ນ້ຳຕານມິດລາວຄາດ ປີນີ້ມີອ້ອຍປ້ອນໂຮງງານບໍ່ຕ່ຳກວ່າ 500.000 ໂຕນ

65
ເປັນປະຈຳທຸກປີ ກ່ອນຮອດລະດູເກັບກ່ຽວອ້ອຍຈາກຊາວສວນ ບໍລິສັດນ້ຳຕານມິດລາວ ແຂວງສະຫວັນນະເຂດກໍ່ຈະໄດ້ທຳການກວດເຊັກຊີງຊັ່ງນ້ຳໜັກຂອງບໍລິສັດ ໂດຍຊ່ອງໜ້າຫຼາຍພາກສ່ວນ ເພື່ອຮັບປະກັນມາດຕະຖານ ແລະເພື່ອຄວາມສະບາຍໃຈຂອງລູກ້າຜູ້ມາຂາຍອ້ອຍ.
ສຳລັບປີນີ້ໃນວັນທີ 22 ພະຈິກ 2023 ທີ່ ຈຸດກວດກາຊິງຊັ່ງນ້ຳໜັກບໍລິສັດ ນ້ຳຕານມິດລາວ ຈຳກັດ ແຂວງສະຫວັນນະເຂດ, ກົມມາດຕະຖານ ແລະວັດແທກ ກະຊວງອຸດສາຫະກຳ ແລະການຄ້າ, ກໍໄດ້ລົງກວດກາຊິງຊັ່ງນ້ຳໜັກປະຈຳປີ 2023-2024 ຂອງບໍລິສັດນ້ຳຕານມິດລາວ ຈຳກັດ, ໂດຍການ ເຂົ້າຮ່ວມຂອງ ທ່ານ ອ່ອນລຳພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ, ທ່ານ ສະອາດ ປັນຍາດິດວົງ ຜູ້ອຳນວຍການດ້ານອ້ອຍ ບໍລິສັດນ້ຳຕານມິດລາວ ຈຳກັດ, ມີບັນດາການນຳຂອງເມືອງໄຊບູລີ, ພະນັກງານວິຊາການຈາກກົມມາດຕະຖານ ແລະວັດແທກ, ຂະແໜງການກ່ຽວຂ້ອງ, ພະນັກງານວິຊາການບໍລິສັດ ແລະອຳນາດການປົກຄອງບ້ານແກ້ງແຮດ, ຊາວສວນຜູ້ປູກອ້ອຍ ເຂົ້າຮ່ວມເປັນສັກຂີພະຍານ.
อาจเป็นรูปภาพของ 2 คน และ ข้อความ
ທ່ານ ສະອາດ ປັນຍາດິບວົງ ກ່າວວ່າ: ການກວດກາຊິງຊັ່ງນ້ຳໜັກ ຂອງບໍລິສັດແມ່ນມີຂຶ້ນທຸກໆປີ ກ່ອນຈະມີການໜີບອ້ອຍໃນຕົ້ນເດືອນທັນວາ, ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຊາວສວນອ້ອຍ ທີ່ສະໜອງອ້ອຍໃຫ້ບໍລິສັດ ແລະ ເພື່ອສ້າງຄວາມຍຸຕິທຳ, ຈະແຈ້ງຕໍ່ຜູ້ຊື້-ຜູ້ຂາຍ, ເຊິ່ງກົມມາດຕະຖານ ແລະວັດແທກກະຊວງອຸດສາຫະກຳ ແລະການຄ້າ ສົມທົບກັບພະນັກງານວິຊາການຂັ້ນແຂວງ ແລະເມືອງໄດ້ລົງມາກວດກາຊິງຊັ່ງນ້ຳໜັກຢູ່ແຕ່ລະຈຸດ ຂອງບໍລິສັດປີລະໜຶ່ງຄັ້ງ, ທັງນີ້ ກໍ່ເພື່ອໃຫ້ປະຊາຊົນຊາວສວນອ້ອຍ ມີຄວາມໝັ້ນໃຈ ໃນການຕິດນຳ້ໜັກອ້ອຍສົ່ງໃຫ້ບໍລິສັດ.
