ເປັນກຳລັງໃຈໃຫ້ສາວງາມສູ້ຊີວິດ ຕາມຫາຝັນ ML02 ເມ ແສງຕາວັນ

45

ໃນເວທີນາງສາວລາວ ສາວງາມທຸກຄົນລ້ວນແຕ່ມາດ້ວຍ ຄວາມຕັ້ງໃຈ ແລະ ມາຕາມຫາຄວາມຝັນກັນທັງນັ້ນ ແນ່ນອນແຕ່ລະຄົນມາຈາກພື້ນຖານທີ່ບໍ່ຄືກັນ ເຊິ່ງນ້ອງຄົນນີ້ແມ່ນເປັນໜຶ່ງຄົນທີ່ມາຕາມຫາຝັນໃນເວທີນາງສາວລາວ 2023

อาจเป็นรูปภาพของ 1 คน และ กำลังยิ้ม

ທີ່ສໍາຄັນເປັນສາວງາມຍອດນັກສູ້ ເພາະຫາເງິນສົ່ງຕົນເອງຮຽນແຕ່ ມ 5 ຈົນຈົບປະລິນຍາຕີກັນເລີຍ ບຸກບືນສູ້ຊົນ ແລະ ຕັ້ງໃຈສຸດໆສໍາລັບສາວຄົນນີ້ ເມ ແສງຕາວັນ ອິນທະກຸມມານ ມາຈາກນະຄອນຫຼວງ ວຽງຈັນ ໝາຍເລກ ML 02 ນັ້ນເອງ.

อาจเป็นรูปภาพของ 2 คน

ທີ່ນ້ອງໄດ້ເຂົ້າຮ່ວມປະກວດເວທີແຫ່ງກຽດຕິຍົດ ແລະ ຄວາມພາກພູມໃຈຂອງແມ່ຍິງລາວໃນປີນີ້ ເພາະນ້ອງຢາກມີໂອກາດເປັນກະບອກສຽງຕົວແທນແມ່ຍິງລາວໃນການເຜີຍແຜ່ປະເພນີ ວັດທະນະທຳ ແລະ ບົດບາດຂອງແມ່ຍິງລາວຍຸກນີ້ວ່າມີຄວາມສາມາດ ແລະ ຄວາມເກັ່ງຫຼາຍສໍ່າໃດ ນ້ອງເອງຫາກໍຈົບການສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ພາກເສດຖະສາດພັດທະນາ ແລະ ວາງແຜນ ສາມາດສື່ສານໄດ້ 2 ພາສາລາວ ແລະ ອັງກິດ.

อาจเป็นรูปภาพของ 1 คน และ กำลังยิ้ม

ຄວາມສາມາດພິເສດຂອງສາວຄົນນີ້ ໂດຍນ້ອງໃຫ້ສໍາພາດວ່າ: ຄືສາມາດຂາຍທຸກຢ່າງເປັນເງິນໄດ້ 5555 ( ຢອກໆ ) ແຕ່ສາມາດເຮັດໄດ້ແທ້ ເພາະສ່ວນຕົວນ້ອງເອງເປັນແມ່ຄ້າອອນລາຍເຄີຍຜ່ານການເຮັດວຽກພາສທາມ ຮັບສົ່ງເຄື່ອງ ຂາຍທຸກຢ່າງທີ່ໄດ້ເງິນຫາເງິນຕັ້ງແຕ່ຕອນອາຍຸ 16 ປີ

อาจเป็นรูปภาพของ 1 คน และ ข้อความ

ເລີ່ມຈາກເງິນຕົວເອງທຸກຢ່າງສູ້ມາໂດຍຕະຫຼອດເພາະພື້ນຖານຄອບຄົວບໍ່ໄດ້ດີປານໃດ ແລະ ນ້ອງເອງກໍບໍ່ໄດ້ຢູ່ນຳພໍ່ແມ່ ຢູ່ນຳພີ່ນ້ອງຈຶ່ງໄດ້ບືນຕົວເອງສົ່ງຕົວເອງຮຽນແຕ່ ມ 5 ຈົນຈົບປະລິນຍາຕີ ຮູ້ສຶກພູມໃຈໃນຕົວເອງທີ່ສຸດ ເຖິງມັນຈະອາດເປັນສິ່ງເລັກໜ້ອຍສຳລັບຄົນອື່ນກໍຕາມ.

