ສາລະວັນ ພ້ອມກັນຫາລື 4 ໜ້າວຽກສຳຄັນ ເພື່ອພັດທະນາແຂວງ

56

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ່ວ່າ: ອົງການປົກຄອງແຂວງສາລະວັນ ໄດ້ຈັດກອງປະຊຸມພິເສດ ເພື່ອປຶກສາຫາລື 4 ວຽກສຳຄັນ ເປັນຕົ້ນ ການສະໜອງແຮງງານໄປ ສ ເກົາຫລີ, ການສົ່ງເສີມຜະລິດຕະພັນກະສິກຳ, ປັບປຸງຜະລິດຕະພັນ ປີ່ງໄກ່ນາປົ່ງ ແລະ ສົ່ງເສີມວຽກງານການທ່ອງທ່ຽວ ຢູ່ແຂວງສາລະວັນ, ໃນວັນທີ 21 ພະຈິກ 2023 ໂດຍການເປັນປະທານຂອງທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີທ່ານ ບຸນທ່ຽງ ລັດຕະນະວົງ ປະທານບໍລິສັດໄອຈ໋ອບ ຈັດຫາງານ ພ້ອມດ້ວຍຜູ່ຕາງໜ້າຈາກ 8 ເມືອງ ແລະ ນັກທຸລະກິດ, ຜູ້ປະກອບການເຂົ້າຮ່ວມ.

May be an image of 9 people, dais and text
ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ໄດ້ກ່າວວ່າ: ຈຸດປະສົງໃນການປຶກສາຫາລືຄັ້ງນີ້ ເພື່ອເສີມຂະຫຍາຍມູນເຊື້ອ, ທ່າແຮງ ແລະ ສ້າງເງື່ອນໄຂຫລາຍດ້ານ ກໍຄືການຫັນເອົາຜະລິດຕະພັນຕ່າງໆ ຂອງປະຊາຊົນແຂວງສາລະວັນ, ຂອງບັນດາເມືອງ ໃຫ້ໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ ທັງເປັນການຊຸກຍູ້ສົ່ງເສີມ ໃຫ້ມີການຫັນປ່ຽນ, ມີການປັບປຸງດີຂຶ້ນ ກ້າວໄປສູ່ຄຸນນະພາບທີ່ດີ ສະໜອງຕະຫລາດ ແລະ ເປັນທີ່ຍອມຮັບຂອງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຜະລິດຕະພັນທີ່ມີແລ້ວ ເປັນຕົ້ນ ປີ້ງໄກ່ນາປົ່ງ, ຜະລິດຕະພັນກະສິກຳຕ່າງໆ ທີ່ເປັນທ່າແຮງຫລັກ ແນໃສ່ສ້າງເງື່ອນໄຂ, ສ້າງລາຍໄດ້ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນ, ຜູ້ຜະລິດ, ຜູ້ປະກອບ ທັງຮັບປະກັນດ້ານລາຄາ, ຄວາມໝັ້ນຄົງ, ຍືນຍົງ.

May be an image of 1 person, dais and text that says 'ปะทาม'

ພ້ອມດຽວກັນນີ້ທ່ານຍັງແ ຮຽກຮ້ອງ ໃຫ້ແຕ່ລະພາກສ່ວນ ເອົາໃຈໃສ່ຄົ້ນຄວ້າ, ປຶກສາຫາລື ຢ່າງເລິກເຊີ່ງ, ມີເນື້ອໃນ ແລະ ມີເຫດຜົນ ສາມາດຕອບສະໝອງໃຫ້ແກ່ວຽກງານດັ່ງກ່າວ ເພື່ອຄວາມເປັນເອກະພາບ ທີ່ຈະສາມາດນຳໄປຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງໃນໄວໆນີ້, ໂດຍແນໃສ່ຜັນຂະຫຍາຍເນື້ອໃນມະຕິ XI ຂອງພັກ ກໍຄືມະຕິ IX ຂອງອົງຄະນະພັກແຂວງສາລະວັນ ທັງເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

