ສະຫາຍ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄົນໃໝ່

284

ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງ ສະຫາຍ ຄໍາມອນ ຈັນທະຈິດ ເປັນຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ທັງເປັນຮອງປະທານ, ຜູ້ປະຈຳການສະພາທິດສະດີສູນກາງພັກ.

May be an image of text
ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 18 ທັນວານີ້ ທີ່ຄະນະໂຄສະນາອົບຮົມສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະພັກ ຄອສພ, ພາກສ່ວນກ່ຽວຂ້ອງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

May be an image of 2 people, dais and text
ໃນພິທີດັ່ງກ່າວ ຜູ້ຕາງຫນ້າຄະນະຈັດຕັ້ງສູນກາງພັກໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 504/ຄລສພມ, ລົງວັນທີ 13/12/2023 ວ່າດ້ວຍການແຕ່ງຕັ້ງຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ໂດຍ ຄະນະເລຂາທິການສູນກາງພັກໄດ້ຕົກລົງແຕ່ງຕັ້ງ ສະຫາຍ ຄໍາມອນ ຈັນທະຈິດ ເປັນຮອງຫົວໜ້າຄະນະ, ຮອງປະທານສະພາທິດສະດີສູນກາງພັກ ແລະ ເປັນຜູ້ປະຈໍາການ ເພື່ອເຮັດວຽກໂຄງການການເມືອງຂອງພັກ ແລະ ແກ້ໄຂວຽກປະຈໍາວັນຂອງຫ້ອງການສະພາທິດສະດີສູນກາງພັກ.

May be an image of 3 people, dais and text
ໃນພິທີ, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ໂອ້ລົມວ່າ: ການປະກາດແຕ່ງຕັ້ງ ຮອງຄະນະໂຄສະນາອົບຮົມສູນກາງພັກຄັ້ງນີ້ ເພື່ອປັບປຸງການຈັດຕັ້ງ ເຮັດໃຫ້ວຽກງານຂອງຄະນະໂຄສະນາອົບຮົມສູນກາງພັກ ໄປສູ່ຄຸນນະພາບໃໝ່, ຫວັງຢ່າງຍິ່ງວ່າ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈະສືບຕໍ່ບຸກບືນນຳໃຊ້ຄວາມຮູ້, ຄວາມສາມາດຂອງຕົນທີ່ມີ ເຂົ້າໃນວຽກງານ ຂອງຄະນະໂຄສະນາອົບຮົມສູນກາງພັກ ເວົ້າລວມ, ເວົ້າສະເພາະ ວຽກງານຂອງຫ້ອງການສະພາທິດສະດີສູນກາງພັກ ໃຫ້ນັບມື້ມີການຫັນປ່ຽນໃໝ່ທີ່ເຂັ້ມແຂງຂຶ້ນກວ່າເກົ່າ ແລະ ຮຽກຮ້ອງມາຍັງບັນດາທ່ານ ຈົ່ງໃຫ້ການຮ່ວມມື ປະກອບສ່ວນດ້ານຂໍ້ມູນ ຜູ້ທີ່ໄດ້ຮັບຫນ້າທີ່ໃຫມ່ ເພື່ອພ້ອມກັນສູ້ຊົນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ກ້າວຂຶ້ນສູ່ຜົນສໍາເລັດເປັນກ້າວໆ.
ຂ່າວ: ປະຊາຊົນ