ງົດງາມແບບສະບັບນາງສາວເຜົ່າມົ້ງລາວ ໄດ້ແລ້ວ 20 ຄົນສຸດທ້າຍ

59

ງານຖະແຫຼງຂ່າວເທສະການ ການແຂ່ງຂັນກີລາມວນຊົນພື້ນເມືອງ ການປະກວດນາງສາວເຜົ່າມົ້ງລາວ2024 ແລະ ບຸນນໍ່ເປ່ເຈົ່າ ( ບຸນກິນຈຽງ ) ຂອງຊົນເຜົ່າມົ້ງລາວ ປະຈຳປີ 2024.

อาจเป็นรูปภาพของ 4 คน, ผู้คนกำลังเต้นรำ และ ข้อความ

ສໍາລັບການປະກວດນາງສາວເຜົ່າມົ້ງລາວ 2024 ພາຍຫຼັງທີ່ໄດ້ມີການເປີດຮັບສະໝັກນາງສາວເຜົ່າມົ້ງລາວ ປະຈໍາປີ 2024 ແຕ່ວັນທີ 6 ຕຸລາ 2023 ເປັນຕົ້ນມາ ດັ່ງນັ້ນ, ມາຮອດວັນທີ 9 ທັນວາ 2023 ນີ້ ໄດ້ມີການຄັດເລືອກນາງສາວເຜົ່າມົ້ງ 20 ຄົນສຸດທ້າຍ ທີ່ມີຜູ້ສະໝັກ 70 ກວ່ານ້ອງນາງສາວເຂົ້າຮ່ວມ.

อาจเป็นรูปภาพของ 4 คน และ ข้อความ

ງານເປີດຕົວ 20 ຄົນສຸດທ້າຍ ທີ່ໄດ້ຜ່ານຄັດເລືອກໃນການປະກວດນາງສາວເຜົ່າມົ້ງລາວ ປະຈໍາປີ 2024 ຄັ້ງນີ້ ໂດຍການເປັນປະທານຂອງ ທ່ານ ພັດທະນົງ ລາສີ ຮອງຫົວໜ້າກົມຂະບວນການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີປະທານຈັດງານ, ຫົວໜ້າພະແນກການແຂ່ງຂັນ ກົມຂະບວນການຊາວໜຸ່ມປະຊາຊົນ ປະຕິວັດລາວ; ມີບັນດາຄະນະກໍາມະການ ແລະ ຜູ້ເຂົ້າປະກວດນາງສາວຊົນເຜົ່າມົ້ງລາວ ປະຈຳປີ 2024 ໄດ້ເຂົ້າຮ່ວມ.

อาจเป็นรูปภาพของ 6 คน, แคลริเน็ต, ชุดแสดงละคร และ ข้อความ

ທ່ານ ພັດທະນົງ ລາສີ ຮອງຫົວໜ້າກົມຂະບວນການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃຫ້ຮູ້ວ່າ: ງານບຸນກິນຈຽງຊົນເຜົ່າມົ້ງ ແມ່ນເທສະການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງຊົນເຜົ່າມົ້ງ ເຊິ່ງເປັນສັນຍາລັກແຫ່ງຄວາມສາມັກຄີ, ຂອງເຜົ່າມົ້ງທີ່ຢູ່ໃກ້ ແລະ ໄກ ໄດ້ມາພົບປະສັງສັນ ເພື່ອເຮັດພິທີກຳທາງສາສະໜາ ເພື່ອເປັນການລະນຶກເຖິງບັນພະບຸລຸດ.

ຊົນເຜົ່າມົ້ງໄດ້ມີການຈັດງານບຸນກິນຈຽງ ຫຼື ບຸນນໍ່ເປ່ເຈົ່າ ທີ່ຍິ່ງໃຫຍ່ມາແຕ່ດົນນານແລ້ວ ແລະ ມີ ຄວາມໝາຍສໍາຄັນທີ່ສ່ອງແສງເຖິງຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊົນເຜົ່າມົ້ງທີ່ສືບທອດກັນມາແຕ່ຮຸ່ນບັນພະບຸລຸດ ເຊິ່ງຊາວເຜົ່າມົ້ງໄດ້ມີການຈັດງານບຸນກິນຈຽງ ຫຼື ນໍເປ່ເຈົ່າ ທີ່ຍິ່ງໃຫຍ່ມາແຕ່ດົນນານແລ້ວ ແລະ ມີຄວາມໝາຍສໍາຄັນ ທີ່ສ່ອງແສງເຖິງວັດທະນະທໍາຮີດຄອງປະເພນີ ອັນດີງາມຂອງຊົນເຜົ່າມົ້ງ.

อาจเป็นรูปภาพของ 8 คน, ธง และ ข้อความ

ສໍາລັບເທສະການບຸນກິນຈຽງ ແລະ ການປະກວດນາງ ສາວມົ້ງລາວ ປະຈໍາປີ 2024 ແມ່ນໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 6 ທັນວາ 2023 ຫາ ວັນທີ 14 ມັງກອນ 2024 ທີ່ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ພາຍໃນງານຈະມີກິດຈະກໍາຫຼາກຫຼາຍ ເຊັ່ນ: ສະແດງສິລະປະ, ກີລາງົວຊົນງົວ, ບານເຕະ, ໂຍນໝາກຄອນ, ເປົ່າແຄນ, ປະກວດຂັບລໍາ ແລະ ຍິງໜ້າເກັກ, ຕີໝາກຂ່າງ, ເປົ່າຂຸ່ຍ ແລະ ກິດຈະກໍາອື່ນໆ.

ພິເສດຈະໄດ້ມີການປະກວດນາງສາວເຜົ່າມົ້ງລາວ ປະຈໍາປີ 2024 ຮອບຊີງຊະນະເລີດ ໃນວັນທີ 10 ມັງກອນ 2024 ເພື່ອຊີງມົງກຸດ ແລະ ເງິນລາງວັນຫຼາຍກວ່າ 150 ລ້ານກີບ ເຊິ່ງຜູ້ທີ່ຊະນະເລີດການປະກວດ ກໍຈະໄດ້ເປັນຕົວແທນຂອງແມ່ຍິງຊົນເຜົ່າມົ້ງ ໃນການເຜີຍແຜ່ວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງຊົນເຜົ່າມົ້ງ.