ຣັດເຊຍ ສົ່ງອອກທັນຍາພືດ ໄປຍັງເອີຣົບ ເພີ່ມຂຶ້ນ

38

ເວບໄຊສຳນັກຂ່າວ bnews.vn ລາຍງານວ່າ: ໃນປີນີ້, ຣັດເຊຍສົ່ງອອກທັນຍາພືດ ໄປຍັງເອີຣົບແລ້ວ 180.000 ໂຕນ ເຊິ່ງອົງການສະຖິຕິເອີຣົບ (Eurostat) ໄດ້ເປີດເຜີຍວ່າ ຣັດເຊຍ ໄດ້ກັບມາສູ່ການເປັນຜູ້ຈັດຫາທັນຍາພືດລາຍໃຫຍ່ ໃນ 5 ອັນດັບທໍາອິດຫຼັງຈາກຜ່ານໄປ 1 ປີເຄິ່ງ.

ໃນເດືອນກັນຍາ, ສະຫະພາບເອີຣົບ (EU) ໄດ້ເພີ່ມການນໍາເຂົ້າທັນຍາພືດຂອງ ຣັດເຊຍ ຢ່າງໄວວາ ໂດຍເພີ່ມຂຶ້ນ 22% ເມື່ອທຽບກັບເດືອນກ່ອນໜ້ານີ້ ແລະ ເພີ່ມຂຶ້ນ 10 ເທົ່າ ຈາກໄລຍະດຽວກັນຂອງປີຜ່ານມາ ມາເປັນ 180.000 ໂຕນ ເຊິ່ງເປັນລະດັບສູງສຸດ ນັບແຕ່ເດືອນມີນາ 2022 ແລະ ນີ້ໄດ້ຊ່ວຍໃຫ້ຣັດເຊຍ ຢູ່ອັນດັບທີ 4 ໃນກຸ່ມຜູ້ສົ່ງອອກທັນຍາພືດລາຍໃຫຍ່ທີ່ສຸດໄປຍັງ EU.

ຂະນະດຽວກັນ, ໃນເດືອນກັນຍາຜ່ານມາ ອູແກຣນ ທີ່ເປັນຜູ້ສົ່ງອອກທັນຍາພືດຫຼັກໄປຍັງ EU ມີປະລິມານເພີ່ມຂຶ້ນ 1% ຈາກເດືອນສິງຫາ ແຕ່ກໍຫຼຸດລົງ ¼ ຈາກໄລຍະດຽວກັນຂອງປີ 2022 ມາເຫຼືອ 1,2 ລ້ານໂຕນ.

ກ່ອນໜ້ານີ້, ກະຊວງກະສິກຳຂອງສະຫະພັນຣັດເຊຍ ຢືນຢັນວ່າ ການຄາດການທີ່ເຜີຍແຜ່ກ່ອນໜ້ານີ້ ທີ່ວ່າ ຣັດເຊຍ ຈະສົ່ງອອກທັນຍາພືດຫຼາຍກວ່າ 65 ລ້ານໂຕນໃນລະດູການກະສິກຳປັດຈຸບັນ.

ໃນປີ 2022, ຜະລິດຕະພັນທັນຍາພືດຂອງຣັດເຊຍ ສູງເຖິງ 150 ລ້ານໂຕນ ເຊິ່ງກ່ອນໜ້າລັດຖະບານສະໜັບສະໜູນການຫ້າມສົ່ງອອກເຂົ້າສາລີດູຣໍາ ໂດຍກະຊວງອຸດສາຫະກຳ ແລະ ການຄ້າຂອງຣັດເຊຍ.