ມື້ນີ້ແລ້ວແຟນໆຊາວລາວ ຢ່າລືມຮ່ວມສົ່ງກຳລັງໃຈໃຫ້ Miss Earth Laos 2023

43

ຍິ່ງມາຮອດມື້ຕັດສິນ ຍິ່ງຕື່ນເຕັ້ນແທນນ້ອງ ຝາກແຟນໆເປັນກຳລັງໃຈໃຫ້ນ້ອງແດ່ເດີ ຕົວແທນສາຍສະພາຍລາວ ໃນເວທີ Miss Earth 2023 ທີ່ປະເທດຫວຽດນາມ, ຜ່ານການເຂົ້າຮ່ວມກິດຈະກຳຕ່າງໆກັບທາງກອງປະກວດ ນ້ອງກໍຖືວ່າໂດດເດັ່ນ ແລະ ເຮັດໄດ້ດີສຸດໆ ແລະ ທີ່ສໍາຄັນທີ່ທີມຂ່າວບັນເທີງເຫັນແລ້ວອົດນໍາສະເໜີບໍ່ໄດ້ ກໍຄືການແຕ່ງກາຍຂອງນ້ອງໃນແຕ່ລະມື້ແຕ່ລະຮອບບອກເລີຍວ່າຕຶງຕາສຸດໆ ເພາະມີແຕ່ຊຸດງາມໆ ແລະ ສະແດງໃຫ້ເຫັນເຖິງ ຄວາມເປັນລາວໄດ້ເປັນຢ່າງດີເລີຍ.

อาจเป็นรูปภาพของ 1 คน

ຫຼ້າສຸດກໍມາໃນລຸກຂອງສາວລາວງາມສະຫງ່າແບບມີສະເໜ່ການນຸ່ງຖືແບບລາວປະຍຸກ ສະແດງໃຫ້ສາກົນໄດ້ເຫັນເຖິງຜ້າໄໝລາວ ແລະ ວັດທະນະທຳລາວ ແລະ ມື້ນີ້ກໍມາຮອດມື້ Final ແລ້ວ ໃນວັນທີ 22 ເດືອນທັນວານີ້ ຝາກໃຫ້ທຸກຄົນຕິດຕາມ Live ໄດ້ທີ່ ເພຈຫຼັກ Miss Earth ຝາກເປັນກໍາລັງໃຈໃຫ້ກັບສາຍສະພາຍລາວນໍາກັນຫຼາຍໆເດີ ເຊິ່ງສຸດງາມໆດັ່ງກ່າວກັບຊຸດ dinner ຂອງສາວ ນູ້ເລົ່າ ຫວາເມັງລໍ່ Miss Earth ອອກແບບໂດຍຫ້ອງເສື້ອ Thaveth ເປັນຊຸດການອອກແບບທີ່ມີເອກະລັກການນຸ່ງຖືສິ້ນໄໝມ້ອນຊຳເໜືອຕໍ່າລາຍນາກ ເຊິ່ງເປັນລາຍມໍລະດົກໂລກຂອງລາວ ທີ່ມີຄວາມທັນສະໄໝ ແຕ່ຍັງຄົງຄວາມເປັນລາວ.

อาจเป็นรูปภาพของ 1 คน และ เสื้อผ้าลายบาติก

ສໍາລັບແຮງບັນດານໃຈຄືຢາກນຳສະເໜີຄວາມເປັນຜ້າລາວ ແລະ ແຂບປັກດິ້ງລາວໃຫ້ອອກມາໃນຮູບແບບສະໄໝນິຍົມ ຊູເດັ່ນລາຍຕ່ຳດ້ວຍມື ຈຶ່ງອອກມາເປັນຊຸດ ” ພັນນາກ ” ເມື່ອນ້ອງນູ້ເລົ່າ ມາສວມໃສ່ແລ້ວຍິ່ງງາມສະຫງ່າຂຶ້ນໄປອີກ.

ไม่มีคำอธิบายรูปภาพ

ທ້າຍນີ້, ຂ່າວບັນເທີງກໍຂໍໃຫ້ນ້ອງ ນູ້ເລົ່າ ມີຄວາມສຸກກັບຕໍາແໜ່ງ Miss Earth Laos 2023 ທີ່ໄດ້ຮັບ, ປະຕິບັດໜ້າທີ່ຂອງຕົນເອງຢ່າງເຕັມທີ່ໃນເວທີ Miss Earth ແລະ ກໍຂໍໃຫ້ກອງແມ່ເອັນດູ, ຂໍໃຫ້ນ້ອງໄດ້ຜ່ານເຂົ້າຮອບເລິກໆ ແລະ ນໍາລາງວັນມາ ຝາກແຟນໆຂ່າວບັນເທີງຊາວລາວເຮົາ.

ສາມາດຕິດຕາມສະໜັບສະໜູນນ້ອງແດ່ເດີ ສາມາດຕິດຕາມການເຄື່ອນໄຫວໄດ້ທີ່:Page: Miss Earth Laos – ມິສເອີຣສລາວ ແລະ Facebook: NouLao Wamenglor ໄດ້ເລີຍ.