May be an image of 1 person and text
ທ່ານ ສະອາດ ປັນຍາດິບວົງ ຍັງແຈ້ງໃຫ້ ຮູ້ຕື່ມວ່າ: ສຳລັບການນຳລົດບັນທຸກອ້ອຍເຂົ້າຊິງຊັ່ງ, ລົດບັນທຸກອ້ອຍທຸກຄັນ ຕ້ອງປະຕິບັດຕາມລະບຽບຂອງໂຮງງານວາງອອກຢ່າງເຂັ້ມງວດ, ເປັນຕົ້ນ: ຄວາມສູງຂອງການບັນທຸກ, ຄວາມປອດໄພໃນການບັນທຸກອ້ອຍ ແລະຄວາມປອດໄພບົນທ້ອງຖະໜົນຫຼວງນຳອີກ.
อาจเป็นรูปภาพของ 5 คน และ ข้อความ
ສຳລັບປີນີ້ ຄາດວ່າຈະມີອ້ອຍປ້ອນໂຮງງານ ປະມານ 550.000 ໂຕນ, ໃນນັ້ນອ້ອຍອິນຊີ ຫຼືອ້ອຍປອດສານເຄມີ 100.000 ໂຕນ ແລະອ້ອຍທົ່ວໄປ 450.000 ໂຕນ, ເຊິ່ງທາງບໍລິສັດນ້ຳຕານມິດລາວ ຮັບຊື້ໃນລາຄາ 820.000 ກີບຕໍ່ໂຕນ (ສຳລັບອ້ອຍອິນຊີ) ແລະ ອ້ອຍທົ່ວໄປໃນລາຄາ 720.000 ກີບຕໍ່ໂຕນ, ຄາດວ່າໃນປີ 2024-2025 ຈະມີອ້ອຍສົ່ງໃຫ້ບໍລິສັດເພີ່ມຂຶ້ນ 8 ແສນໂຕນ.
May be an image of 1 person and text
ທ່ານ ອ່ອນລຳພັນ ບົວສີແກ້ວ ໄດ້ມີຄຳເຫັນ ພ້ອມທັງກ່າວຍ້ອງຍໍຊົມເຊີຍ ຕໍ່ບໍລິສັດນ້ຳຕານມິດລາວ ທີ່ໄດ້ມີການສົ່ງເສີມພໍ່ແມ່ປະຊາຊົນ ຊາວເມືອງໄຊບູລີ ໃນການປູກອ້ອຍຢ່າງມີເຕັກນິກ ແລະໄດ້ຮັບຜົນດີ, ໃນແຕ່ລະປີເຫັນວ່າປະຊາຊົນມີ ຄວາມຕື່ນຕົວຫຼາຍສົມຄວນ ຫັນມາປູກອ້ອຍເພື່ອສົ່ງຂາຍໃຫ້ບໍລິສັດນ້ຳຕານມິດລາວ ເຮັດໃຫ້ຊີວິດການເປັນຢູ່ທີ່ດີຂຶ້ນ, ນອກນັ້ນ ທາງບໍລິສັດນ້ຳຕານມິດລາວ ຍັງໄດ້ຊ່ວຍພັດທະນາທ້ອງຖິ່ນຊ່ວຍເມືອງຕື່ມອີກ.
May be an image of silo and text that says 'M MITR LAO'
ຈາກນັ້ນ ກົມມາດຕະຖານ ແລະວັດແທກ ກໍ່ໄດ້ທຳການກວດກາ ພ້ອມທັງກວດສອບຊິງຊັ່ງ ໃຫ້ມີຄວາມຊື່ຕົງ ໃນລະດັບມາດຕະຖານສາກົນ, ເພື່ອຄວາມໂປ່ງໃສ, ຍຸດຕິທຳ ຕໍ່ຜູ້ຊື້ ແລະຜູ້ຂາຍ.
ຂ່າວຈາກ: ສະຫວັນພັດທະນາ