານທຳໄດ້ຫຼາຍເຖິງ 5.000 ຕໍາແໜ່ງໃນລະ ຫວ່າງຂັ້ນຕອນກໍ່ສ້າງ; ພ້ອມດຽວກັນນີ້, Orsted Group ໄດ້ກ່າວວ່າ ປະຕິບັດການຢ່າງເຕັມຮູບແບບ Hornsea 3 ຈະສ້າງງານຖາວອນ 1.200 ຕໍາແໜ່ງ ທັງທາງກົງ ແລະ ໃນຕ່ອງໂສ້ການສະໜອງ.

ພະລັງງານລົມນອກຊາຍຝັ່ງ ເປັນແຫຼ່ງພະລັງງານສີຂຽວຮຸ່ນໃໝ່ ທີ່ພັດທະນາຂຶ້ນໃນໄລຍະ 30 ປີຜ່ານມາ ໃນດານມາກ, ອັງກິດ, ເຢຍລະມັນ ແລະ ອາເມຣິກາ.

ຂະນະທີ່, ໃນກອງປະຊຸມພາຄີ ຄັ້ງທີ 27 ຂອງອະນຸສັນຍາຂອບສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບດິນຟ້າອາກາດ 2022 (COP27) 9 ປະເທດ ໄດ້ແກ່ ແບນຊິກ, ໂກລຳບີ: ເຢຍລະມັນ, ໄອແລນ, ຍີ່ປຸ່ນ, ໂຮນລັງ, ນອກແວ, ອັງກິດ ແລະ ອາເມຣິກາ ໄດ້ເຂົ້າຮ່ວມ ພັນທະມິດພະລັງງານລົມນອກຊາຍຝັ່ງ ລະດັບໂລກ (GOWA ).

ປະເທດຕ່າງໆ ໄດ້ຕົກລົງທີ່ຈະເຮັດວຽກຮ່ວມກັນ ເພື່ອພັດທະນາຄວາມທະເຍີທະຍານລະດັບໂລກ ແລະ ກຳຈັດອຸປະສັກ ໃນການຕິດຕັ້ງພະລັງງານລົມນອກຊາຍຝັ່ງ ໃນຕະຫຼາດໃໝ່ ແລະ ທີ່ມີຢູ່ ເຊິ່ງເປົ້າໝາຍຂອງ Orsted Group ຄືການມີສ່ວນຊ່ວຍໃຫ້ໂລກບັນລຸການຜະລິດພະລັງງານລົມນອກຊາຍຝັ່ງທົ່ວໂລກ ຢ່າງນ້ອຍ 380 ກິກະວັດ ພາຍໃນປີ 2030.