ປະທານປະເທດ ໂອ້ລົມຂະແໜງການເງິນໃຫ້ປັບປຸງກົນໄກ ຄຸ້ມຄອງງົບປະມານແຫ່ງລັດເປັນທັນສະໄໝ

187

ກອງປະຊຸມສະຫຼຸບວຽກງານການເງິນ ປະຈຳ 2023 ແລະ ທິດທາງແຜນການປີ 2024 ພາຍໃຕ້ຄຳຂວັນເພື່ອບັນລຸເປົ້າໝາຍ ການສ້າງແຜນງົບປະມານແຫ່ງລັດ “ລາຍຮັບພາຍໃນກຸ້ມລາຍຈ່າຍພາຍໃນ, ມີສ່ວນສະສົມໄວ້ ແລະ ບຸກທະລຸການຄຸ້ມຄອງງົບປະມານແຫ່ງລັດເປັນທັນສະໄໝ” ໄດ້ອັດລົງດ້ວຍຜົນສຳເລັດໃນວັນທີ 19 ທັນວາ 2023 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າແຂວງ ແລະ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຂະແໜງການການເງິນທັງສູນກາງ,ທ້ອງຖິ່ນເຂົ້າຮ່ວມ.

No description available.
ກອງປະຊຸມໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນໜຶ່ງປີຜ່ານມາ, ເພື່ອຊອກໃຫ້ເຫັນດ້ານດີອັນພົ້ນເດັ່ນທີ່ຈະຕ້ອງເສີມຂະຫຍາຍ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ, ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ໃຫ້ມີໝາກຜົນດີກວ່າເກົ່າ, ທັງຮັບປະກັນຄວາມສອດຄ່ອງ ແລະ ກົມກຽວກັນແນໃສ່ບັນລຸເປົ້າ ໝາຍ ແລະ ຄາດໝາຍສູ້ຊົນທີ່ໄດ້ວາງໄວ້.

No description available.
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນໄດ້ຂຶ້ນລາຍງານຜົນກອງປະຊຸມວ່າ: ເຊິ່ງໄດ້ເນັ້ນກ່ຽວກັບບັນດາເອກະສານທີ່ໄດ້ນຳສະເໜີ, ເຜີຍແຜ່, ປຶກສາຫາລື ແລະ ປະກອບຄຳເຫັນໃນກອງປະຊຸມ 8 ສະບັບເປັນຕົ້ນແມ່ນ: ບົດສະຫຼຸບການຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດກາງສະໄໝ (2021-2025) ແລະ ປະຈຳປີ 2023, ທິດທາງແຜນກາງທ້າຍສະໄໝຮອດປີ 2025 ແລະ ທິດທາງປະຈໍາປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ; ການສະຫຼຸບຕີລາຄາວຽກງານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ວຽກງານກວດສອບ ລວມທັງວຽກງານວິຊາສະເພາະທີ່ຕິດພັນກັບການຄຸ້ມຄອງງົບປະມານແຫ່ງລັດເປັນທັນສະໄໝ ແລະ ການກຳນົດຫຼັກການສ້າງຄວາມເຂັ້ມແຂງໃນຂະແໜງການເງິນຕາມທິດ 3 ສ້າງ ເພື່ອເປັນພື້ນຖານປັບປຸງນິຕິກຳຕິດພັນກັບການສ້າງຄວາມເຂັ້ມແຂງທາງດ້ານງົບປະມານໃຫ້ທ້ອງຖິ່ນ ແລະ ໄດ້ແລກປ່ຽນຄຳຄິດເຫັນໃນວຽກງານການເງິນທີ່ກ່ຽວຂ້ອງອື່ນໆ.

No description available.
ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2023 ເຫັນວ່າມີຜົນສໍາເລັດໃນລະດັບດີສາມາດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດບັດມາຮອດປັດຈຸບັນດັ່ງນີ້: ສາມາດປະຕິບັດລາຍຮັບທັງໝົດໄດ້ເກີນແຜນແລ້ວ ປະມານ 5% ເທົ່າກັບ 17% ຂອງ GDP ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 32%. ໃນນັ້ນ, ລາຍຮັບພາຍໃນສາມາດປະຕິບັດໄດ້ເກີນແຜນແລ້ວ 12% ເປັນເງິນປະມານ 4.000 ຕື້ກີບ. ຄາດຄະເນໝົດປີຈະສູ້ຊົນເກັບລາຍຮັບໃຫ້ໄດ້ເກີນແຜນເພີ່ມເຕີມຈຳນວນໜຶ່ງ.
ດ້ານລາຍຈ່າຍປະຕິບັດໄດ້ 72% ຂອງແຜນການປີ, ໂດຍໄດ້ສຸມໃສ່ການເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍ ເປັນບູລິມະສິດ ແລະ ສໍາເລັດຕາມກຳນົດເວລາ, ສາມາດຮັບປະກັນລາຍຈ່າຍບໍລິຫານຂອງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນໃຫ້ເຄື່ອນໄຫວເປັນປົກກະຕິ, ພ້ອມທັງສຸມໃສ່ຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດຕາມຂໍ້ຜູກພັນສັນຍາ. ຄາດຄະເນໝົດປີຈະສູ້ຊົນຄຸ້ມຄອງລາຍຈ່າຍຢ່າງຮັດກຸມໂດຍບໍ່ເກີນຂອບເພດານແຜນທີ່ສະພາແຫ່ງຊາດຮັບຮອງ ບົນຈິດໃຈປະຢັດ ແລະ ຕ້ານການຟຸມເຟືອຍ.
ສຳລັບແຜນງົບປະມານປະຈຳປີ 2024 ຍັງເປັນປີທີ່ສືບຕໍ່ຈັດຕັ້ງປະຕິບັດເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.

