ງາມສົມມົງ! ດາວພະຫັດ ແກ້ວສໍາພັນ ນາງສາວລາວ 2023

692

ງົດງາມສົມມົງ ພ້ອມກິລິຍາມາລະຍາດ ເໝາະສົມກັບຕໍາແໜ່ງຂໍສະແດງຄວາມຍິນດີກັບ ML03 ດາວພະຫັດ ແກ້ວສຳພັນ ຕົວແທນຈາກແຂວງ ຫຼວງນໍ້າທາ ກັບ ຕຳແໜ່ງ ນາງສາວລາວ ປະຈຳປີ 2023 ເຊິ່ງເປັນສາວງາມຄົນທຳອິດ ຈາກແຂວງຫຼວງນໍ້າທາ ທີ່ໄດ້ຮັບຕຳແໜ່ງນາງສາວລາວພ້ອມນີ້ສາວງາມຄົນນີ້ຍັງກວດລາງວັນໄປອີກເຖິງ 2ລາງວັນດ້ວຍກັນ ນັ້ນກໍຄືລາງວັນນາງສາວຂວັນໃຈຊ່າງພາບ ແລະ ລາງວັນນາງສາວບຸກຄະລິກກະພາບດີໄປຄອງຢ່າງສົມກຽດ.

ສໍາລັບສາວງາມຄົນນີ້ ດາວພະຫັດ ແກ້ວສຳພັນ ປັດຈຸບັນເປັນຫົວໜ້າຈຸລົດໄຟ EMU ຂະບວນ “ ລ້ານຊ້າງ ” ເຊິ່ງທາງເພຈຂອງລົດໄຟກໍໄດ້ມີການຊື່ນຊົມຜົນງານຂອງນ້ອງດ້ວຍ ໂດຍບອກວ່ານ້ອງເປັນຄົນເກັ່ງຫຼາຍໆ, ຂໍໃຫ້ນ້ອງສືບຕໍ່ພັດທະນາຕົນເອງໄປເລື້ອຍໆ, ໃສ່ໃຈໃຫ້ບໍລິການດີທີ່ສຸດໃຫ້ກັບຜູ້ໂດຍສານທຸກຄົນ ແລະ ເປັນແບບຢ່າງໃຫ້ແກ່ພະນັກງານຈຸລົດໄຟເດີ! ຂໍສະແດງຄວາມຊົມເຊີຍ.

ພ້ອມດຽວກັນນີ້, ຫຼັງຈາກທີ່ນ້ອງໄດ້ຮັບມົງກຸດອັນຊົງກຽດມາໃໝ່ໆໝາດໆເລີຍ ນ້ອງກໍໄດ້ມີການໂພສຜ່ານເຟສບຸ໊ກສ່ວນຕົວວ່າ: “ ກ່ອນອື່ນໝົດນ້ອງເອງໃນນາມ ນາງສາວລາວ ປະຈຳປີ 2023 ຂໍສະແດງຄວາມຂອບໃຈມາຍັງກອງປະກວດ MISS LAOS ນາງສາວລາວ ທີ່ໃຫ້ໂອກາດດາວເຂົ້າມາເປັນສ່ວນໜຶ່ງເພື່ອໃຊ້ນາມສະກຸນ ນາງສາວລາວ ພ້ອມທັງກ່າວສະແດງ ຄວາມຂອບໃຈພາກສ່ວນຕ່າງໆນໍາອີກ ແລະ ນ້ອງຍັງກ່າວສະແດງຄວາມຂອບໃຈກຳລັງໃຈທີ່ດີຈາກຄອບຄົວ, ໝູ່ເພື່ອນ, ກອງເຊຍ ແລະ ຄົນອ້ອມຂ້າງທີ່ຫວັງດີກັບດາວພ້ອມຍັງໃຫ້ຄຳປຶກສາແນະນຳທຸກຢ່າງ ກ່ອນດາວຊິມາຮອດມື້ນີ້ກໍຍ້ອນກຳລັງໃຈຈາກທຸກຄົນທີ່ຢູ່ທາງຫຼັງ ຂອບໃຈຈາກໃຈຈິງ ສຸດທ້າຍນີ້ຂໍອວຍພອນໃຫ້ທຸກຄົນຈົ່ງມີສຸຂະພາບແຂງແຮງ, ປາດຖະໜາສິ່ງໃດໄດ້ສິ່ງນັ້ນ ຊີວິດຈະເລີນຮຸ່ງເຮື່ອງ ”.

อาจเป็นรูปภาพของ 3 คน และ รถไฟ

ພາມາຮູ້ຈັກນ້ອງໃຫ້ຫຼາຍຂຶ້ນ ສໍາລັບ ດາວພະຫັດ ແກ້ວສຳພັນ ອາຍຸ 25 ປີ ປັດຈຸບັນເຮັດວຽກຢູ່ ບໍລິສັດລົດໄຟລາວ – ຈີນ ນ້ອງເປັນສາວງາມທີ່ມີຈິດໃຈດີ, ມັກຊ່ວຍເຫຼືອຄົນອື່ນ, ມີຄວາມຈິງໃຈ ແລະ ຮອຍຍິ້ມມີສະເໜ່ສຸດໆ. ສໍາລັບເວທີນາງສາວລາວເປັນ ຄວາມຝັນຂອງນ້ອງແຕ່ຍັງນ້ອຍ ແລະ ນ້ອງກໍມັກຮັກໃນການປະກວດນາງງາມ ເຊິ່ງກ່ອນໜ້ານີ້ ດາວພະຫັດ ເຄີຍມາປະກວດນາງສາວລາວແລ້ວ ໃນປີ 2020 ແລະ ການກັບມາຄັ້ງນີ້ກໍເປັນການແກ້ມື ແລະ ຖືວ່າສາມາດເຮັດໄດ້ຕາມຄວາມຄາດຫວັງ ກໍຄື ຄວ້າມົງກຸດນາງສາວລາວ 2023 ມາຄອງໄດ້ສໍາເລັດ.

ທ້າຍນີ້ຂ່າວບັນເທີງຝາກແຟນຂ່າວທຸກຄົນຕິດຕາມຜົນງານຂອງນ້ອງແນ່ເດີ ສາມາດຕິດຕາມ ດາວພະຫັດ ໄດ້ທີ່ ເຟສບຸ໊ກ: Daophahat Kspນັ້ນເອງ.