ການແຂ່ງຂັນ ເທັນນິສ ໂອເພັນ 2023 ເພື່ອສະຫຼອງວັນຊາດ ແລະ ສະຫຼອງວັນຄົບຮອບ ເບຍລາວ 50 ປີ

61

ສະໂມສອນ ເທັນນິສ ວຽງຈັນ ຮ່ວມກັບ ສະຫະພັນເທັນນິສແຫ່ງຊາດລາວ ແລະ ບໍລິສັດ ເບຍລາວ ຈໍາກັດ ຈັດການແຂ່ງຂັນກີລາເທັນນິສ ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 48 ປີ ແລະ ກົງກັບຄົບຮອບ 50 ຂອງບໍລິສັດເບຍລາວ ລາຍການ “ BeerLao Open 2023” ໂດຍມີ 13 ລາຍການແຂ່ງຂັນ, ແຕ່ລະລາຍການມີລາງວັນຊະນະເລີດ ແລະ ຮອງຊະນະເລີດ ຊຶ່ງໄດ້ມີນັກກິລາເຂົ້າຮ່ວມທັງໝົດ 145 ຄົນ ແລະ ໄດ້ເລີ່ມເປີດການແຂ່ງຂັນມາວັນທີ 11 ພະຈິກຜ່ານມາ ພິເສດງານ ເບຍລາວ ສະໜັບສະໜູນທັງໝົດລວມມູນຄ່າ ຫຼາຍກວ່າ 200 ລ້ານກີບ.

ພິທີປິດ ແລະ ມອບລາງວັນການແຂ່ງຂັນໄດ້ຈັດຂຶ້ນ ໃນວັນທີ 2 ທັນວາ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ກິດສະໜາ ວົງໄຊ ປະທານບໍລິສັດເບຍລາວຈໍາກັດ ແລະ ທ່ານ ດາວອນ ພະຈັນທະວົງ ປະທານສະຫະພັນເທັນນິສ ແຫ່ງຊາດ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ ແລະ ນັກກີລາ ເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນຈັດຂຶ້ນລະຫວ່າງວັນທີ 11 ພະຈິກ – 2 ທັນວາ 2023 ຜ່ານການແຂ່ງຂັນປາກົດວ່າ:
-ລາຍການທີ 1 ເຍົາວະຊົນອາຍຸລະຫວ່າງ 10-14 ປີ: ລາງວັນຊະນະເລີດ ໄດ້ແກ່ ທ້າວ ອາທິດ ຄຼັດຊິນິດ ຮັບຂັນລາງວັນ 1 ອັນພ້ອມເງິນລາງວັນ 2 ລ້ານກີບ ແລະ ກະເປົ໋າໃສ່ເຄື່ອງກິລາ ຍີ່ຫໍ້ອັນດຸນລ໊ອບ (Uunlop) 1 ໜ່ວຍ; ຮອງຊະນະເລີດໄດ້ແກ່ ທ້າວ ເບັນຈາມິນ ລີ (Benjamin Lee) ໄດ້ຮັບຂັນລາງວັນ 1 ອັນ ພ້ອມເງິນສົດ 1 ລ້ານກີບ.

