ເມືອງເງິນເລີ່ມແລ້ວ ປູກຖົ່ວເຫຼືອງສົ່ງຕະຫຼາດຈີນວາງເປົ້າ 149 ເຮັກຕາ

148
ເມືອງເງິນແຂວງໄຊຍະບູລີ ເປັນອີກເຂດອູ່ເຂົ້າອູ່ນ້ຳທີ່ປູກພຶດຜົນໄດ້ຮັບຜົນຜະລິດດີບໍ່ວ່າຈະເປັນລະດູແລ້ງ ຫຼື ລະດູຝົນ ສຳລັບປີນີ້ບໍລິສັດໄດ້ລົງທຶນປູກຖົ່ວເຫຼືອງເປັນປີທຳອິດ ເຮັດຫຼາຍເຖິງ 149 ເຮັກຕາ ຄາດພາຍໃນ 4 ເດືອນໄດ້ເກັບກ່ຽວ.ລ
May be an image of 7 people and grass
ອິງຕາມການລາຍງານຈາກຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເງິນ ແຂວງໄຊຍະບູລີ ໃນຄັ້ງວັນທີ 21 ພະຈິກ 2023 ນີ້ໃຫ້ຮູ້ວ່າ ການລົງຕິດຕາມຊຸກຍູ້ການປູກໜາກຖົ່ວເຫຼືອງຝັກສົດ ຂອງບໍລິສັດ ຈຸນລ່ຽນໄຊນາລາວ ຈໍາກັດ ຢູ່ເມືອງເງິນ ເພື່ອເປັນການຊຸກຍູ້ສົ່ງເສີມ ວຽກງານກະສິກໍາເພື່ອເປັນສິນຄ້າສົ່ງອອກໄປສປປຈີນ, ເຊິ່ງໄດ້ເລີ່ມລົງມືຈັດປະຕິບັດມາແຕ່ກາງເດືອນຕຸລາ 2023 ມາຮອດປະຈຸບັນນີ້ ທາງບໍລິສັດ ແມ່ນໄດ້ສຸມໃສ່ອານາໄມຄອງເໜືອງສໍາເລັດ, ການກຽມດິນ ແລະ ຂື້ນໜານສໍາເລັດໄປແລ້ວ 40% ການປູກສໍາເລັດແລ້ວ 20% ໃນເນື້ອທີ່ແຜນການ 149 ຮຕ, ຄາດວ່າການກຽມດິນ ແລະ ຂື້ນໜານຈະໃຫ້ສໍາເລັດກາງເດືອນທັນວາ 2023 ແລະ ການປູກຈະໃຫ້ສໍາເລັດທ້າຍເດືອນທັນວາປີນີ້.
May be an image of seedlings
ການປູກໜາກຖົ່ວເຫຼືອງຝັກສົດ ຢູ່ເມືອງເງິນ ເປັນປີທໍາອິດ ໃນຮູບແບບເຊົ່າດິນນາຂອງປະຊາຊົນ, ຈໍານວນ 7 ບ້ານໃນທົ່ວເມືອງ ໄລຍະເວລາ 4 ເດືອນ ເຊິ່ງແມ່ນບໍລິສັດຈຸນລ່ຽນໄຊນາລາວ ຈໍາກັດ ເປັນຜູ້ລົງທືນ ທັງເປັນການກະຕຸກຊຸກຍູ້ສົ່ງເສີມທາງດ້ານວຽກງານກະສິກໍາ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ທັງເປັນການສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນ ພາຍໃນເມືອງຕື່ມອີກ.