ງາມໆທັງນັ້ນແມ່ຍິງລາວ ເປີດຕົວ 36 ໝາຍເລກ ນາງສາວທ່ອງທ່ຽວລາວ 2024

47

ງາມໆກັນທັງນັ້ນ ນາງສາວທ່ອງທ່ຽວລາວ 2024 ຫຼັງຈາກທີ່ທາງກອງປະກວດໄດ້ປະກາດຮັບສະໝັກສາວງາມ ຕັ້ງແຕ່ 14 ຕຸລາຜ່ານມາ ແລະ ມາຮອດໃນວັນທີ 19 ທັນວາ2023 ບໍລິສັດ Dmodeling Star Academy ໄດ້ຈັດງານ ເປີດຕົວ ນາງສາວທ່ອງທ່ຽວລາວທັງ 36 ຄົນ ທີ່ສູນການຄ້າ ວຽງຈັນເຊັນເຕີ. ພ້ອມດຽວກັນນີ້ກໍຍັງໄດ້ມີການເປີດຕົວມົງກຸດ ແລະ ລົດໃຫຍ່ຂອງລາງວັນ ສໍາລັບນາງສາວທີ່ພຽບພ້ອມ ແລະ ມີບໍລິບົດເໝາະສົມກັບເວທີນາງສາວທ່ອງທ່ຽວລາວ ຈະໄດ້ຮັບມົງກຸດອັນຊົງຄຸນຄ່າ ແລະ ລາງວັນຕ່າງໆອີກຢ່າງຫຼາກຫຼາຍກັນເລີຍ.

อาจเป็นรูปภาพของ 14 คน และ ข้อความ

ງານດັ່ງກ່າວນີ້ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັດທະນົງ ລາສີ ຮອງຫົວໜ້າກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີ ທ່ານ ແສງສຸວັນ ສິນພາລີວົງ ຕາງໜ້າ ກຸ່ມບໍລິສັດດອກງິ້ວຄຳ, ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ພ້ອມມີບັນດາແຂກຮັບເຊີນບໍ່ວ່າຈະເປັນດາລານັກສະແດງ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ.

อาจเป็นรูปภาพของ 5 คน และ ข้อความ

ການປະກວດນາງສາວທ່ອງທ່ຽວລາວໃນປີນີ້ ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້ “ ເປີດປະຕູສູ່ເມືອງລາວ ” ຖ້າຕິດຕາມ ແລະ ລຸ້ນໄປພ້ອມກັນສໍາລັບແຟນໆນາງງາມຂອງພວກເຮົາວ່າທາງກອງປະກວດຈະມີຫຍັງທີ່ແປກໃໝ່ ທີ່ຈະມາສ້າງຄວາມປະທັບໃຈ ແລະ ຄວາມຕື່ນເຕັ້ນໃຫ້ແກ່ທັງຜູ້ເຂົ້າປະກວດ ແລະ ກອງເຊຍນັ້ນເອງ.

อาจเป็นรูปภาพของ 7 คน และ ข้อความ

ສໍາລັບງານຄັ້ງນີ້ເປັນການເປີດຕົວຜູ້ຜ່ານຄັດເລືອກໃນເກນ ນາງສາວທ່ອງທ່ຽວລາວ ເພື່ອກະກຽມການເກັບຕົວ ສ່ວນການເກັບຕົວຈະເດີນທາງໄປເກັບຕົວທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ເປັນການເຮັດກິດຈະກຳເກັບຄະແນນເຂົ້າສູ່ຮອບຊີງຊະນະເລີດຄອງມົງກຸດ ເປັນຕົວແທນນາງສາວທ່ອງທ່ຽວລາວ 2024 ຢ່າງເປັນທາງການ.

อาจเป็นรูปภาพของ 8 คน และ ข้อความ

ການປະກວດເອົານາງສາວທ່ອງທ່ຽວລາວ 2024 ເພື່ອມາສົ່ງເສີມການທ່ອງທ່ຽວແລ້ວ ຍັງເປັນການສົ່ງເສີມເອກະລັກການນຸ່ງຖື ແລະ ປະເພນີຂອງແຕ່ລະແຂວງ ແລະ ປີນີ້ແມ່ນພິເສດສຸດໆ ສຳລັບລາງວັນຜູ້ທີ່ໄດ້ຮັບຕຳແໜ່ງຊະນະເລີດຈະໄດ້ລົດໃຫຍ່ 1 ຄັນ ມູນຄ່າ 420 ລ້ານກີບ, ເງິນລາງວັນ 150 ລ້ານກີບ ພ້ອມມົງກຸດເພັດ ມູນຄ່າ 100 ລ້ານກີບ ຈາກຮ້ານຄຳ ຮຸ່ງອາລຸນ ແຂວງບໍ່ແກ້ວ ແລະ ສາຍສະພາຍຈາກຮ້ານ ອຳມະລິນໄໝລາວ. ສ່ວນຮອງອັນດັບ 1 ເງິນລາງວັນ 100 ລ້ານກີບ; ຮອງອັນດັບ 2 ເງິນລາງວັນ 50 ລ້ານກີບ, ຮອງອັນດັບ 3 ຮອງອັນດັບ 4 ເງິນລາງວັນ 25 ລ້ານກີບ ພ້ອມມົງກຸດ ແລະ ສາຍສະພາຍ. ສ່ວນຜູ້ທີ່ຜ່ານເຂົ້າຮອບ 36 ຄົນ ບໍ່ໄດ້ຕຳແໜ່ງແມ່ນຈະໄດ້ຮັບລາງວັນ 10 ລ້ານກີບ.

อาจเป็นรูปภาพของ 1 คน และ ข้อความ

ແຟນໆນາງງາມທ່ານໃດທີ່ຢາກເຂົ້າໄປສ່ອງນ້ອງໆສາວງາມທັງ 36 ຄົນ ທ່ານສາມາດ ຕິດຕາມກິດຈະກຳໄດ້ທີ່: Facebook page: Miss Tourism Laosນາງສາວທ່ອງທ່ຽວລາວໄດ້ເລີຍ.