-ລາຍການທີ 2 ເຍົາວະຊົນອາຍຸລະຫວ່າງ 14-18 ປີ: ທ້າວ ສຸລິດສັກ ຄຼັດຊິນິດ ຍາດໄດ້ລາງວັນຊະນະເລີດ ຮັບຂັນລາງວັນ 1 ອັນ ພ້ອມເງິນລາງວັນ 2 ລ້ານກີບ ແລະ ບັດສະມາຊິກ ສູນອອກກຳລັງກາຍ K33 ຈໍານວນ 6 ເດືອນ; ຮອງຊະນະເລີດໄດ້ແກ່ ທ້າວ ສົມພອນ ຊົງບັນດິດ ຮັບຂັນລາງວັນ 1 ອັນ ພ້ອມເງິນລາງວັນ 1 ລ້ານກີບ.
-ລາຍການທີ 3 ຄູ່ ຊ໊ອບເທັນນິສ: ຊະນະເລີດ ໄດ້ແກ່ ທ້າວ ອານັນດອນ ຄໍາພູມີ ແລະ ນາງ ກະນນະລີ ແສງຈັນ ຮັບຂັນລາງວັນຄົນລະ 1 ອັນ ພ້ອມເງິນລາງວັນ 1 ລ້ານ 5 ແສນກີບ, ກະເປົ໋າ (Uunlop) 1 ໜ່ວຍ ແລະ ບັດສະມາຊິກ ສູນອອກກຳລັງກາຍ K33; ຮອງຊະນະເລີດ ທ້າວ ສະຖາພອນ ສິມມະລາວົງ ແລະ ທ້າວ ລັ່ງ ໄຊສົມບູນ ຮັບຂັນລາງວັນຄົນລະ 1 ອັນ ພ້ອມເງິນລາງວັນ 1 ລ້ານກີບ.
-ລາຍການທີ 4 ປະເພດດ່ຽວ ຄ (Single C): ຊະນະເລີດໄດ້ແກ່ ທ່ານ ພູທົງ ເຮືອງຄໍາແສນ ຮັບຂັນລາງວັນ 1 ອັນ ພ້ອມເງິນລາງວັນ 2 ລ້ານ ແລະ ໃຫ້ພັກຟຣີ 1 ຄືນ ທີ່ ວຽງທາລາ ລີສອດ; ຮອງຊະນະເລີດ ໄດ້ແກ່ ທ່ານ ສັນຕິສຸກ ວາລິນ ຮັບຂັນລາງວັນ 1ອັນ ພ້ອມເງິນລາງວັນ 1 ລ້ານ ແລະ ບັດລ້າງລົດ ຈາກ Born To B Car care ບໍ່ເສຍຄ່າຈໍານວນ 10ຄັ້ງ.
-ລາຍການທີ 5 ປະເພດ ດ່ຽວ ຂ (Single B): ຊະນະເລີດ ໄດ້ແກ່ ທ່ານ ຈໍານຽນ ສີຫາວົງ ຮັບຂັນລາງວັນຄົນລະ 1 ອັນ ພ້ອມເງິນລາງວັນ 2 ລ້ານກີບ, ບັດລ້າງລົດ ຈາກ Born To B Car care ບໍ່ເສຍຄ່າ 10 ຄັ້ງ ແລະ ສາຍໄມ້ເທັນນິສ ຍີ່ຫໍ້ Dunlop 1 ກໍ້; ຮອງຊະນະເລີດ ໄດ້ແກ່ ທ່ານ ອານັນດາ ຄໍພູມີ ໄດ້ຮັບຂັນລາງວັນຄົນລະ 1 ອັນ ພ້ອມເງິນລາງວັນ 1 ລ້ານກີບ ແລະ ບັດລ້າງລົດຈາກ Born To B Car care ບໍ່ເສຍຄ່າ 5 ຄັ້ງ.

ຂະນະທີ່, ຂອງລາງວັນສຳລັບລາງວັນຊະນະເລີດ ແລະ ລາງວັນຮອງຊະນະເລີດ ນັບແຕ່ລາຍງານທີ 6 ຫາ ລາຍການທີ 11 ແມ່ນໄດ້ຄືກັນ ໂດຍຊະນະເລີດ ໄດ້ຮັບຂັນລາງວັນ 1 ອັນ ພ້ອມເງິນລາງວັນ 1 ລ້ານ 5 ແສນ ແລະ ບັດລ້າງລົດຈາກ Born To B Car care ບໍ່ເສຍຄ່າ 10 ຄັ້ງ; ສ່ວນ ຮອງຊະນະເລີດ ໄດ້ຮັບຂັນລາງວັນ 1 ອັນ ພ້ອມເງິນລາງວັນ 1 ລ້ານ ແລະ ບັດລ້າງລົດຈາກ Born To B Car care ບໍ່ເສຍຄ່າ 5 ຄັ້ງ.
-ລາຍການທີ 6 ຊະນະເລີດ ໄດ້ແກ່ ທ່ານ ສົມກຽດ ຮາມາສູດ ແລະ ທ່ານນາງ ພອນສະໄໝ, ຮອງຊະນະເລີດໄດ້ແກ່ທ່ານ ອ່າງຄໍາ ອິນທະວົງ ແລະ ນາງ ມະໄລທອງ ສິມມະລາວົງ;
-ລາຍການທີ 7 ປະເພດຄູ່ ອາຍຸລວມ 75 ປີ ຂຶ້ນໄປ: ຊະນະເລີດ ໄດ້ແກ່ ທ່ານ ວົງສະຫວັດ ຈັນຊົມພູ ແລະ ທ່ານ ເຈເລມີ້ (Jeremy), ຮອງຊະນະເລີດ ໄດ້ແກ່ ທ່ານ ອາເຊລ (Axel) ແລະ ທ່ານ ຈໍານຽນ ສີຫາວົງ;
-ລາຍການທີ 8 ປະເພດ ຄູ່ ຂ (Double B): ຊະນະເລີດ ໄດ້ແກ່ ທ່ານ ສົມໃຈ ພະພິທັກ ແລະ ທ່ານ ອາລິຍະ, ຮອງຊະນະເລີດ ໄດ້ແກ່ ທ່ານ ອາໂນລົງ ທໍາມະວົງ ແລະ ທ່ານ ທຣານ ທັງລອຍ (Tran Thangloi);
-ລາຍການທີ 9 ປະເພດຄູ່ ຄ (Double C): ຊະນະເລີດ ໄດ້ແກ່ ທ່ານ ຂັນທະພູວຽງ ໄຊຍະບຸນທະວົງ ແລະ ທ່ານ ສີສັດ ທະສາ, ຮອງຊະນະເລີດ ໄດ້ແກ່ ທ່ານ ແສນທະຫວັດ ປະສົມສຸກ ແລະ ທ່ານ ສັນຕິສຸກ ວາລິນ;

