ເປີດເທສະການຜະລິດຕະພາບແຫ່ງຊາດລາວ ທີ່ສູນການຄ້າວຽງຈັນເຊັນເຕີ

94

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານເທສະການຜະລິດຕະພາບແຫ່ງຊາດລາວ ຂຶ້ນໃນວັນທີ 23-25 ພະຈິກ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະ ມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີທ່ານ ອິນດຣາ ປຣາດານາ ສິງກາວີນາຕາ ເລຂາທິການໃຫຍ່ຄົນໃໝ່ ຂອງອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization -APO) ມີຜູ້ຕາງໜ້າຈາກບັນດາກົມອ້ອມຂ້າງກະຊວງ ບັນດາກະຊວງກ່ຽວຂ້ອງ ອົງການຈັດຕັ້ງສາກົນ ສະຖາບັນການສຶກສາ ສະມາຄົມທຸລະກິດ ແລະ ທະນາຄານທຸລະກິດ ເຂົ້າຮ່ວມ.

No description available.
ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກ່າວວ່າ: ການຈັດງານເທສະການຜະລິດຕະພາບແຫ່ງຊາດລາວ ຄັ້ງນີ້ ກໍເພື່ອເຜີຍແຜ່ຜົນສຳເລັດ ແລະ ໂຄສະນາ ກ່ຽວກັບອົງການ APO ໂດຍສະເພາະວິໄສທັດ 2025 ແລະ ເປົ້າໝາຍທີ່ສຳຄັນທີ່ໄດ້ລະບຸໄວ້ໃນ APO Vision 2025 ນອກຈາກນັ້ນ ກໍເພື່ອເຜີຍແຜ່ຂໍ້ມູນຂ່າວສານຂອງ ສປປ ລາວ ກໍຄືການເຄື່ອນໄຫວຂອງ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຖານະສະມາຊິກຂອງອົງການ APO ແລະ ເປັນອົງການຜະລິດຕະພາບແຫ່ງຊາດ ລາວ ແຕ່ປີ 2002 ເປັນຕົ້ນມາ.

No description available.

ພ້ອມກັນນັ້ນ ກໍເປັນການເຜີຍແຜ່ໃຫ້ເຫັນຄວາມສຳຄັນຂອງວຽກງານຜະລິດຕະພາບ ເພື່ອການພັດທະນາປະເທດຊາດ ການຈັດຕັ້ງປະຕິບັດທີ່ມີປະສິດທິພາບ ຄວາມສາມາດທາງການແຂ່ງຂັນຂອງຫົວໜ່ວຍວິສາຫະກິດ ກຳລັງແຮງງານ ແລະ ການພັດທະນາຄວາມສາມາດຂອງບຸກຄະລາກອນໃນທົ່ວພາກພື້ນ ອາຊີ-ປາຊີຟິກ ໂດຍສະເພາະແມ່ນການສະໜັບສະໜູນການບັນລຸຄາດໝາຍທີ່ວາງອອກ ຕາມວິໄສທັດຂອງອົງການ APO ຮອດປີ 2025 ແລະ ຍັງເປັນການສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບທິດທາງ ແລະ ຮູບແບບຂອງການສົ່ງເສີມວຽກງານດ້ານຜະລິດຕະພາບແບບຍືນຍົງ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ແລກປ່ຽນຄວາມຮູ້ ປະສົບການ ເພື່ອພັດທະນາຂະບວນການຜະລິດ ແລະ ການຄຸ້ມຄອງແບບມີຄຸນນະພາບຕາມມາດຕະຖານສາກົນ ດ້ວຍການປະຍຸກໃຊ້ນະວັດຕະກໍາເພື່ອເພີ່ມການຜະລິດໃຫ້ສູງຂຶ້ນ ແລະ ເຂົ້າໃຈຄວາມສຳຄັນຂອງຜະລິດຕະພາບໃນການພັດທະນາ MSMEs ແລະ ການພັດທະນາເສດຖະກິດສັງຄົມ.

No description available.
ຢ່າງໃດກໍຕາມ ພາຍໃນງານຈະໄດ້ມີການເຜີຍແຜ່ປະຫວັດຄວາມເປັນມາຂອງອົງການ APO ວິໄສທັດຂອງອົງການຜະລິດ ຕະພາບແຫ່ງອາຊີ ຫຼື Asian Productivity Organization (APO) ຮອດປີ 2025 ແລະ ອົງການຜະລິດຕະພາບແຫ່ງຊາດລາວ ໂດຍຜ່ານສື່ສັງຄົມອອນລາຍ ສິ່ງພິມ ແລະ ປ້າຍໂຄສະນາຕ່າງ ແລະ ມີບູດວາງສະແດງຂາຍຜະລິດຕະພັນ ນະວັດຕະກຳເຕັກໂນໂລຊີ ຂອງບັນດາຫົວໜ່ວຍວິສາຫະກິດ ແລະ ຈັດເວທີສົນທະນາ ໃນຫົວຂໍ້: ຄວາມສຳຄັນກ່ຽວກັບຜະລິດຕະພາບຕໍ່ການພັດທະນາ MSME ແລະ ເສດຖະກິດສັງຄົມ ຜົນສຳເລັດຈາກການທີ່ໄດ້ຮັບຈາກການຢັ້ງຢືນມາດຕະຖານ ແລະ ຄຸນນະພາບເພື່ອເຂົ້າເຖິງຕະຫຼາດພາຍໃນ ແລະ ສາກົນ ໂດຍມີບັນດາຫົວໜ່ວຍທຸລະກິດທີ່ເຄີຍໄດ້ເຂົ້າຮ່ວມໂຄງການເຂົ້າຮ່ວມສົນທະນາ ແລະ ເຜີຍແຜ່ຜົນໄດ້ຮັບຈາກການເຂົ້າຮ່ວມໂຄງການດັ່ງກ່າວ.

ງານເທດສະການດັ່ງກ່າວ ຈະໄດ້ດຳເນີນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 23 ຫາ 25 ພະຈິກ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ເຊິ່ງໃນແຕ່ລະວັນຈະມີກິດຈະກຳຕ່າງໆ ທີ່ຫຼາກຫຼາຍລາຍການ.