ໃກ້ຮອດມື້ Final ແລ້ວ ອໍຣ່າຍິ່ງມາເຕັມ ML13 ກັນນິກາ ສີວັງລາດ

47

ເວທີແຫ່ງກຽດຕິຍົດ ແລະ ຄວາມພາກພູມໃຈເປັນທີ່ໜ້າຕິດຕາມຂອງແຟນໆທີ່ສຸດໃນປີນີ້ ສໍາລັບການປະກວດນາງສາວລາວ Miss Laos 2023 ເຊິ່ງຜ່ານການເປີດຕົວ 30ນ້ອງ ທີ່ຜ່ານເຂົ້າຮອບ ແລະ 15 ທັນວານີ້ ຮອບຕັດສິນກັນແລ້ວ ສໍາລັບເວທີນາງສາວລາວ ເຊິ່ງປີນີ້ບໍລິບົດຂອງເວທີກໍມີຄວາມແປກໃໝ່ ແລະ ໜ້າຕິດຕາມສຸດໆ.

อาจเป็นรูปภาพของ 1 คน และ ข้อความ

ສະນັ້ນ, ຂ່າວບັນເທີງຈະພາທຸກຄົນມາທໍາ ຄວາມຮູ້ຈັກ ຍິ່ງໃກ້ວັນຕັດສິນອໍຣ່າຍິ່ງມາເຕັມສໍາລັບຄົນນີ້ ນ້ອງ ກັນນິກາ ສີວັງລາດ ( ຈີຈີ້ ) ML13 ຕົວແທນຈາກແຂວງ ຫຼວງນ້ຳທາ ຕອນນີ້ສຶກສາຢູ່ສະຖາບັນເຕັກໂນໂລຊີສຸດສະກະ ສາຂາການເງິນ – ການທະນາຄານ ປີ 3 ນັ້ນເອງ.

อาจเป็นรูปภาพของ 1 คน และ ข้อความ

ຂ່າວບັນເທີງໄດ້ມີໂອກາດສໍາພາດເຈາະເລິກສາວງາມຄົນນີ້ ວ່າຍ້ອນຫຍັງຈຶ່ງເຂົ້າປະກວດໃນເວທີນີ້ ເຊິ່ງນ້ອງກໍໄດ້ບອກວ່າ: “ ເປັນຄວາມຝັນ ຄວາມມັກຮັກໃນດ້ານນີ້ຕັ້ງແຕ່ນ້ອຍໆ ແລະ ຢາກເປັນກະບອກສຽງທີ່ແຮງຂຶ້ນໃນຫຼາຍໆດ້ານ ເພື່ອພັດທະນາຕົວເອງແລະ ເຮັດປະໂຫຍດໃຫ້ແກ່ສັງຄົມ.

อาจเป็นรูปภาพของ 1 คน

ທີ່ສໍາຄັນເລີຍສາວຄົນນີ້ມີຄວາມສາມາດພິເສດໃນການ ຮ້ອງເພງ, ຟ້ອນ ແລະ ສາມາດສື່ສານໄດ້ພາສາລາວ,ພາສາອັງກິດອີກດ້ວຍ ໃນທັດສະນະຄະຕິຂອງຈີຈີ້ ບອກວ່າ ນາງສາວລາວຍຸກໃໝ່ຄວນເປັນຄົນທີ່ມີຄວາມອົດທົນ,ເຊື່ອໝັ້ນໃນຕົວເອງ, ເຂັ້ມແຂງແຕ່ບໍ່ແຂງກະດ້າງ, ອ່ອນຫວານແຕ່ບໍ່ອ່ອນແອ.

อาจเป็นรูปภาพของ 1 คน

ທີມຂ່າວໄດ້ສໍາພາດຕື່ມວ່າໄລຍະຊີວິດວິກິດສຸດໆຂອງນ້ອງແມ່ນຫຍັງ ຮັບມື ແລະ ຜ່ານມາໄດ້ແນວໃດ? ສຳລັບນ້ອງຄິດວ່າແມ່ນໄລຍະທີ່ຕັດສິນໃຈກ້າວເຂົ້າມາຢູ່ເມືອງໃຫຍ່ເພື່ອມາສຶກສາຮ່ຳຮຽນ ເພາະເຮັດໃຫ້ຊີວິດມີການປ່ຽນແປງຫຼາຍຢ່າງ ຫ່າງໄກຈາກຄອບຄົວພໍ່ແມ່ ການຮັບມືຂອງນ້ອງຄືເຂັ້ມແຂງ, ອົດທົນ, ເຊື່ອໝັ້ນໃນຕົວເອງ.