-ລາຍການທີ 10 ປະເພດຄູ່ ອາຍຸລວມ 90 ປີ ຂຶ້ນໄປ: ຊະນະເລີດ ໄດ້ແກ່ ທ່ານ ວັນນະເສົາ ຊຸມພົນພັກດີ ແລະ ທ່ານ ອິນທະນູ ເດືອນສະຫວັນ, ຮອງຊະນະເລີດ ໄດ້ແກ່ ທ່ານ ອາໂນລົງ ແລະ ທ່ານ ເລີ້ຍ;
-ລາຍການທີ 11 ປະເພດຄູ່ ອາວຸໂສ ສາຍຸ 60 ປີຂຶ້ນໄປ: ຊະນະເລີດ ໄດ້ແກ່ ທ່ານ ດາວວີ ສີນົນ ແລະ ທ່ານ ໂທນີ້, ຮອງຊະນະເລີດ ໄດ້ແກ່ ທ່ານ ສັນທະນູວຽງ ໄຊຍະບຸນທະວົງ ແລະ ທ່ານ ຜາຕິສັກ ໂພສະນາລັກ.
-ລາຍການທີ 12 ປະເພດດ່ຽວທົ່ວໄປ (Single A): ຊະນະເລີດ ໄດ້ແກ່ ທ້າວ ສະຖາພອນ ສິມະລາວົງ ໄດ້ຮັບຂັນລາງວັນ 1 ອັນ ພ້ອມເງິນສົດ 10 ລ້ານກີບ ແລະ ບັດສະມາຊິກ ສູນອອກກຳລັງກາຍ K33 ຈໍານວນ 6 ເດືອນ; ຮອງຊະນະເລີດ ໄດ້ແກ່ ທ້າວ ວິທະຍາ ຣາຊາວະດີ ໄດ້ຮັບຂັນລາງວັນ 1 ອັນ ພ້ອມເງິນລາງວັນ 3 ລ້ານກີບ.
-ລາຍການທີ 13 ປະເທດຄູ່ທົ່ວໄປ (Double A): ຊະນະເລີດ ໄດ້ແກ່ ທ້າວ ສະຖາພອນ ສິມມະລາວົງ ແລະ ທ້າວ ໄຊສະຫວັດ ຈັນຊົມພູ ໄດ້ຮັບຂັນລາງວັນຄົນລະ 1 ອັນ ພ້ອມເງິນລາງວັນ 4 ລ້ານກີບ ແລະ ບັດສະມາຊິກ ສູນອອກກຳລັງກາຍ K33 ຈໍານວນ 6 ເດືອນ; ຮອງຊະນະເລີດ ໄດ້ແກ່ທ້າວ ອານັນດາ ຄໍາພູມີ ແລະ ທ້າວ ສົມພອນ ຊົງບັນດິດ ໄດ້ຮັບຂັນລາງວັນຄົນລະ 1 ອັນ ພ້ອມເງິນລາງວັນ 2 ລ້ານກີບ ແລະ ກະເປົ໋າໃສ່ເຄື່ອງ ຍີ່ຫໍ້ Dunlop 1 ໜ່ວຍ.
ຂ່າວ-ຮູບ: Larh Creators