May be an image of 4 people, people studying, crowd and text
ໂອກາດນີ້, ທ່ານ ບຸນທ່ຽງ ລັດຕະນະວົງ ໄດ້ສະເໜີແລກປ່ຽນດ້ານຄວາມຕ້ອງການແຮງງານລາວ ໄປ ສ ເກົາຫລີ, ຄວາມຕ້ອງການສົ່ງເສີມປູກພືດເປັນສິນຄ້າ, ບົດສະເໜີວິໄຈປີ້ງໄກ່ນາປົ່ງ, ບັນຫາ ແລະ ຂໍ້ສະເໜີແນະນຳຕ່າງໆ ໂດຍໄດ້ຍົກໃຫ້ເຫັນເຖິງດ້ານຄວາມຕ້ອງການແຮງງານໄປ ສ ເກົາຫລີ ໂດຍພາຍໃຕ້ການຮ່ວມມື ລະຫວ່າງກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ກະຊວງການຈ້າງງານ ແລະ ແຮງງານ ແຫ່ງ ສ ເກົາຫລີ ເຊິ່ງໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ ສ ເກົາຫລີ ຕາມລະບົບ ໂດຍຜ່ານ 2 ລະບົບຄື: ລະບົບໄລຍະຍາວ 3-5 ປີ ແມ່ນເຮັດວຽກໃນຂະແໜງອຸດສາຫະກຳ ຂະໜາດນ້ອຍ ແລະ ກາງ (ໂຮງງານຕ່າງໆ) ແລະ ລະບົບ ໄລຍະສັ້ນ ເຮັດວຽກຕາມລະດູການ 3-6 ເດືອນ ສ່ວນໃຫຍ່ແລ້ວແມ່ນເຮັດວຽກດ້ານກະສິກຳ ໂດຍແຮງງານດັ່ງກ່າວ ແມ່ນການສະໜອງຖືກຕ້ອງຕາມລະບຽບກົດໝາຍ, ມີການຄຸ້ມຄອງ, ປົກປ້ອງ ແລະ ຍຸຕິທຳ, ທັງຫລີກລ້ຽງຈາກການຕົກເປັນເຫຍື່ອການຄ້າມະນຸດ, ມີຄ່າແຮງງານທີ່ສົມເຫດສົມຜົນ.

No photo description available.

ສຳລັບດ້ານຜະລິດຕະພັນກະສິກຳ ແມ່ນມີຕະຫລາດຄ້ຳປະກັນ ຕອບສະໝອງຕາມເງື່ອນໄຂຄວາມຕ້ອງການຂອງຕະຫລາດຢ່າງຕໍ່ເນື່ອງ, ດ້ານຈຳນວນ, ປະລິມານ ແລະ ຄຸນນະພາບ ເປັນຕົ້ນ ໝາກອຶ, ມັນດ້າງ ແລະ ອື່ນໆ. ສຳລັບການປັບປຸງ ປີ້ງໄກ່ນາປົ່ງ ກໍຕ້ອງໄດ້ຫັນເອົາຜະລິດທີ່ມີຄຸນນະພາບ, ການນໍາວັດຖຸດິບ, ການປຸ່ງແຕ່ງ, ການຫຸ້ມຫໍ່ ແລະ ອື່ນໆ ໃຫ້ກາຍເປັນທີ່ຍອມຮັບຂອງຜູ້ບໍລິໂພກ ເພື່ອຈະນຳສະເໜີໄປບໍລິການໃນເຂດຕ່າງໆພາຍໃນ ແລະ ຕ່າງປະເທດ ຕິດພັນກັບການທ່ອງທ່ຽວ ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2024 ເພື່ອດຶງດູດນັກທ່ອງທ່ຽວ ມາທ່ຽວ, ມາຊົມໃຫ້ຫລາຍຂຶ້ນ ໂດຍສະເພາະດ້ານແຫລ່ງທ່ອງທ່ຽວທາງດ້ານວັດທະນະທໍາ, ທຳມະຊາດ ແລະ ປະຫວັດສາດ.

No photo description available.
ຂ່າວ-ພາບ: ວິໄລວອນ ສິດທິໄຊ