อาจเป็นรูปภาพของ 1 คน, ยูสโทมา และ ข้อความ

ຖ້ານ້ອງໄດ້ເປັນນາງສາວລາວ ສິ່ງທີ່ນ້ອງຢາກຈະເຮັດໃຫ້ກັບສັງຄົມກໍຄື ເປັນແບບຢ່າງ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ສັງຄົມຫຼາຍຂຶ້ນ ກ່ຽວກັບການເຫັນຄຸນຄ່າຂອງສັດຫຼາຍຍິ່ງຂຶ້ນ ໂດຍສະເພາະແມ່ນແມວ…

อาจเป็นรูปภาพของ 1 คน และ ข้อความ

ເພາະໂຄງການທີ່ຈີ້ເຮັດຕອນນີ້ ກໍຄືການຊ່ວຍເຫຼືອແມວຈອນຈັດ ແລະ ເກັບກູ້ຊາກສົບແມວຕາມທ້ອງຖະໜົມ ເຊິ່ງມັນເປັນເລື່ອງທີ່ໜ້າສະເທືອນໃຈຫຼາຍທີ່ເຫັນແມວໂຕເປັນໆຕ້ອງຕາຍຕາມຖະໜົນ ແລ້ວມີລົດມາຢຽບຊໍ້າຈົນຊາກຂອງມັນແປຕິດດິນ ຖ້າທ່ານບໍ່ນຳມັນອອກຈາກຫົນທາງ ທ່ານກໍຄວນລ້ຽງ ເພື່ອບໍ່ຢຽບມັນ ເພາະເຖິງມັນຈະໂຕນ້ອຍໆ ແຕ່ຢ່າລືມວ່າມັນກໍເຄີຍມີຊີວິດຄືກັນກັບຄົນ…

อาจเป็นรูปภาพของ 1 คน และ ข้อความ

ນອກຈາກນີ້, ຖ້າຫາກນ້ອງບໍ່ໄດ້ເປັນນາງສາວລາວ2023 ນ້ອງກະຍັງຊິຄົງເຮັດໜ້າທີ່ເພື່ອສັງຄົມຢູ່ຄືເກົ່າ ນ້ອງຈະໃຊ້ຊື່ສຽງທີ່ນ້ອງມີ ແລະ ນາມສະກຸນ Top30 Miss Laos ໃຫ້ເກີດປະໂຫຍດໃຫ້ຫຼາຍທີ່ສຸດ ສໍາລັບຜົນງານທີ່ຜ່ານມາໃນວົງການບັນເທີງແມ່ນມີຜົນງານການປະກວດ Top20 Miss universe 2022, ນາງເອກ MV, ເພງໂສພາ, ເພງກ່ອນຟ້າປ່ຽນສີນັ້ນເອງ.

อาจเป็นรูปภาพของ 1 คน และ ข้อความ

ນ້ອງເອງຢາກເຫັນການປ່ຽນແປງຢາກເຫັນແມ່ຍິງລາວມີຄວາມກ້າເວົ້າກ້າວ່າ ກ້າສະແດງອອກ ໂຊສັກກະຍະພາບຕົວເອງຢ່າງເຕັມທີ່ ເພື່ອສະແດງໃຫ້ເຫັນວ່າ ເມື່ອມີຄວາມເທົ່າທຽມສະເໝີພາບແລ້ວ ຄວນໃຊ້ສຽງຂອງຕົວເອງໃຫ້ດັງທີ່ສຸດ. ທ້າຍນີ້ນ້ອງເອງກໍຂໍຝາກຕິດຕາມ ແລະ ຊ່ວຍເຊຍນ້ອງ ເປັນກຳລັງໃຈໃຫ້ ML13 ຕົວແທນແຂວງ ຫຼວງນ້ຳທາແດ່ເດີ FB Kunnika syvanglard.

อาจเป็นรูปภาพของ 1 คน และ วัด