ແຂວງເຊກອງ ປະກາດບົ່ງຕົວແຕ່ງຕັ້ງກໍາມະການພັກແຂວງຕື່ມ 3 ສະຫາຍ

184

ແຫຼ່ງຂ່າວຈາກທ້ອງຖິ່ນລາຍງານວ່າ ແຂວງເຊກອງ ປະກາດບົ່ງຕົວແຕ່ງຕັ້ງກໍາມະການພັກແຂວງເພີ່ມເຕີມ 3 ສະຫາຍ ໃນວັນທີ 13 ທັນວານີ້, ທີ່ສະໂມສອນຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ບັນດາສະຫາຍໃນຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ເຈົ້າເມືອງ, ຫົວໜ້າ ແລະ ຮອງຫົວໜ້າພະແນກ ເຂົ້າຮ່ວມ.

May be an image of 5 people, crowd and text
ໃນພິທີ, ສະຫາຍ ນາງ ເພັດດາວອນ ວາດສະຫງ່າ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 469, ສະບັບເລກທີ 470 ແລະ ສະບັບເລກທີ 471/ຄລສພ, ລົງວັນທີ 2 ພະຈິກ 2023 ວ່າດ້ວຍການບົ່ງຕົວແຕ່ງຕັ້ງກໍາມະການພັກແຂວງເຊກອງ. ໃນນີ້, ບົ່ງຕົວແຕ່ງຕັ້ງສະຫາຍ ເພັງນາ ຈັນທະພອນ, ສະຫາຍ ບຸນເລີຍ ນັນທະວົງ ແລະ ສະຫາຍ ຄໍາແສນ ພະສະແຫວງ ເປັນກໍາມະການພັກແຂວງເຊກອງ.

May be an image of 3 people, dais and text
ໂອກາດນີ້, ສະຫາຍ ເຫລັກໄຫລ ສີວິໄລ ໄດ້ມີຄໍາເຫັນຊີ້ນໍາຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຕ້ອງເພີ່ມທະວີຄວາມເປັນແບບຢ່າງນໍາໜ້າ, ສ້າງຄວາມເຊື່ອໝັ້ນໄວ້ວາງໃຈ, ເສີມຂະຫຍາຍມູນເຊື້ອຜົນງານ-ຜົນສໍາເລັດທີ່ພົ້ນເດັ່ນ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ; ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ປຸກລະດົມສະມາຊິກພັກ-ພະນັກງານ, ປະຕິບັດ ແລະ ຜັນຂະຫຍາຍມະຕິຄໍາສັ່ງຂອງພັກ, ຂໍ້ກໍານົດ, ກົດລະບຽບ ແລະ ກົດໝາຍຂອງລັດ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ດ້ວຍບາດກ້າວບຸກທະລຸ ເພື່ອແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານໃນເງື່ອນໄຂໃໝ່.

May be an image of 2 people, dais and text
ສະຫາຍ ເພັງນາ ຈັນທະພອນ ຕາງໜ້າບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ໄດ້ຂຶ້ນມີຄໍາເຫັນໂດຍສັນຍາວ່າ ຈະສືບຕໍ່ສຸມສະຕິປັນຍາ, ເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ການເມືອງ, ນໍາພາ-ຊີ້ນໍາສຶກສາອົບຮົມການເມືອງແນວຄິດ, ປຸກລະດົມເຕົ້າໂຮມຄວາມສາມັກຄີສະມາຊິກພັກ-ພະນັກງານ, ເດັດດ່ຽວຕ້ານ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງ, ເພີ່ມທະວີການປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.

ຂ່າວຈາກ: ເຊກອງ