ການທ່ອງທ່ຽວໄລຍະເທສະການສົ່ງທ້າຍປີເກົ່າໃນເອີຣົບ ຄຶກຄັກ

37

ສຳນັກຂ່າວຕ່າງປະເທດລາຍງານວ່າ ການທ່ອງທ່ຽວໃນຊ່ວງຄຣິສມາດ-ເທສະການສົ່ງທ້າຍປີເກົ່າ ກັບມາຄຶກຄັກຫຼາຍກວ່າປີຜ່ານມາ ທ່າມກາງຄຳເຕືອນເລື່ອງຄວາມປອດໄພ ເນື່ອງຈາກຜູ້ຄົນຍັງມຸ່ງຫມັ້ນຫາຄວາມເພີດເພີນຈາກການຜັກຜ່ອນ.

ຕະຫຼາດຄຣິສມາດ ແລະ ສະຖານທີ່ທ່ອງທ່ຽວໃນເມືອງຕ່າງໆ ເຊັ່ນ: ນະຄອນມິວນິກ (ເຢຍລະມັນ), ນະຄອນຫຼວງປາຣີ (ຝຣັ່ງ) ແລະ ອີກຫຼາຍເມືອງໃນເອີຣົບຄຶກຄັກຂຶ້ນຫຼາຍ ເມື່ອທຽບໃສ່ຊ່ວງດຽວກັນຂອງປີຜ່ານມາ.

ອີງຕາມຂໍ້ມູນຈາກບໍລິສັດຂໍ້ມູນການເດີນທາງ ForwardKeys ລະບຸວ່າ ການທ່ອງທ່ຽວໃນເອີຣົບ ແລະ ສະຫະຣາຊະອານາຈັກ ເພີ່ມຂຶ້ນ 22% ເມື່ອທຽບໃສ່ປີ 2022 ເຊັ່ນດຽວກັນກັບອິຕາລີ, ຊູແອັດ ແລະ ໂອຕຣິດ ທີ່ສະຖານທີ່ທ່ອງທ່ຽວຕ່າງກໍມີຜູ້ຄົນເດີນທາງໄປທ່ອງທ່ຽວເພີ່ມຂຶ້ນ 25%.

ນັກວິເຄາະຄາດການວ່າ ການເພີ່ມຂຶ້ນຂອງນັກທ່ອງທ່ຽວຢ່າງໄວວາ ໄດ້ຮັບແຮງຍູ້ຈາກຄວາມຕ້ອງການ ການເດີນທາງເພີ່ມຂຶ້ນ ຫຼັງການແຜ່ລະບາດຂອງພະຍາດໂຄວິດ.

ແນວໃດກໍຕາມນັກທ່ອງທ່ຽວສ່ວນຫຼາຍໄດ້ຮັບຄຳເຕືອນດ້ານຄວາມປອດໄພຈາກຫນ່ວຍງານກ່ຽວຂ້ອງຂອງເອີຣົບ; ForwardKeys ລະບຸວ່າ ມີການຍົກເລີກປີ້ຍົນເພີ່ມຂຶ້ນເລັກນ້ອຍໃນຊ່ວງຄຣິສມາດ (ຊ່ວງວັນທີ 21-31 ທັນວາ) ຈາກ 2,4% ມາເປັນ 3%. ແນວໃດກໍຕາມ ເຖິງວ່າ ມີການແຈ້ງເຕືອນດ້ານຄວາມປອດໄພ ແຕ່ນັກທ່ອງທ່ຽວກໍຍັງຫຼັ່ງໄຫຼໄປທ່ອງທ່ຽວຈຸດໝາຍປາຍທາງຍອດນິຍົມຢ່າງຕໍ່ເນື່ອງ, ສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈຕໍ່ການຮັກສາຄວາມປອດໄພໃນເອີຣົບ.