อาจเป็นรูปภาพของ 1 คน, ผ้าพันคอ และ ข้อความ

ໃນທັດສະນະຄະຕິ ນາງສາວລາວຍຸກໃໝ່ໃນແບບຂອງນ້ອງແມ່ນຕ້ອງເກັ່ງ, ເຂັ້ມແຂງ, ອ່ອນໂຍນແຕ່ບໍ່ອ່ອນແອ ແລະ ສາມາດທີ່ຈະເຮັກວຽກໄດ້ ບໍລິຫານອົງກອນໃດໜຶ່ງໄດ້ ໂດຍບໍ່ມີຄຳວ່າເພດມາກີດກັ້ນ ຄວາມສາມາດ ແລະ ນ້ອງເຊື່ອວ່າສາວລາວຍຸກນີ້ມີຄວາມເກັ່ງ ແລະ ເປີດກວ້າງຫຼາຍ ເຊື່ອວ່າແມ່ຍິງລາວເກັ່ງບໍ່ດ້ອຍຊາດໃດໃນໂລກແນ່ນອນ. ຖ້ານ້ອງໄດ້ເປັນນາງສາວລາວ ນ້ອງຈະເຮັດໂຄງການເພື່ອສົ່ງເສີມການສຶກສາໃຫ້ແມ່ຍິງ ແລະ ເດັກນ້ອຍທີ່ດ້ອຍໂອກາດຫ່າງໄກສອກຫຼີກໃຫ້ເຂົາໄດ້ເຂົ້າເຖິງການສຶກສາທີ່ດີ ເພາະນ້ອງເຊື່ອວ່າເດັກນ້ອຍໃນມື້ນີ້ຄືຜູ້ໃຫຍ່ໃນມື້ໜ້າຄືໜໍ່ແໜງຂອງຊາດ ຖ້າເຮົາສົ່ງເສີມດ້ານການສຶກສານີ້ໄດ້ ພວກເຮົາກໍຈະໄດ້ກຳລັງແຮງອັນຍິ່ງໃຫຍ່ນີ້ມາພັດທະນາປະເທດຊາດໃຫ້ມີຄວາມຈະເລີນໃນອະນາຄົດ.

อาจเป็นรูปภาพของ 1 คน และ ข้อความ

ຕອນນີ້ທຸກຄົນອາດຈະຄຸ້ນຫູຄຸ້ນຕາເມໃນນາມ ດາວ TIKTOK ເຊື່ອບໍ່ວ່າຕອນມາ Audition Miss Laos 2023 ຄົນຮູ້ຈັກນ້ອງເກືອບໝົດ ຫຼາຍຄົນກໍບອກຮູ້ຈັກມາຈາກຕິກຕັອກ ເພາະສ່ວນຫຼາຍແມ່ນຈະລົງວີດີໂອກ່ຽວກັບການໃຫ້ກຳລັງໃຈ ພະລັງບວກ ການສູ້ຊີວິດ ໃຫ້ຂໍ້ຄິດຄົນ ແລະ ປະທັບໃຈທຸກຄັ້ງທີ່ມີຄົນມາເວົ້ານຳເຮົາທັງໆທີ່ບໍ່ຮູ້ຈັກກັນວ່າ ເບິ່ງຄລິບທີ່ເຮົາໂພສລົງແລ້ວຮູ້ສຶກມີກຳລັງໃຈໃນການໃຊ້ຊີວິດ ແລະ ມີແຮງໃນການໃຊ້ຊີວິດຫຼາຍຂຶ້ນຮູ້ສຶກດີທີ່ຕົວເອງສາມາດສ້າງກຳລັງໃຈໃຫ້ຄົນຫຼາຍຄົນໄດ້.

อาจเป็นรูปภาพของ 2 คน, เจดีย์ชเวดากอง และ ข้อความ

ສຸດທ້າຍແລ້ວ ຝາກທຸກຄົນເຊຍ ແລະ ເປັນກຳລັງໃຈໃຫ້ເມແດ່ເດີ ເມເອງກໍຈະພະຍາຍາມຕັ້ງໃຈເຮັດທຸກຢ່າງໃຫ້ອອກມາດີທີ່ສຸດໃຫ້ສົມກັບ ຄວາມຕັ້ງໃຈຕົວເອງທີ່ຕັ້ງໃຈມາປະກວດໃນເວທີນາງສາວລາວ ເວທີແຫ່ງກຽດຕິຍົດ ແລະ ຄວາມພູມໃຈຂອງແມ່ຍິງລາວ ຂໍຂອບໃຈ.