No description available.

ສະນັ້ນ, ທິດທາງແຜນການຈຸດສຸມຈະສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການທີ່ໄດ້ກໍານົດໄວ້ໃນມະຕິຂອງສະພາແຫ່ງຊາດ ສະບັບເລກທີ 118/ສພຊ, ລົງວັນທີ 21 ພະຈິກ 2023. ສູ້ຊົນປະຕິບັດລາຍຮັບທັງໝົດ ໃຫ້ໄດ້ເພີ່ມຂຶ້ນ ຢ່າງນ້ອຍ 30% ທຽບໃສ່ປີ 2023, ເທົ່າກັບ 17% ຂອງ GDP. ໃນນັ້ນ, ລາຍຮັບພາຍໃນເພີ່ມຂຶ້ນ 29,2% ຂອງປີຜ່ານມາ. ສໍາລັບດ້ານລາຍຈ່າຍທັງໝົດ ບໍ່ໃຫ້ເກີນ 20% ຂອງ GDP ເຮັດໃຫ້ການການຂາດດຸນງົບ-ປະມານຢູ່ໃນລະດັບ 3% ຂອງ GDP.

No description available.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງສປປ ລາວ ໄດ້ໃຫ້ກຽດໂອ້ລົມເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມຊົມຕໍ່ຄວາມເອົາໃຈໃນການຈັດຕັ້ງປະຕິບັດວຽກງານກເງິນໃນໄລຍະຜ່ານມາ ແລະ ເນັ້ນໃຫ້ກະຊວງການເງິນສືບຕໍ່ເອົາໃຈໃສ່ຫຼາຍວຽກງານສຳຄັນເປັນຕົ້ນ: ສືບຕໍ່ສຸມໃສ່ປັບປຸງກົນໄກການຫັນເປັນທັນສະໄໝ ແລະ ການບັງຄັບໃຊ້ກົດໝາຍ, ເພື່ອການສະກັດກັ້ນການຮົ່ວໄຫຼຂອງງົບປະມານເພີ່ມລາຍຮັບໃຫ້ສູງຂຶ້ນສົມຄູ່ກັບການເຕີບໂຕຂອງເສດຖະກິດຄຸ້ມຄອງ ແລະ ປະຕິບັດລາຍຈ່າຍຢ່າງມີຈຸດສຸມ ມີປະສິດທິຜົນສູງ ແລະ ປະຢັດມັດທະຍັດໃຫ້ມີສ່ວນເຫຼືອແຮໄວ້, ເພື່ອແກ້ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການໃນການຄຸ້ມຄອງເສດຖະກິດມະຫາພາກດ້ານການເງິນເງິນຕາ ເພື່ອສ້າງຄວາມໝັ້ນທ່ຽງ ຮັບປະກັນສະຖຽນລະພາບໃຫ້ເສດຖະກິດແຫ່ງຊາດ, ສິ່ງສຳຄັນໃນສະເພາະໜ້າແມ່ນການແກ້ໄຂອັດຕາເງິນເຟີ້ ເຮັດໃຫ້ອັດຕາແລກປ່ຽນ ມີຄວາມໝັ້ນທ່ຽງ.

No description available.
ຄຽງຄູ່ກັນນັ້ນ, ຕ້ອງສ້າງຖານການຜະລິດໃໝ່ຂະຫຍາຍການຜະລິດ, ເພື່ອທົດແທນການນໍາເຂົ້າ ແລະ ເພີ່ມການສົ່ງອອກໃຫ້ຫຼາຍຂຶ້ນ; ສ້າງກົນໄກ ແລະ ຮູບແບບສົ່ງເສີມການເຂົ້າເຖິງແຫຼ່ງທຶນໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃຫ້ຫຼາຍຂຶ້ນ ທັງນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າມາຊ່ວຍໃນການຄຸ້ມຄອງການດໍາເນີນງານເພື່ອຫຼຸດຕົ້ນທຶນ ແລະ ສ້າງຄວາມສະດວກໃຫ້ວິສາຫະກິດ ແລະ ຜູ້ປະກອບການ, ສາມາດເຂົ້າເຖິງແຫຼ່ງທຶນ ແລະ ຂໍ້ມູນໄດ້ໄວຂຶ້ນກວ່າເກົ່າ, ພ້ອມທັງໄດ້ເນັ້ນໃຫ້ “ຂະແໜງການເງິນຕ້ອງເຮັດວຽກງານສ້າງ ແລະປະຕິບັດງົບປະມານໃຫ້ດີປະຕິບັດການກວດກາ ຂຶ້ນບັນຊີ ກຳແໜ້ນໝົດທຸກແຫຼ່ງຊັບສົມບັດຂອງລັດຄົ້ນຄ້ວາ ແລະ ປະກາດໃຊ້ນະໂຍບາຍລາຍຮັບ-ລາຍຈ່າຍການເງິນຢ່າງທັນການ”.